ຮັກລູກ ສອນລູກໃຫ້ຮູ້ຈັກໜ້າທີ່ຂອງເຂົາ

123

ການລ້ຽງລູກ ບໍ່ແມ່ນເລື່ອງງ່າຍໆເລີຍ ສໍາລັບພໍ່ແມ່ມືໃໝ່ ສະໄໝນີ້ ຄູ່ສ້າງຄອບຄົວໃໝ່ ຫຼາຍຄູ່ພໍແຕ່ງດອງແລ້ວກໍຕັດສິນໃຈມີລູກພຽງຄົນດຽວ ອາດເປັນເພາະຫຼາຍໆປັດໄຈ ແຕ່ທີ່ຫຼັກໆຄື ຢາກທຸ້ມເທທຸກຢ່າງໃຫ້ລູກຢ່າງເຕັມທີ່ ລ້ຽງລູກໃຫ້ດີທີ່ສຸດເພື່ອໃຫ້ລູກໄດ້ສຸກສະບາຍ, ມີການຮຽນ ຊີວິດການເປັນຢູ່ທີ່ດີ ແຕ່ທ່ານຮູ້ບໍ່ວ່າ ນອກຈາກການຮຽນ ການສຶກສາຈະສໍາຄນກັບອານາຄົດຂອງເຂົາແລ້ວ ການສອນໃຫ້ເຂົາຮູ້ຈັກໜ້າທີ່ກໍເປັນສິ່ງສໍາຄັນ ທີ່ມີສ່ວນພັດທະນາຄວາມສະໜາດຫຼັກແຫຼມ ຫຼື ໄອຄິວ ອີຄິວ ໃຫ້ລູກຂອງທ່ານນັ້ນຈະເລີນເຕີບໂຕ ຢ່າງມີຄຸນນະພາບ ມື້ນີ້ແອັດມິນເລີຍນໍາເອົາ 6 ວິທີການລ້ຽງລູກ ໃຫ້ທ່ານໄດ້່ລອງຄິດ ແລະ ປະຕິບັດເບິ່ງ ອາດຊ່ວຍທ່ານໃຫ້ທ່ານໄດ້ເປີດກວ້າງຄວາມຄິດໃໝ່ໆ ໃນການລ້ຽງລູກຂອງທ່ານໄດ້:

1 ເຝິກໃຫ້ລູກຢູ່ໄດ້ດ້ວຍໂຕເຂົາເອງ: ເມື່ອລູກບໍ່ມີອ້າຍເອື້ອຍໄວ້ຄອຍຊ່ວຍເຫຼືອກັນ ພໍ່ແມ່ກໍຕ້ອງເຝິກໃຫ້ເຂົາຮູ້ຈັກຮັບຜິດຊອບ ແລະ ຊ່ວຍເຫຼືອຕົນເອງໄດ້ເມື່ອໃຫຍ່ຂຶ້ນ ໃຫ້ເຂົາໄດ້ຮຽນຮູ້ການຜິດພາດຂອງຕົນ ໂດຍທີ່ພໍ່ແມ່ບໍ່ຕ້ອງເຂົ້າໄປຊ່ວຍໃນທຸກກໍລະນີ ຫາກເຂົາບໍ່ສາມາດຊ່ວຍໂຕເຂົາເອງໄດ້.

2 ສອນລູກໃຫ້ປະຫຍັດ ແລະ ອົດອອມ ຢ່າຊື້ ຂອງຫຼິ້ນ, ເກມ, ຕຸກກະຕາ, ຫຸ່ນ ໃຫ້ລູກຫຼາຍຕາມທີ່ເຂົາຕ້ອງການ ເພາະເມື່ອເປັນແນວນັ້ນ ຫາກເຂົາເຄີຍໄດ້ ແລ້ວບໍ່ໄດ້ເຂົາກໍຈະຂັດ ເອົາແຕ່ໃຈ ຕ້ອງໃຫ້ເຂົາຫຼິ້ນໃນສິ່ງທີ່ມີແລ້ວ ຫຼື ສິ່ງອື່ນໆທີ່ບໍ່ຕ້ອງໃຊ້ຈ່າຍຫຼາຍ ແລະ ບອກເຂົາໃຫ້ເກັບເງິນໄວ້ຊື້ໃນສິ່ງທີ່ມີປະໂຫຍດ ຫຼື ຢອດກະປຸກອອມສິນໄວ້.

3 ບໍ່ຈັບຜິດລູກ: ຫາກລູກເກີດເຮັດຫຍັງຜິດ ພໍ່ກັບແມ່ ບໍ່ຄວນລຸມເວົ້າໃຫ້ລູກ ໃຫ້ຖາມສາເຫດ ແລະ ເຫດຜົນ ເປັນຫຍັງຈຶ່ງເຮັດ ສຸດທ້າຍກໍບອກເຕືອນວ່າມັນເປັນສິ່ງຜິດເວົ້າເຖິງຜົນເສຍຕາມມາ …

4 ສອນໃຫ້ລູກມີຄວາມຮັບຜິດຊອບ ພໍ່ແມ່ບໍ່ຄວນເອົາໃຈ ຫຼື ຕາມໃຈລູກຫຼາຍຈົນລູກເຮັດຫຍັງເອງບໍ່ເປັນ ເມື່ອເຖິງເວລາທີ່ເໝາະສົມກໍຄວນສອນໃຫ້ເຮົາຮູ້ຮັບຜິດຊອບ, ຮູ້ເຮັດວຽກທີ່ເຂົາຄວນເຮັດເຊັ່ນ ດັງໄຟ ໜຶ້ງເຂົ້າ ແຕ່ງກິນ ກວດຖູເຮືອນ ລ້າງຖ້ວຍ … ເພື່ອໃຫ້ລູກຮຽນຮູ້ການມີນໍ້າໃຈ ແລະ ຄວາມຮັບພິຊອບ.

5 ສອນລູກໃຫ້ຮູ້ຈັກວາງໂຕ ຕ້ອງບອກໃຫ້ລູກຮູ້ຈັກ ກະລະເທສະ ຮູ້ຈັກເຄົາລົບຜູ້ໃຫຍ່ ຫຼື ຜູ້ອາວຸໂສ ບໍ່ຄວນໄປຫຍຸ້ງເລື່ອງຂອງຜູ້ໃຫຍ່ ຫຼື ຄົນອື່ນ ໃຫ້ຢູ່ໃນຂອບເຂດທີ່ເຂົາເປັນ.

6 ໃຫ້ລູກໄດ້ພົບປະກັບເດັກນ້ອຍຄົນອື່ນ: ເພາະຍິ່ງຖ້າເປັນລູກໂທນ ລູກຄົນດຽວແລ້ວ ເຂົາຈະຮູ້ສຶກໂດດດ່ຽວ ຮູ້ສຶກຂາດໝູ່ ຄວນພາເຂົາ ຫຼື ໃຫ້ເຂົາໄດ້ຫຼິ້ນນໍາໝູ່ລຸ້ນດຽວກັນ ເພື່ອໃຫ້ລູກຂອງທ່ານໄດ້ຮຽນຮູ້ ປັບໂຕເຂົ້າກັບສັງຄົມໄດ້ …

ຂໍຂອບໃຈຂໍ້ມູນຈາກ: ຮັກຈັງສະຫຍາມ