ກວ່າ 7 ລ້ານຄົນຕໍ່ປີ ເສຍຊີວິດຈາກມົນລະພິດທາງອາກາດ

43

ສໍານັກຂ່າວຊິນຫົວຂອງຈີນລາຍງານເມື່ອວັນຈັນ ທີ  3 ມິຖຸນາ ວ່າ ເດວິດ ບອຍດ໌ (David Boyd) ຜູ້ສະເໜີລາຍງານການປະຊຸມພິເສດດ້ານສິດທິມະນຸດສະທໍາ ແລະ ສິ່ງແວດລ້ອມແຫ່ງສະຫະປະຊາຊາດ  ໄດ້ກ່າວເຖິງບັນຫາມົນລະພິດທາງອາກາດ ກ່ອນວັນສິ່ງແວດລ້ອມໂລກ ເຊິ່ງຈະຈັດຂຶ້ນໃນວັນພຸດ ທີ 5 ມິຖຸນາ ນີ້ ວ່າ ໃນແຕ່ລະປີມີພົນລະເມືອງກວ່າ 7 ລ້ານຄົນ ເສຍຊີວິດກ່ອນໄວອັນຄວນ ຍ້ອນມົນລະພິດທາງອາກາດ ແຕ່ຢ່າງໃດກໍ່ຕາມ, ກໍ່ຍັງມີເລື່ອງຄວາມສໍາເລັດໃນການຕໍ່ສູ້ກັບບັນຫານີ້ຢູ່.

ບອຍດ໌ ກະຕຸ້ນໃຫ້ທຸກປະເທດເອົາຊະນະບັນຫາມົນລະພິດທາງອາກາດ ເພື່ອປະຕິບັດຕາມພັນທະກໍລະນີດ້ານສິດທິມະນຸດສະທໍາ ໂດຍ ທ່ານໄດ້ກ່າວເຖິງບັນຫານີ້ວ່າ “ເປັນໄພງຽບທີ່ໄຮ້ຮູບ, ໄຮ້ສຽງ ເປັນນັກຂ້າທີ່ເດີນທາງໄປໄດ້ທຸກແຫ່ງ ແລະ ພາກຊີວິດພົນລະເມືອງ ກວ່າ 7 ລ້ານຄົນຕໍ່ປີ ໂດຍສະເພາະຜູ້ຍິງ, ເດັກ ແລະ ຄົນໃນຊຸມຊົນທຸກຍາກ”.

ในภาพอาจจะมี ท้องฟ้า, ต้นไม้, ตึกระฟ้า, ต้นพืช และสถานที่กลางแจ้ง

ຢ່າງໃດກໍ່ຕາມ ທ່ານກ່າວອີກວ່າ “ມີເລື່ອງທີ່ປະສົບຄວາມສໍາເລັດໃນການຕໍ່ສູ້ກັບມົນລະພິດທາງອາກາດຢ່າງຫຼວງຫຼາຍ ແລະ ມີຫຼາຍປະເທດທົ່ວໂລກທີ່ສາມາດຫຼຸດອາກາດທີ່ເປັນພິດລົງໄດ້ ລວມເຖິງປະເທດຈີນ ທີ່ເປັນເຈົ້າພາບຈັດງານວັນສິ່ງແວດລ້ອມໂລກໃນປີນີ້ດ້ວຍ ເຊິ່ງຄວາມສໍາເລັດເຫຼົ່ານີ້ ພິສູດແລ້ວວ່າ ບັນຫາມົນລະພິດທາງອາກາດເປັນສິ່ງທີ່ປ້ອງກັນ ແລະ ແກ້ໄຂໄດ້”.

ในภาพอาจจะมี 1 คน, รองเท้า, ท้องฟ้า และสถานที่กลางแจ้ง

ບອຍໄດ້ກ່າວເຖິງສະຖິຕິຄວາມຮຸນແຮງຂອງບັນຫານີ້ ວ່າ ທຸກໆ 5 ວິນາທີຈະມີພົນລະເມືອງຄົນໜຶ່ງຕ້ອງເສຍຊີວິດກ່ອນໄວອັນຄວນ ເນື່ອງຈາກສາເຫດທີ່ກ່ຽວຂ້ອງກັບມົນລະພິດທາງອາກາດ ແລະ 90% ຂອງປະຊາກອນໂລກກໍາລັງດົມອາກາດທີ່ມີມົນລະພິດ ໂດຍໃນຈໍານວນຜູ້ເສຍຊີວິດຈາກບັນຫາມົນລະພິດທາງອາກາດ 7 ລ້ານຄົນນີ້ ມີເດັກທັງໝົດ 6 ແສນຄົນ.
“ຄວາມລົ້ມເຫຼວໃນການຮັກສາຄຸນນະພາບອາກາດທີ່ບໍລິສຸດນັ້ນ ຖືເປັນການລະເມີດສິດທິຂອງມະນຸດ ທັງທາງການດໍາລົງຊີວິດ, ສຸຂະພາບຄວາມເປັນຢູ່ ລວມເຖິງສິດທີ່ຈະອາໄສຢູ່ໃນສິ່ງແວດລ້ອມທີ່ດີດ້ວຍ” ທ່ານບອຍດ໌ກ່າວ ແລະ ຍ້ໍາວ່າທຸກປະເທດຕ້ອງເຄື່ອນໄຫວ ເພື່ອພັດທະນາຄຸນນະພາບອາກາດຢ່າງເລັ່ງດ່ວນ ເພື່ອປະຕິບັດຕາມພັນທະກໍລະນີດ້ານສິດທິມະນຸດສະທໍາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า และสถานที่กลางแจ้ง

ທ່ານຊີ້ວ່າ ຄຸນນະພາບອາກາດທີ່ດີນັ້ນ ເປັນຫົວໃຈສໍາຄັນຂອງສະພາບແວດລ້ອມທີ່ດີຕໍ່ສຸຂະພາບ ໂດຍມີປັດໄຈອື່ນໆ ປະກອບດ້ວຍ ນ້ໍາສະອາດ ແລະ ສຸຂະອະນາໄມທີ່ໄດ້ມາດຕະຖານ, ອາຫານທີ່ດີຕໍ່ສຸຂະພາບ ແລະ ມີຂະບວນການການຜະລິດທີ່ຍືນຍົງ, ສະພາບແວດລ້ອມທີ່ໄຮ້ມົນລະພິດຄວາມຫຼາກຫຼາຍທາງຊີວະພາບ ຕະຫຼອດຈົນອຸນຫະພູມທີ່ເໝາະສົມ ເຊິ່ງສິດໃນການເຂົ້າເຖິງປັດໄຈຕ່າງໆໃນຂ້າງຕົ້ນ ຄວນເປັນຂອງທຸກຄົນໃນໂລກນີ້ໂດຍບໍ່ມີການແບ່ງແຍກ.

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์ และสถานที่กลางแจ้ง