ໄຂກອງປະຊຸມສະພາແຫ່ງຊາດ, ມີ 10 ເນື້ອໃນສຳຄັນທີ່ຈະໄດ້ພິຈາລະນາ ແລະຮັບຮອງເອົາ

0
132

 

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ Vlll ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ (05 ມິຖຸນາ) ແລະ ຈະດຳເນີນໄປເຖິງວັນທີ 25 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ ຕະຫຼອດວາລະການດຳເນີນກອງປະຊຸມແມ່ນຈະ ພິຈາລະນາ ແລະ ຮັບຮອງເອົາ 10 ເນື້ອໃນສຳຄັນຂອງຊາດ.

ກອງປະຊຸມສະພາແຫ່ງຊາດໄຂຂຶ້ນ ໂດຍການເປັນປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການເຂ້າຮ່ວມຂອງທ່ານ ບຸນຍັງ ວໍລິຈິດ ປະທານປະເທດແຫ່ງ ສປປ ລາວ, ພ້ອມນີ້ຍັງມີທ່ານນາຍົກລັດຖະມົນຕີ, ອາດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະຖາບັນ, ນັກທຸລະກິດ ແລະ ທ່ານຜູ້ຕາງໜ້າພາກສ່ວນຕ່າງໆ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ .

 


ທ່ານນາງປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດໄດ້ກ່າວໃນສູນທອນພົດວ່າ: ກອງປະຊຸມສະໄໝສາມັນເທື່ອທີ 7 ນີ້ຈະສຸມໃສ່ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນດັ່ງນີ້:
1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະ ມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2019;

  1. ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະ ການສ້າງຊັບ ພະຍາກອນມະນຸດ ໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນ: ວິຊາການສະເພາະດ້ານ, ໃນສາຂາວິຊາ ກະສິກໍາ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດ ທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;

 


3. ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບ ຜົນການຈັດຕັ້ງປະຕິບັດມະຕິກອງປະ ຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະ ຕິບັດປີທ່ອງທ່ຽວລາວ-ຈີນ ປີ 2019;
4. ພິຈາລະນາ ບົດລາຍງານ ຂອງລັດຖະບານ ກ່ຽວກັບ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ, ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;

 

  1. ພິຈາລະນາ, ຮັບຮອງການຊີ້ແຈງ ຂອງລັດຖະມົນຕີກະຊວງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ, ມາດຕະການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີກະຊວງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ກ່ຽວກັບ ການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ຕິດພັນກັບການນໍາໃຊ້ງົບ ປະມານຂອງລັດ ກໍຄືຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍ ເຫຼືອຈາກຕ່າງປະເທດ;
  2. ພິຈາລະນາ, ຮັບຮອງເອົາ ການແຕ່ງຕັ້ງສະມາຊິກລັດຖະບານ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ;

  1. ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງທ່ານປະທານປະເທດ;
  2. ພິຈາລະນາ, ຮັບຮອງ ບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ;
  3. ພິຈາລະນາບົດລາຍງານ ການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດ ໄລຍະ 5 ເດືອນ ຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019;

 

  1. ພິຈາລະນາ ແລະ ຮັບຮອງ ການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 10 ສະບັບ ໃນນີ້: ຮ່າງກົດໝາຍສ້າງໃໝ່ປະກອບມີ ຮ່າງກົດໝາຍວ່າດ້ວຍອາກາອນລາຍໄດ້; ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້; ຮ່າງກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການຊ່ວຍໝູນ; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຮ່າງກົດໝາຍວ່າດ້ວຍເອກະສານ.
    ສ່ວນຮ່າງກົດໝາຍສະບັບປັບປຸງປະກອບມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ; ຮ່າງກົດໝາຍວ່າດ້ວຍປ່າໄມ້; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ; ຮ່າງກົດໝາຍວ່າດ້ວຍຄ່າທຳນຽມ ແລະ ຮ່າງກົດໝາຍວ່າດ້ວຍອາຊີວິສຶກສາ.

LEAVE A REPLY

Please enter your comment!
Please enter your name here