ເວົ້າເລື່ອງເກມອອນລາຍ ປັດຈຸບັນນີ້ບໍ່ວ່າເດັກນ້ອຍ ຫຼື ຜູ້ໃຫຍ່ກໍຫຼິ້ນກັນເກືອບວ່າໝົດທຸກຄົນ ສໍາລັບໃຜທີ່ມີມືຖື ຫຼື ສະມາດໂຟນ ແຕ່ຫາກອາການຕິດເກມເກີດກັບລູກນ້ອຍຂອງທ່ານແລ້ວ ເວົ້າໄດ້ວ່າບາງຄົນໜັກຈົນເລີ່ມມີອາການຕັດຂາດຈາກໂລກພາຍນອກເລີຍລະ!!!ແນ່ນອນສ້າງຄວາມກັງວົນໃຈໃຫ້ຜູ້ເປັນພໍ່ແມ່ມືໃໝ່ ຫຼາຍສົມຄວນ ຍິ່ງຍຸກນີ້ ເດັກນ້ອຍໃຫຍ່ມາກໍຫຼິ້ນໄອແພດ ເລື່ອນຫນ້າຈໍມືຖືໄວກວ່າຜູ້ໃຫຍ່ອີກ ຍິ່ງອັນຕະລາຍ.
ເກມອອນລາຍນັບເປັນສື່ເພື່ອຄວາມບັນເທິງຊະນິດໜຶ່ງ ຄືກັບຜູ້ໃຫຍ່ທີ່ຕິດລະຄອນ ຫຼື ສັງຄົມອອນລາຍ ແຕ່ຢ່າເບິ່ງວ່າເກມອອນລາຍເປັນໂຕບັນຫາ ຫຼື ຮ້າຍແຮງ ເພາະບັນຫາບໍ່ໄດ້ຢູ່ທີ່ເກມ ແຕ່ຢູ່ທີ່ຄວາມພໍດີໃນການໃຊ້ເວລາກັບມັນໃນແຕ່ລະມື້ຫຼາຍໜ້ອຍພຽງໃດ.
ສັນຍານທີ່ບົ່ງບອກວ່າລູກນ້ອຍຂອງທ່ານເລີ່ມຕິດເກມຈົນກາຍເປັນບັນຫາ ແລະ ຕັດຂາດຈາກໂລກພາຍນອກບໍ່ເວົ້າກັບພໍ່ແມ່, ບໍ່ຫຼິ້ນກັບໝູ່, ບໍ່ເຂົ້າສັງຄົມ ຫຼື ເຮັດກິດຈະກຳອື່ນໆ ທີ່ເດັກນ້ອຍໃນອາຍຸນີ້ຄວນເຮັດ ໜັກໄປກວ່ານັ້ນ ບໍ່ຍອມໄປໂຮງຮຽນ ຫຼື ໂຕນໄປຫຼິ້ນເກມ ເຮັດໃຫ້ຜູ້ເປັນພໍ່ແມ່ຮູ້ແລ້ວວ່າເກມອອນລາຍເລີ່ມມີອິດທິພົນເໜືອວົງຈອນຊີວິດປົກກະຕິຂອງລູກ ດັ່ງນັ້ນມື້ນີ້ເຮົາມີຄຳແນະນຳໃຫ້ພໍ່ແມ່ມືໃໝ່ຈັດການກັບພຶດຕິກໍາຂອງການຕິດເກມລູກດັ່ງນີ້:
1 ຖ້າລູກຕິດເກມອອນລາຍກໍ່ໃຊ້ແອັບພີເຄຊັນຊ່ວຍ: ເອົາເຕັກໂນໂລຊີ ມາໃຊ້ໃນການລ້ຽງລູກເລີຍ ແນະນຳໃຫ້ລອງດາວໂຫຼດໂປແກມລ໋ອກເກມ ຫຼື ແອັບພີເຄຊັນ ມາໃຊ້ງານເພື່ອຈຳກັດການເຂົ້າເຖິງເກມອອນລາຍຮຸນແຮງບາງເກມໃນອຸປະກອນຂອງເດັກນ້ອຍ ຫຼື ຈຳກັດເວລາໃນການຫຼິ້ນເກມ ເຊັ່ນ: playpad parental control ຫຼື ຄົ້ນຫາຄໍາວ່າ parental control ໃນ Google play ສຳລັບແອນດຼອຍ ຫຼື ວິນໂດໂຟນມາໄວ້ໃນໂທລະສັບ
ໃຫ້ໄປທີ່ setting>>general>>restriction>>enable>> ແລ້ວກຳນົດວ່າຈະຈຳກັດການໃຊ້ງານຫຼືແອັບໃດແດ່.
2 ອະທິບາຍໃຫ້ລູກເຂົ້າໃຈເຖິງໂລກແຫ່ງຄວາມເປັນຈິງ ແລະ ໂລກໃນເກມ: ຜູ້ປົກຄອງຄວນອະທິບາຍຢ່າງໃຈເຢັນໃຫ້ເດັກນ້ອຍຟັງເຖິງຄວາມແຕກຕ່າງລະຫວ່າງໂລກແຫ່ງຄວາມເປັນຈິງ ແລະ ໂລກໃນເກມທີ່ຖືກສ້າງໃນເກມ ເພາະເດັກນ້ອຍໄວນີ້ ຈະມີຈິນຕະນາການສູງ ແລະ ຍັງແຍກບໍ່ອອກລະຫວ່າງໂລກທັງສອງ.
