ລັດຄາດຫວັງຮອດ 2021 ການຈັດອັນດັບຄວາມຍາກງ່າຍການດຳເນີນທຸລະກິດໃນລາວຈະມີຕົວເລກດີຂຶ້ນ

86

ທີ່ຜ່ານມາການຈັດອັນດັບຄວາມຍາກງ່າຍໃນການດຳເນີນທຸລະກິດຢູ່ລາວແມ່ນຢູ່ໃນຕົວເລກທີ່ບໍດີປານໃດ ເຊິ່ງຈຸດນີ້ລັດຖະບານໄດ້ພະຍາຍາມປັບປຸງບັນດານິຕິກຳ ແລະຂອດຂັ້ນຕ່າງໆດ້ວຍຄວາມເອົາໃຈໃສ່ ແຕ່ທຸກຢ່າງແມ່ນໄປຕາມຂະບວນການ, ທ່ານນາຍົກລາຍງານມື້ນີ້ວ່າປີ 2020 ອາດປ່ຽນແປງພຽງເລັກນ້ອຍ ແຕ່ຄາດຫວັງໄວ້ຮອດ 2021 ຈະມີຕົວເລກທີ່ດີຂຶ້ນ.

 

ຄວາມພະຍາຍາມຂອງລັດຖະບານ ທີ່ເລັ່ງໃສ່ປີ 2020 ຈະເຮັດໃຫ້ຄວາມສະດວກໃນການດຳເນີນທຸລະກິດໃນ ສປປ ລາວ ຫຼຸດລົງມາຢູ່ທີ່ 2 ຕົວເລກ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນ ເມື່ອທະນາຄານໂລກ ໄດ້ປະເມີນຫຼຸດຄວາມສະດວກການດຳເນີນທຸລະກິດໃນລາວ ຈາກອັນດັບ 141 ໃນປີຜ່ານມາ ມາຢູ່ທີ່ 154 ໃນປີນີ້ ຫຼື ຕົກລົງ 13 ອັນດັບ ໃນຈຳນວນ 190 ກວ່າປະເທດໃນໂລກ.

ຕໍ່ບັນຫາດັ່ງກ່າວທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນມີຄຳເຫັນໃນກອງປະຊຸມສະພາແຫ່ງຊາດໃນວັນທີ 5 ມິຖຸນາ 2019 ນີ້ລະບຸວ່າ: ອັນດັບຄວາມຍາກງ່າຍໃນການດຳເນີນທຸລະກິດຢູ່ລາວສຳລັບປີ 2020 ແມ່ນຈະມີການປ່ຽນແປງພຽງເລັກນ້ອຍເທົ່ານັ້ນ ແຕ່ຄາດວ່າຮອດ 2021 ປະເທດລາວຈະມີຕົວເລກທີ່ດີຂຶ້ນ.

ເພື່ອປັບປຸງບັນຍາກາດການດຳເນີນທຸລະກິດໃນລາວ ລັດຖະບານໄດ້ອອກຄຳສັ່ງເລກທີ 02/ນຍ ຂອງນາຍົກລັດຖະມົນຕີ ລົງວັນທີ 01/02/2018 ທີ່ເນັ້ນເຖິງສິ່ງອຳນວຍຄວາມສະດວກຕ່າງໆຂອງການດຳເນີນທຸລະກິດ ເປົ້າໝາຍເພື່ອໃຫ້ມີຄວາມສະດວກ ແລະ ງ່າຍດາຍຂອງການດຳເນີນທຸລະກິດ, ໃຫ້ມີບັນຍາກາດທີ່ເອື້ອອຳນວຍຕໍ່ການລົງທຶນໃນແຕ່ລະຂົງເຂດ ເພື່ອເຮັດແນວໃດໃຫ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນ ສປປ ລາວ ໃຫ້ຫຼາຍທີ່ສຸດ ຕາມແຜນຍຸດທະສາດຂອງການພັດທະນາແຕ່ລະໄລຍະ.

ທ່ານ ລີເບີ ລີບົວປາວ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃຫ້ສຳພາດວ່າ: ຄຳສັ່ງເລກທີ 02/ນຍ ຂອງນາຍົກລັດຖະມົນຕີ ມີຄວາມລະອຽດຊັດເຈນ ແລະ ໂປ່ງໃສ ທີ່ຈະຊ່ວຍໃຫ້ການດຳເນີນທຸລະກິດມີຄວາມຄ່ອງຕົວໄດ້ໄວ ໂດຍສະເພາະແມ່ນລະບົບຜ່ານປະຕູດຽວທີ່ມີກະຊວງແຜນການ ແລະ ການລົງທຶນເປັນເຈົ້າການ, ແຕ່ມາເບິ່ງຕົວຈິງແລ້ວກໍ່ຍັງເຫັນວ່າຍັງເຮັດໃຫ້ສະພາບການດຳເນີນທຸລະກິດໃນລາວບໍ່ສາມາດຄ່ອງຕົວໄດ້ດີເທົ່າທີ່ຄວນ ເພາະທຸລະກິດບາງຢ່າງມີສ່ວນພົວພັນກັບຫຼາຍກະຊວງ, ນັກທຸລະກິດຕ້ອງສິ້ນເປືອງເວລາໄປຫຼາຍກະຊວງ, ມີບາງກະຊວງກໍ່ບໍ່ຮີບຮ້ອນໃນການແກ້ໄຂຢ່າງແທ້ຈິງເຮັດໃຫ້ເອກະສານມີຄວາມຫຼ້າຊ້າບໍ່ເປັນໄປຕາມກຳນົດ.

 

ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຊີ້ວ່າ: ສາເຫດຂອງການປັບຫຼຸດຄວາມຍາກງ່າຍການດຳເນີນທຸລະກິດໃນ ສປປ ລາວ ຈາກອັນດັບທີ 141 ມາຢູ່ 154 ຂອງທະນາຄານໂລກ ທີ່ໄດ້ຈາກຕົວຊີ້ວັດທີ່ນອນໃນເງື່ອນໄຂ ຫາກຕ້ອງການໃຫ້ຕົວເລກຫຼຸດລົງມາຢູ່ໃນ 2 ຕົວເລກ ຄືອັນດັບທີ 99 ລົງມາ ໃນປີ 2020 ນັ້ນລັດຖະບານຕ້ອງປະຕິຮູບປະບົບປະຕູດຽວໃຫ້ມີຄວາມສັກສິດ, ມີການຕິດຕາມ ແລະ ປະເມີນຂັ້ນຕອນການດຳເນີນເອກະສານຂອງນັກທຸລະກິດຢູ່ແຕ່ລະກະຊວງ, ຕິດຕາມ ແລະ ກວດກາຢ່າງເຄັ່ງຄັດ, ບ່ອນໃດຂ້ອງຄາຕ້ອງຮີບແກ້ ຫຼື ສິ່ງໃດພໍຕັດຮອນອອກກໍ່ຮີບຕັດຮອນ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ກັບນັກທຸລະກິດໃຫ້ໄວຂຶ້ນ, ຫຼີກເວັ້ນທຸລະກິດດຽວຕ້ອງແລ່ນເອກະສານຢູ່ຫຼາຍກະຊວງ, ສ້າງຄວາມຫຍໍ້ທໍ້ໃຫ້ກັບພາກທຸລະກິດຄືກັບປະຕິບັດຜ່ານມາ.