ພຽງທ່ານຍ່າງໃຫ້ຖຶກວິທີ ກໍສາມາດບອກລາແຄລໍລີໄດ້ເລີຍ

215

ຫຼາຍຄົນຄົງມີວິທີອອກກຳລັງກາຍທີ່ແຕກຕ່າງກັນ ແຕ່ມີເປົ້າໝາຍດຽວກັນຄື ໃຫ້ສາມາດເຜົາຜານ ແຄລໍລີ ຫຼື ພະລັງງານໃນຮ່າງກາຍ ເຊິ່ງບາງຄົນກໍໄດ້ຜົນດີ ບາງຄົນກໍບໍ່ໄດ້ປະສິດທິພາບ ນັ້ນອາດເປັນເພາະທ່ານ ອອກກໍາລັງກາຍບໍ່ຖືກວິທີຫຼືບໍ່ເທົ່ານັ້ນເອງ.

ທ່ານຄົງເຄີຍໄດ້ຍິນຄຳວ່າ “ພຽງເຮົາເຄື່ອນຮ່າງກາຍກໍ່ເປັນການອອກກຳລັງກາຍເຜົາຜານພະລັງງານແລ້ວ” ສະນັ້ນມຶ້ນີ້ແອັດນຳເອົາໜຶ່ງວິທີການເຜົາຜານພະລັງງານ ດ້ວຍການຍ່າງທີ່ຖືກວິທີມາຝາກກັນ ແຖມໄດ້ຜົນດີຈາກຜູ້ທີ່ປະຕິບັດມາແລ້ວ ພຽງແຕ່ທ່ານໃຊ້ເວລາພຽງ 30 ນາທີ ຕໍ່ມຶ້ ກໍສາມາດເຜົາຜານ ພະລັງງານໄດ້ເຖິງ 120-170 ແຄລໍຣີ ແຕ່ເຮົາກໍຕ້ອງຍ່າງຖືກວິທີພ້ອມເດີ້ ລອງປະຕິບັດຕາມນີ້:

1 ຍ່າງໄວໆ: ການຍ່າງຊ້າໆ ບໍ່ສາມາດເຜົາຜານພະລັງງານໄດ້ດີພໍເທົ່າໃດ ແຕ່ ການທີ່ທ່ານຍ່າງໄວ ທ່ານຈະເມື່ອຍໄວ ແລະ ເຫື່ອອອກໄວ ຈະຊ່ວຍເຜົາຜານແຄລໍຣີ ຈາກກ້າມເນື້ອຂາ ແລະ ສະໂພກໄດ້ ຊ່ວຍກະຕຸ້ນການເຮັດວຽກຂອງຮ່າງກາຍ ລະບົບຫາຍໃຈ ແລະ ຫຼອດເລືອດໃຫ້ເຮັດວຽກຫລາຍຂຶ້ນທີ່ສົ່ງຜົນເຮັດໃຫ້ຫົວໃຈດີຂຶ້ນນໍາ.

2 ແກວ່ງແຂນໄປມາ: ບໍລິເວນກ້ອງຂີ້ແຮ້ຂອງເຮົາມີຕ່ອມນ້ຳເຫຼືອງຢູ່ ດັ່ງນັ້ນການແກວ່ງແຂນຈະຊ່ວຍໃຫ້ຕ່ອມນ້ຳເຫຼືອງມີການໄຫລວຽນດີຂຶ້ນ ຂັບສານພິດ ແລະ ຂອງເສີຍອອກຈາກຮ່າງກາຍ ແກວ່ງແຂນສະຫລັບກັບຂາທີ່ກ້າວອອກໄປຂ້າງຫນ້າ ຈະຊ່ວຍຫລຸດການສະສົມຂອງໄຂມັນທີ່ໃຕ້ຜິວຫນັງ ແລະ ທ້ອງ ຊ່ວຍໃຫ້ບໍລິເວນບ່າໄລ່ ເຊົາປວດຈາກການຍົກສິ່ງຂອງ ການນັ່ງຫນ້າຄອມດົນໆ.

3 ຍ່າງແນ່ ແລ່ນແນ່ສະຫຼັບກັນໄປ: ລອງຍ່າງ ແລະ ແລ່ນໄປນຳ ເພື່ອຊ່ວຍເພີ່ມການເຮັດວຽກຂອງຫົວໃຈເຊັ່ນ: ຍ່າງ 40 ກ້າວ ແລ່ນ 40 ກ້າວ ແລ້ວຄ່ອຍໆຫລຸດການຍ່າງລົງ ເພີ່ມການແລ່ນຂຶ້ນໄປເລຶ້ອຍໆ ຂໍ້ນີ້ແນະນຳໃຫ້ອອກຕອນແລງຈະໄດ້ຜົນດີສຸດ.

4 ຍ່າງຂຶ້ນຂັ້ນໄດແທນການຂີ່ລິບ: ຕາມຜົນວິໄຈ ການຂຶ້ນຂັນໄດ ຈະຊ່ວຍເຜົາຜານໄຂມັນ ແລະ ພະລັງງານໄດ້ເຖິງ 150 ແຄລໍຣີຕໍ່ຄັ້ງ ເປັນການອອກກຳລັງກາຍແບບແອໂຣບິດ ທີ່ ຊ່ວຍໃຫ້ຫົວໃຈແຂງແຮງ ເສີມສ້າງກ້າມເນື້ອຕົ້ນຂາ ແລະ ສະໂພກແຂງແຮງ ກະຊັບອີກດ້ວຍ.

5 ຄ່ອຍໆຢຸດເມື່ອໃກ້ຮອດທີ່ໝາຍ: ເນຶ່ອງຈາກເຮົາຢ່າງໄວໆມາແລ້ວ ຈະໃຫ້ຢຸດປຸບປັບເລີຍ ອາດຈະເຮັດໃຫ້ລະບົບໃນຮ່າງກາຍຢຸດເຮັດວຽກກະທັນຫັນເກີນໄປ ກ້າມເນື້ອກໍອາດຈະບາດເຈັບໄດ້ ດັ່ງນັ້ນ ກ່ອນຢຸດຍ່າງ ຫລຶ ແລ່ນ ເຮົາຄວນຄ່ອຍໆຜ່ອນຄວາມໄວລົງໄປເປັນໄລຍະໆ ຊ້າລົງເລື້ອຍໆ ກ່ອນຈະຮອດເປົ້າຫມາຍ ຫລຶ ຈະໃຊ້ວິທີຢືດເສັ້ນຢືດສາຍຄ່ອຍໆກໍໄດ້ ເພື່ອໃຫ້ລະບົບຕ່າງໆໃນຮ່າງກາຍຄ່ອຍປັບໂຕໃນການເຮັດວຽກໃນສະພາວະປົກກະຕິ.

ໄດ້ວິທີການຍ່າງອອກກຳລັງການຫລຸດແຄລໍຣີແບບແລ້ວ ກໍໄປປະຕິບັດຕາມໄດ້ເລີຍເດີ້.