4 ສາເຫດຫຼັກ ຍູ້ຄ່າຄອງຊີບຢູ່ ນວ ສູງ

45

ຄ່າຄອງຊີບທີ່ສູງ ຜູ້ດຳລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຕ້ອງມີລາຍຮັບຂັ້ນຕ່ຳ 1,85 ລ້ານກີບຕໍ່ເດືອນ ຈຶ່ງສາມາດປະຄອງຕົວຢູ່ໄດ້; ສາເຫດຫຼັກແມ່ນເກີດຈາກສິນຄ້າທີ່ຈຳໜ່າຍຢູ່ທ້ອງຕະຫຼາດຍັງເພິ່ງການນຳເຂົ້າ, ສ່ວນການຜະລິດຢູ່ພາຍໃນຍັງມີໜ້ອຍ, ສິນຄ້າທີ່ຜະລິດເອງມີລາຄາທີ່ແພງ.

ອີງຕາມບົດຄົ້ນຄວ້າຫຍໍ້ ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກ່ຽວກັບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ( ນວ ) ພົບວ່າ: ຄ່າຄອງຊີບຂັ້ນຕ່ຳຢູ່ນະຄອນຫຼວງວຽງຈັນ ມີຄ່າສະເລ່ຍປະມານ 1,85 ລ້ານກີບຕໍ່ເດືອນ. ໃນນັ້ນ, ລວມມີຄ່າອາຫານ 9 ແສນກີບຕໍ່ຄົນຕໍ່ເດືອນ, ຄ່າທີ່ພັກອາໄສ 3 ແສນກີບ, ຄ່ານ້ຳມັນເຊື້ອໄຟ 150.000 ກີບຕໍ່ຄົນຕໍ່ເດືອນ ແລະ ຄ່າໃຊ້ຈ່າຍອື່ນໆໃນການດຳລົງຊີວິດປະຈຳວັນ.

ບົດຄົ້ນຄວ້າດັ່ງກ່າວໄດ້ກຳນົດກຸ່ມຕົວຢ່າງ ຈຳນວນ 60 ຄົນ ທີ່ເປັນພະນັກງານລັດຖະກອນ, ກຳມະກອນ, ນັກສຶກສາ ໂດຍໄດ້ດຳເນິີນການສຳພາດເຈາະເລິກກຸ່ມຕົວຢ່າງໃນເດືອນກຸມພາ 2019.

ບົດຄົ້ນຄວ້າດັ່ງກ່າວຍັງໄດ້ປຽບທຽບຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນ ສູງກວ່າຄ່າຄອງຊີບຢູ່ນະຄອນຫຼວງບາງກອກ ປະເທດໄທ ເຖິງ 16% ແລະ ສູງກວ່ານະຄອນຫຼວງຮາໂນ້ຍ ສສ ຫວຽດນາມ ເຖິງ 42%.

ສ່ວນສາເຫດທີ່ເຮັດໃຫ້ຄ່າຄອງຊີບຢູ່ນະຄອນຫຼວງວຽງຈັນສູງນັ້ນ ບົດວິໄຈດັ່ງກ່າວໄດ້ວິເຄາະ 4 ສາເຫດຫຼັກ ຄື:

ສາເຫດທີ 1: ໂດຍລວມແລ້ວສິນຄ້າທີ່ນຳມາຈຳໜ່າຍໃນ ສປປ ລາວ ກໍຄືນະຄອນຫຼວງວຽງຈັນ ສ່ວນຫຼາຍນຳເຂົ້າຈາກປະເທດໃກ້ຄຽງ ( ໄທ, ຈີນ, ຫວຽດນາມ ) ເມື່ອມີການນຳເຂົ້າຫຼາຍກວ່າການສົ່ງອອກ ເຮັດໃຫ້ເກີດການຂາດດຸນການຄ້າ. ນອກຈາກນັ້ນ, ຍັງເຮັດໃຫ້ເງິນຕາໄຫຼອອກນອກປະເທດ ສົ່ງຜົນໃຫ້ເກີດມີຄວາມກົດດັນຕໍ່ອັດຕາແລກປ່ຽນ ( ທະນາຄານຂາດເງິນຕາຕ່າງປະເທດ ) ເມື່ອມີການນຳເຂົ້າສິນຄ້າຜູ້ຂາຍຍົກ – ຂາຍຍ່ອຍຈະມີບັນຫາໃນການກຳນົດລາຄາຂາຍ ເຊິ່ງຈະຕ້ອງຄຳນຶງເຖິງຜົນກະທົບຈາກການປ່ຽນແປງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ອາດຈະແຂງຄ່າຂຶ້ນ. ດັ່ງນັ້ນ, ເພື່ອປ້ອງກັນຄວາມສ່ຽງເຂົາເຈົ້າຈຶ່ງຕັ້ງລາຄາຂາຍສູງໄວ້.

