ອິນເດຍ ແນະນໍາປະຊາຊົນ ຂະນະຜະເຊີນກັບຄື້ນຄວາມຮ້ອນປົກຄຸມ

46

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດອິເດຍ ເມືຶ່ອວັນອັງຄານ ທີ 4 ມິຖຸນາ ວ່າ ລັດຖະບານອິນເດຍອອກຄໍາແນະນໍາເພື່ອຄວາມປອດໄພຂອງປະຊາຊົນເນື່ອງຈາກເກີດຄື້ນຄວາມຮ້ອນຮຸນແຮງປົກຄຸມບາງສ່ວນຂອງປະເທດ ເຊິ່ງອາດສົ່ງຜົນກະທົບຕໍ່ສຸຂະພາບປະຊາຊົນໄດ້.

ในภาพอาจจะมี 3 คน, คนที่ยิ้ม, มหาสมุทร, เด็ก, สถานที่กลางแจ้ง, ธรรมชาติ และน้ำ

ກະຊວງສາທາລະນະສຸກອິນເດຍແນະນໍາປະຊາຊົນກ່ຽວກັບ “ສິ່ງທີ່ຄວນ ແລະ ບໍ່ຄວນເຮັດ” ໃນສະພາບອາກາດຮ້າຍແຮງເຊັ່ນນີ້ ແນະນໍາໃຫ້ປະຊາຊົນຄວນຢູ່ບ່ອນຮົ່ມ, ໃສ່ໝວກ ຫຼື ຄັນຮົ່ມ ເມື່ອຢູ່ກາງແຈ້ງ, ໃສ່ເຄື່ອງນຸ່ງທີ່ເປັນຜ້າຝ້າຍບາງ, ດື່ມນ້ໍາ ແລະ ນ້ໍາເກືອແຮ່ເລື້ອຍໆ ລວມເຖິງຮັບປະທານໝາກໄມ້ເຊັ່ນ: ໝາກໂມ, ໝາກກ້ຽງ, ໝາກນາວ ແລະ ໝາກແຕງ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ໃນຂະນະທີ່ ປະຊາຊົນຄວນຈະຫຼີກລ່ຽງການດື່ມແອລກໍຮອລ,ຊາ, ກາເຟ ແລະ ນ້ໍາອັດລົມ ລວມເຖິງບໍ່ຄວນຢູ່ກາງແຈ້ງໃນໄລຍະ 12:00-15:00 ໂມງ.

ในภาพอาจจะมี 3 คน, คนที่ยิ้ม

ທັງນີ້, ຫຼາຍພື້ນທີ່ໃນອິນເດຍປະສົບກັບພາວະຄື່້ນຄວາມຮ້ອນປົກຄຸມ ໂດຍສະເພາະ ເຂດຊູຣູ ລັດຣາຊາສະຖານ ອຸນຫະພູມສູງກວ່າ 50 ອົງສາ ໃນຂະນະທີ່ ຫຼາຍພື້ນທີ່ໃນອິນເດຍເໜືອລວມເຖິງນະຄອນຫຼວງເດລີ ອຸນຫະພູມ ລະດັບ 46 ອົງສາ.