ແມ່ຖືພາດື່ມນ້ຳສີໄຄໄດ້ບໍ  ກົດອ່ານເລີຍມີຄຳຕອບ

432

ແມ່ໆທັງຫຼາຍໃນເວລາຖືພາ ຈະຕ້ອງລະມັດລະວັງເປັນພິເສດ ທັງການເຄື່ອນໄຫວ, ອາລົມ ແລະ ທີ່ສຳຄັນທີ່ສຸດຄືອາຫານການກິນ ເພາະສິ່ງທີ່ແມ່ກິນເຂົ້າໄປນັ້ນ ອາດຈະສົ່ງຜົນເຖິງລູກນ້ອຍໂດຍຕົງ. ດັ່ງນັ້ນ, ແມ່ສ່ວນໃຫຍ່ຈຶ່ງເລືອກສານຫາອາຫານດີໆ ແລະ ມີປະໂຫຍດຕໍ່ລູກນ້ອຍ. ແຕ່ທັງນີ້ທັງນັ້ນອາຫານບາງຢ່າງແມ່ກໍ່ມີຄວາມສົງໄສວ່າ ຈະສາມາດຮັບປະທານໄດ້ຫຼືບໍ ຈະສົ່ງຜົນກະທົບຫຍັງແນ່ຕໍ່ລູກໃນທ້ອງ ເຊິ່ງແມ່ໆທັງຫຼາຍກັງວົນ ແລະ ສົງໃສມາດົນວ່າແມ່ຖືພາ ສາມາດຮັບປະທານນ້ຳສີໄຄໄດ້ບໍ? ເຊິ່ງມື້ນີ້, ແອັດມິນກໍ່ມີຄຳຕອບມາແກ້ຂໍ້ຂ້ອງໃຈມາຝາກແມ່ຖືພາແລ້ວ ມາເບິ່ງນຳກັນເລີຍ.

 

 

 

ຕາມຂໍ້ມູນຈາກສະຖາບັນ  Memorial Sloan Kettering Cancer Center  ນິວຢອກ ປະເທດ ສະຫະລັດອາເມລິກາ ໄດ້ລະບຸວ່າ ສານສະກັດ Citral  ແລະ myrcene ເຊິ່ງເປັນສານຂອງລິດຈາກສີໄຄ ອາດເຮັດໃຫ້ເດັກພິການຕັ້ງແຕ່ກຳເນີດ. ດັ່ງນັ້, ແມ່ຍິງໃນຊ່ວງຖືພາຈຶ່ງຄວນຫຼີກລ້ຽງການດື່ມນ້ຳສີໄຄ ຫາກດື່ມໃນປະລິມານຫຼາຍ ຈະກະຕຸ້ນໃຫ້ປະຈຳເດືອນລັ່ງອອກມາ ເນື່ອງຈາກສານສະກັດໃນສີໄຄ ຈະໄປຢັບຢັ້ງການຈະເລີນແບ່ງຕົວຂອງເຊວ ອາດເຮັດໃຫ້ ທາລົກໃນທ້ອງມີການກະທົບກະເທືອນ ຈົນເກີດອາການແທ້ງໄດ້.

 

 

 

ເຖິງແມ່ນວ່າ ສີໄຄ ຈະເປັນພືດສະໝູນໄພທີ່ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາກຊະນິດ ທີ່ມີປະໂຫຍດຕໍ່ຮ່າງກາຍ ແຕ່ສານສະກັດບາງຢ່າງຈາກສີໄຄພັດມີອັນຕະລາຍຕໍ່ແມ່ຖືພາ. ສະນັ້ນ, ສາວໆທີ່ກຳລັງຖືພາຄວນຫຼີກລ້ຽງ ແລະ ງົດດື່ມນ້ຳສີໄຄ ເພື່ອໃຫ້ຂະບວນການຜະລິດເຊວຂອງຕົວອ່ອນເປັນໄປຢ່າງສົມບູນ ເມື່ອຄອດລູກນ້ອຍອອກມີຮ່າງກາຍທີ່ແຂງແຮງສົມບູນ.