ການຄ້າ ລາວ – ຈີນ ພົບປະຫາລືເພີ່ມຊ່ອງທາງດ້ານການຮ່ວມມື

161

ວັນທີ 28 ພຶດສະພາ 2019 ທ່ານ      Xu Lejiang ຮອງປະທານ ສະຫະພັນອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຄຳນັບພົບປະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າລາວ ໂດຍມີ ທ່ານ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ – ຮອງກົມ, ຫົວໜ້າພະແນກ ແລະ ວິຊາການກົມທີ່ກ່ຽວຂ້ອງ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມມີຈໍານວນ 30 ກວ່າທ່ານ.

ການເຂົ້າຢ້ຽມຄຳນັບພົບປະໃນຄັ້ງນີ້ ຈຸດປະສົງເພື່ອເປັນການສຶກສາຂໍ້ມູນແລກປ່ຽນບົດຮຽນຊອກຫາຊ່ອງທາງໃນການຮ່ວມມື, ດ້ານເສດຖະກິດ, ການລົງທຶນ ແລະ ເສີມສ້າງສາຍພົວພັນທີ່ດີເຊິ່ງກັນ ແລະ ກັນ ທາງດ້ານການຄ້າ ແລະ ການລົງທຶນຢູ່ ສປປ ລາວ; ຄະນະດັ່ງກ່າວມີເຈດຈໍານົງ ເພື່ອເຂົ້າມາລົງທຶນດໍາເນີນທຸລະກິດທີ່ ສປປ ລາວ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ສປປ ລາວ – ສປ ຈີນ ໃຫ້ມີການຄ້າການລົງທຶນຮ່ວມກັນເພີ່ມຂຶ້ນ ເຊິ່ງຄະນະມາຄັ້ງນີ້ມີ 2 ບໍລິສັດ ຄື: ບໍລິສັດ ຊີນຊີຫວັງ ( New Hope Group ) ເປັນກຸ່ມບໍລິສັດທີ່ໄດ້ມາສ້າງຕັ້ງໂຮງງານຜະລິດຫົວອາຫານຢູ່ເຂດພັດທະນາກວມລວມໄຊເສດຖາ ແລະ ບໍລິສັດ Shanghai MicroPort Medical ( Group ) Co.,Ltd ເປັນກຸ່ມບໍລິສັດຮັບໃຊ້ອຸປະກອນທັນສະໄໝທາງດ້ານການແພດ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມບໍລິສັດດັ່ງກ່າວໃນໄລຍະທີ່ໄປເຂົ້າຮ່ວມງານວາງສະແດງສິນຄ້ານໍາເຂົ້າສາກົນແຫ່ງຊາດຈີນ ໃນທ້າຍປີ 2018 ທີ່ຜ່ານມາ.

ຕອນທ້າຍ ທ່ານ ນາງ ເຂັມມະນີ       ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຜູ້ແທນ ດັ່ງກ່າວທີ່ສົນໃຈມາລົງທຶນຢູ່ລາວການທີ່ຈະມີນັກລົງທຶນມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນກໍເປັນຜົນປະໂຫຍດທີ່ດີຕໍ່ກັບການພັດທະນາປະເທດຊາດ​. ພ້ອມກັນນັ້ນ, ທ່ານ Xu Lejiang ກໍສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ.