ອາເມຣິກາ ຂາຍໂດຣນສອດແນມໃຫ້ປະເທດພັນທະມິດເຂດທະເລຈີນໃຕ້

66

ລັດຖະບານສະຫະລັດພາຍໃຕ້ການນໍາຂອງປະທານາທິບໍດີໂດນັລ ທຣໍາ ເດີນໜ້າແຜນການຂາຍໂດຣນສອດແນມໃຫ້ກັບ 4 ປະເທດ ພັນທະມິດຂອງສະຫະລັດ ໃນເຂດພາກພື້ນທະເລຈີນໃຕ້ ຂະນະທີ່ ທ່ານແພັດທຣິກ ຊານາຮານ ວ່າທີ່ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່ຂອງສະຫະລັດ ປະກາດ ວ່າ ອາເມຣິກາຈະບໍ່ “ເກງໃຈ” ພຶດຕິກໍາຂອງຈີນ ໃນອາຊີອີກຕໍ່ໄປ.

ສໍານັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 3 ມິຖຸນາ ວ່າ ໂດຣນ ຫຼື ອາກາສະຍານຂະໜາດນ້ອຍໄຮ້ຄົນຂັບ ຕິດຕັ້ງເທັກໂນໂລຢີໄຮເທັກຂອງສະຫະລັດ ທີ່ຈະຂາຍໃຫ້ 4 ປະເທດ ພັນທະມິດອ້ອມຮອບແຄມຝັ່ງທະເລຈີນໃຕ້ ເຊິ່ງຈະຊ່ວຍເພິ່ມສັກກະຍະພາບການຮວບຮວມຂ່າວກອງໄດ້ຢ່າງຫຼວງຫຼາຍ ແລະ ຄວບຄຸມກິດຈະກໍາຂອງຈີນ ໃນເຂດໜ້ານ້ໍາພິພາດແຫ່ງນີ້ ຢ່າງມີປະສິດທິພາບ.

ທ່ານແພັດທຣິກ ຊານາຮານ ຮັກສາການລັດຖະມົນຕີວ່າການກະຊວງປ້ອງກັນປະເທດສະຫະລັດ ບໍ່ໄດ້ກ່າວເຖິງຊື່ປະເທດຈີນໂດຍກົງ ແຕ່ໄດ້ກ່າວເຖິງ “ຕົວລະຄອນ” ທີ່ກໍາລັງທໍາລາຍສະຖຽນລະພາບໃນພາກພື້ນ ຂະນະຂຶ້ນເວທີກ່າວຄໍາປາໄສ ໃນງານການປະຊຸມປະຈໍາປີຄວາມໝັ້ນຄົງ ໃນອາຊີ – ປາຊິຟິກ “ໄອໄອເອັສເອັສແຊງກຣີ – ລາ ໄດອະລັອກ (IISS Shangri-La Dialogue)” ທີ່ປະເທດສິງກະໂປ ເມື່ອວັນເສົາ ທີ 1 ມິຖຸນາ ໂດຍ ທ່ານຊານາຮານ ກ່າວວ່າ ສະຫະລັດຈະບໍ່ຢູ່ລ້າໆຕໍ່ພຶດຕິກໍາຂອງຈີນໃນອາຊີອີກຕໍ່ໄປ.

ເພນຕາກອນ ຫຼື ກະຊວງປ້ອງກັນປະເທດສະຫະລັດ ປະກາດ ເມື່ອວັນສຸກ ທີ 31 ພຶດສະພາ ວ່າ ສະຫະລັດຈະຂາຍໂດຣນລຸ້ນສະແກນອີເກິລ ຈໍານວນ 34 ລໍາ ຜະລິດໂດຍບໍລິສັດໂບອິ້ງຂອງສະຫະລັດ ໃຫ້ກັບລັດຖະບານຂອງ 4 ປະເທດພັນທະມິດຂອງສະຫະລັດ ໃນເຂດພາກພື້ນທະເລຈີນໃຕ້ ປະກອບດ້ວຍປະເທດມາເລເຊຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ ລວມມູນຄ່າ 47 ລ້ານໂດລາ (ປະມານ 406 ຕື້ກີບ).

ຈີນ ກ່າວອ້າງກໍມະສິດເໜືອອະນາເຂດເກືອບທັງໝົດໃນທະເລຈີນໃຕ້ທີ່ມີຄວາມສໍາຄັນທາງຍຸດທະສາດ ແລະ ມັກໂຈມຕີອາເມຣິກາກັບກຸ່ມປະເທດພັນທະມິດຫຼາຍຄັ້ງ ກ່ຽວກັບການປະທິບັດການເດີນເຮືອໃກ້ໝູ່ເກາະຕ່າງໆ ທີ່ຈີນຢຶດຄອງ ຂະນະທີ່ອີກຫຼາຍປະເທດ ແລະ ເຂດດິນແດນໃນພາກພື້ນ ອ້າງກໍາມະສິດພື້ນທີ່ບາງສ່ວນທັບຊ້ອນກັບຈີນ ໄດ້ແກ່ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ໄຕ້ຫວັນ ແລະ ຫວຽດນາມ.

ໃນຖະແຫຼງການຂອງເພນຕາກອນ ເມື່ອວັນສຸກ ລະບຸວ່າ ການຂາຍຈະລວມທັງຊິ້ນສ່ວນອາໄຫຼ່, ອຸປະກອນສະໜັບສະໜຸນເຄື່ອງມື, ການຝຶກອົບລົມ ແລະ ບໍລິການທາງເທັກນິກ ການສົ່ງມອບ ແລະ ຕິດຕັ້ງຄາດວ່າຈະແລ້ວສໍາເລັດພາຍໃນເດືອນມີຖຸນາ 2022.

ໂດຣນສອດແນມ ຊຸດນີ້ ຂາຍໃຫ້ມາເລເຊຍຫຼາຍທີ່ສຸດ 12 ລໍາ ລວມມູນຄ່າ 19 ລ້ານໂດລາ (ປະມານ 164 ຕື້ກີບ) ສ່ວນອິນໂດເນເຊຍ ໄດ້ 8 ລໍາ, ຟິລິບປິນ 8 ລໍາ ແລະ ຫວຽດນາມ 6 ລໍາ.