ສາເຫດທີ 2: ຍ້ອນການຜະລິດຢູ່ພາຍໃນຍັງອ່ອນນ້ອຍ, ຄວາມສາມາດການຜະລິດເພື່ອທົດແທນການນຳເຂົ້າຍັງຕ່ຳ, ຢູ່ ສປປ ລາວ ມີໂຮງງານຜະລິດເຄື່ອງອຸປະໂພກ – ບໍລິໂພກໜ້ອຍ, ທົ່ວນະຄອນຫຼວງວຽງຈັນ ມີໂຮງງານປຸງແຕ່ງອຸດສາຫະກຳ ແລະ ຫັດຖະກຳ 2.930 ແຫ່ງ. ໃນນັ້ນ, ເປັນໂຮງງານຂະໜາດນ້ອຍ ແລະ ກາງ ກວມເອົາ 95% ເມື່ອການຜະລິດພາຍໃນໜ້ອຍ, ນຳໃຊ້ປັດໄຈການຜະລິດບໍ່ເຕັມປະສິດທິພາບ, ຜະລິດປະລິມານໜ້ອຍ, ນຳເຂົ້າວັດຖຸດິບຈາກຕ່າງປະເທດມາຜະລິດ, ເຮັດໃຫ້ຕົ້ນທຶນການຜະລິດສູງ ຈຶ່ງຈຳເປັນຕ້ອງຕັ້ງລາຄາຂາຍໄວ້ສູງ.

ສາເຫດທີ 3: ມີສິນຄ້າ ແລະ ບໍລິການທີ່ພາຍໃນຜະລິດເອງໄດ້ ແຕ່ສິນຄ້າ ແລະ ບໍລິການເຫຼົ່ານັ້ນມີລາຄາສູງ ໂດຍມີຂໍ້ອ້າງອີງໃສ່ຕົ້ນທຶນການຜະລິດ. ນອກຈາກນີ້, ຍັງພົບວ່າເມື່ອມີໂອກາດ ພໍ່ຄ້າ – ແມ່ຄ້າຈະສວຍໂອກາດຂຶ້ນລາຄາເອງປັບຂຶ້ນຕາມໃຈ ເມື່ອເຫັນວ່າສິນຄ້າເລີ່ມຂາດຕະຫຼາດ ແລະ ພາກລັດກໍຍັງບໍ່ມີ ຄວາມເຂັ້ມແຂງໃນການຕິດຕາມ, ຄວບຄຸມລາຄາຢ່າງເປັນປົກກະຕິ ແລະ ທົ່ວເຖິງ ໂດຍສະເພາະແມ່ນໃນໄລຍະເທດສະການ, ບຸນສຳຄັນຕ່າງໆ.

ສາເຫດທີ 4: ການເຮັດໜ້າທີ່ເປັນສື່ກາງແລກປ່ຽນຂອງເງິນກີບຍັງບໍ່ໄດ້ດີເທົ່າທີ່ຄວນ ໃນລະບົບເສດຖະກິດຍັງມີການໃຊ້ເງິນຕາຫຼາຍສະກຸນ, ມີການຕັ້ງລາຄາຂາຍເປັນເງິນຕາຕ່າງປະເທດຢູ່ທົ່ວໄປ ສິ່ງດັ່ງກ່າວນັ້ນມີຜົນຕໍ່ຄວາມໜ້າເຊື່ອຖືຂອງເງິນກີບລາວ. ນອກນນັ້ນ, ໃນລະບົບເສດຖະກິດຂອງ ສປປ ລາວ ການໃຊ້ເງິນກີບມູນຄ່ານ້ອຍ ( ໃບນ້ອຍ ) ເພື່ອທອນຄືນຈາກການຊື້ສິນຄ້າແມ່ນມີໜ້ອຍ ແລະ ບໍ່ມີຄວາມນິຍົມ ເຮັດໃຫ້ສິນຄ້າທີ່ມີມູນຄ່າໜ້ອຍປັບຂຶ້ນລາຄາໃນສັດສ່ວນທີ່ສູງກວ່າຄວາມເປັນຈິງ.

ສຳລັບແນວທາງການແກ້ໄຂ ມີດັ່ງນີ້:

1). ຄຸ້ມຄອງລາຄາສິນຄ້າຢ່າງເປັນລະບົບ ໂດຍມີເປົ້າໝາຍເພື່ອບໍ່ໃຫ້ລາຄາສິນຄ້າປັບຂຶ້ນໄວ, ສິນຄ້າໃດສົມຄວນຫຼຸດລົງໄດ້ກໍຄວນປັບຫຼຸດລົງ ໂດຍພາກລັດຈະເຂົ້າໄປກວດກາຕົ້ນທຶນລາຄາສິນຄ້າ ( ໂຄງສ້າງລາຄາສິນຄ້າ ) ຢ່າງລະອຽດຈາກຕົ້ນທາງຫາປາຍທາງ ໃນຕ່ອງໂສ້ການຜະລິດນະໂຍບາຍດັ່ງກ່າວຈະຊ່ວຍໃຫ້ຜູ້ທີ່ມີລາຍໄດ້ຕ່ຳ ສາມາດຊື້ສິນຄ້າອຸປະໂພກ – ບໍລິໂພກໄດ້ໃນລາຄາທີ່ເໝາະສົມ.

ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການຢ່າງເຂັ້ມງວດຕໍ່ແມ່ຄ້າຊາວຂາຍທີ່ສວຍໂອກາດຂຶ້ນລາຄາໂດຍບໍ່ມີເຫດຜົນ, ອອກລະບຽບຕັ້ງລາຄາສິນຄ້າ ແລະ ບໍລິການໃຫ້ເປັນເສດເປັນໜ່ວຍ, ເອົາເງິນກີບໃບນ້ອຍທີ່ຜະລິດຜ່ານມາກັບມາໃຊ້ຄືນ, ສົ່ງເສີມຕັ້ງລາຄາສິນຄ້າ ແລະ ບໍລິການລາຄາຕ່ຳໃນສິນຄ້າທີ່ຄົນລາວຜະລິດເອງໄດ້ ແລະ ມີຕົ້ນທຶນບໍ່ສູງ.

2). ສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ສູງຂຶ້ນ ເພື່ອໃຫ້ມີສິນຄ້າ ແລະ ບໍລິການທີ່ຫຼາກຫຼາຍເຂົ້າສູ່ຕະຫຼາດ ເຮັດໃຫ້ຜູ້ບໍລິໂພກມີທາງເລືອກປະກອບສ່ວນໃນການສ້າງວຽກເຮັດງານທຳໃຫ້ປະຊາຊົນ, ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການພາຍໃນຢ່າງເອົາຈິງເອົາຈັງ ຄວບຄູ່ກັບການສະຫງວນດິນກະສິກຳ ຖ້າມີດິນວ່າງຄວນແບ່ງໃຫ້ປະຊາຊົນຜູ້ທຸກຍາກເຊົ່າເຮັດການຜະລິດ ເພື່ອມີສິນຄ້າທີ່ຫຼາກຫຼາຍເຂົ້າສູ່ຕະຫຼາດຫຼາຍຂຶ້ນ, ລາຄາຈະມີທ່າອ່ຽງຖືກລົງ. ໃນຂະນະດຽວກັນ, ກໍສ້າງລະບົບຈັບຄູ່ການຜະລິດໃຫ້ເຂົ້າກັນລະຫວ່າງຜູ້ຜະລິດກັບຜູ້ບໍລິໂພກ ລະຫວ່າງຜູ້ຊື້ກັບຜູ້ຂາຍ.

3). ເພີ່ມລາຍໄດ້ ແລະ ຫຼຸດຜ່ອນລາຍຈ່າຍ, ການເພີ່ມລາຍໄດ້ສາມາດເຮັດໄດ້ ໂດຍການເພີ່ມທັກສະຂອງຄົນຂຶ້ນ, ເພີ່ມປະສິດທິພາບຂອງວຽກ ເພີ່ມສະມັດຖະພາບດ້ານການຜະລິດ ໂດຍການນຳໃຊ້ເຕັກໂນໂລຊີ, ການຫັນເປັນທັນສະໄໝໃນຂະແໜງການທີ່ມີເງື່ອນໄຂ. ຈາກນັ້ນ, ປັບຂຶ້ນຄ່າແຮງງານ, ເງິນເດືອນ, ຄ່າຄອງຊີບ ແລະ ອື່ນໆ.

ຫຼຸດຜ່ອນລາຍຈ່າຍແມ່ນເປັນສິ່ງທີ່ຈຳເປັນ ເພື່ອແບ່ງເບົາລາຍຈ່າຍຂອງຄົນໃນສັງຄົມລົງ ໂດຍເລີ່ມຈາກການໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ສ້າງຄ່ານິຍົມໃຫ້ຄົນສ່ວນຫຼາຍປະຢັດ ເລີ່ມຈາກການປະຢັດນ້ຳ, ໄຟຟ້າ ແລະ ສົ່ງເສີມການລົງທຶນສ້າງທີ່ພັກອາໄສລາຄາຖືກໃນຕົວເມືອງ ໃນຮູບແບບການເກັບຄ່າເຊົ່າທີ່ເໝາະສົມ, ຄວບຄູ່ກັບການສົ່ງເສີມໃຫ້ປະຊາຊົນມີຄວາມຮູ້ດ້ານການເງິນ ເພື່ອສາມາດບໍລິຫານລາຍຮັບ – ລາຍຈ່າຍຂອງຕົນເອງ.