ຟັງແຕ່ຊື່ກະຊື່ນໃຈລະ “ຕາດວັງນ້ຳເຜິ້ງ” ມື້ໃດອາກາດຮ້ອນໆໄປສຳຜັດເບິງ

275

ມື້ໃດອາກາດຮ້ອນໆ ແດດກ້າໆແນ່ ຫຼາຍໆຄົນຄົງຄິດຫາສະຖານທີ່ພັກຜ່ອນ ແບບມີສາຍນໍ້າເຢັນໆ ອາຫານແຊບໆ ລົມພັດໄປມາ ທໍາມະຊາດ ແລະ ສະຖານທີ່ຖ່າຍຮູບງາມໆແມ່ນບໍ່ລະ!!!ແອັດແນະນຳໃຫ້ໄປຕາດວັງນ້ຳເຜິ້ງ ຕອບໂຈດໄດ້ນະ!!!

ຕາດວັງນໍ້າເຜີ້ງ ເປັນສະຖານທີ່ທ່ອງທ່ຽວທີ່ເໝາະກັບການໄປກິນລົມຊົມວິວ ຖ່າຍຮູບງາມໆ ກິນອາຫານແຊບໆ ພັກຜ່ອນແບບສະບາຍໆ ຖ້າເປັນມະນຸດຫ້ອງແອນັ່ງເຝົ້າໜ້າຈໍຄອມໝົດມື້ໝົດເວນແຫ່ງເໝາະເລີຍ ໄປເອົາອາຫານຕາກັບທຳມະຊາດແຫ່ງນີ້ ລອງເດີ້!!!

ວັງນ້ຳເຜິ້ງເປັນຕາດທີ່ມີສາຍນໍ້າໃສເຢັນ ສວຍງາມ ມີນໍ້າທຸກລະດູ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ຕັ້ງຢູ່ບ້ານ ຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໃກ້ກວ່ານີ້ຄົງຫາຍາກ ບໍ່ແມ່ນໂຄສະນາແຕ່ເວົ້າອີຫຼີ ທຳມະຊາດໃກ້ໃນເມືອງຫາບໍ່ງ່າຍປານໃດເດີ້.

ສຳລັບບໍລິການພິເສດຢູ່ຕາດວັງນ້ຳເຜິ້ງ ແມ່ນເພິ່ນມີບໍລິການເຮືອຖີບນໍ້າ (ເຮືອເປັດ), ມີເດີ່ນຈອດລົດທີ່ກວ້າງຂວາງ, ມີຫ້ອງນໍ້າທີ່ສະອາດ ແລະ ບໍລິການຟຣີິ, ມີໄຟຟ້າທຸກຕູບ ແບບວ່າຜູ້ໃດເປັນໜອນໂທລະສັບກໍ່ສາມາດສາກແບັດໄດ້ເຕັມທີ່ ເອົາເປັນວ່າວາງເມື່ອໃດໄປປ່ຽນບັນຍາກາດໄດ້!!!