ຫາກບໍ່ຮູ້ຈະເລີ່ມຕົ້ນແບບໃດລອງຄິດເຖິງຕອນທີ່ພໍ່ແມ່ຂອງເຮົາອະທິບາຍໃຫ້ເຮົາເຂົ້າໃຈວ່າ ເປັນຫຍັງໂຕກາຕູນໃນທອມ ແລະ ເຈີລີ ເຖິງບໍ່ຕາຍທັງທີ່ຖືກຕີຫົວຫຼາຍຄັ້ງ ຫຼືແລ່ນຕົກຜາຫຼາຍຮອບ ອາດຈະຊ່ວຍໃຫ້ເຮົາຄິດວິທີອອກ.
3 ຫາເກມທີ່ສ້າງພັດທະນາການເດັກ ຫຼື ເກມເພື່ອຄວາມບັນເທິງໃຫ້ລູກຫຼິ້ນ: ມີເກມຫຼາຍຊະນິດທີ່ສ້າງຂຶ້ນມາເພື່ອເປັນສື່ການສອນ ຊ່ວຍສົ່ງເສີມພັດທະນາການຂອງເດັກນ້ອຍ ແຕ່ກໍ່ໃຫ້ຄວາມເພີດເພີນ ເຊິ່ງແຕກຕ່າງຈາກເກມເພື່ອຄວາມບັນເທິງພຽງຢ່າງດຽວ ພໍ່ແມ່ຄວນຮູ້ວ່າເກມອອນລາຍທີ່ສົມກັບພັດທະນາການຂອງລູກຫຼິ້ນແລ້ວໄດ້ປະໂຫຍດຫຍັງແດ່ ອາດນຳມາຊ່ວຍທົດແທນເກມເພື່ອຄວາມບັນເທິງອື່ນໆເຊັ່ນ ເກມອອນລາຍທີ່ຊ່ວຍເລື່ອງທັກສະການຄິດໄລ່ ການຈື່ຈຳຫຼືທັກສະການໃຊ້ຄຳເວົ້າ ເກມແຕ່ງຕົວເຈົ້າຍິງທີ່ຊ່ວຍທັກສະການຈັບຄູ່ສິ່ງຂອງເປັນຕົ້ນ.
4 ກໍານົດເວລາໃນການສ້າງວິໄນ: ຄວນກໍານົດເວລາ ແລະ ສ້າງເງື່ອນໄຂໃນການຫຼິ້ນເກມອອນລາຍໃຫ້ລູກ ໂດຍການໃຫ້ເຂົາເຮັດສິ່ງໃດສິ່ງໜຶ່ງແລ້ວກ່ອນ ຈັ່ງຫຼິ້ນເກມ ເຊັ່ນ: ໃຫ້ເຂົາຫຼິ້ນຫຼັງຈາກເຂົາເຮັດວຽກແລ້ວ ຫຼື ອ່ານໜັງສືແລ້ວ ອອກກໍາລັງກາຍ ຫຼື ກິນເຂົ້າແລ້ວ ກໍານົດເວລາໃຫ້ເຂົາວ່າ ຫຼິ້ນເກມໄດ້ມື້ລະ 1 ຊົ່ວໂມງ 2 ຊົ່ວໂມງ ຕາມເງື່ອນໄຂ.
5 ຫັນຄວາມສົນໃຈເຂົາໄປໃຫ້ກັບສິ່ງອື່ນ ແລະ ໃຫ້ລາງວັນເຂົາ: ເຊື່ອບໍ່ວ່າ ການທີ່ເຮົາເອົາສິ່ງອື່ນມາໃຫ້ເຂົາຫັນໄປສົນໃຈແທນເກມ ຈະເປັນການເຮັດໃຫ້ເຂົາຫັນມາສົນໃຈກິດຈະກໍາອື່ນທີ່ພໍ່ແມ່ຫາມາໃຫ້ ແລະ ມີຜົນດີໃນໄລຍະຍາວເຊັ່ນ: ການອ່ານໜັງສືກ່ອນເຂົ້ານອນ ຫຼື ຕອນເຊົ້າ ຮ່ວມກັບທ່ານ ຈະຊ່ວຍເພີ່ມສະມາທິໃຫ້ກັບເດັກໄດ້ເປັນຢ່າງດີ ແລະ ເມື່ອເຮັດເລື້ອຍໆເຂົາກໍຈະລຶ້ງແລ້ວການຈັບໂທລະສັບຫຼິ້ນເກມຂອງເຂົາກໍຈະໜ້ອຍລົງ.
6 ໃຫ້ລາງວັນກັບເຂົາ: ຂໍ້ນີ້ເປັນສິ່ງສໍາຄັນ ເພາະເດັກນ້ອຍ ຫຼື ລູກທຸກຄົນແມ່ນຢາກໄດ້ຂອງຂວັນ ຫຼື ລາງວັນຈາກພໍ່ແມ່ຢູ່ແລ້ວ ເມື່ອຕົນເອງເຮັດຫຍັງໄດ້ ລອງສະເໜີໃຫ້ເຂົາບໍ່ຫຼິ້ນເກມມື້ນີ້ ແລ້ວເອົາລາງວັນໃຫ້ ເພື່ອໃຫ້ກໍາລັງໃຈ ເຊ່ນ: ຂອງຂວັນທີ່ລູກຢາກໄດ້, ເຮັດອາຫານ ຫຼື ພາໄປກິນສິ່ງທີ່ລູກມັກ, ສັນຍາວ່າຈະພາໄປທ່ຽວ.
7 ເອົາອຸປະກອນໃນການຫຼິ້ນເກມ ລວມທັງໂທລະສັບອອກຈາກຫ້ອງນອນລູກ: ຄວນເຮັດໃຫ້ຫ້ອງຂອງລູກທ່ານມີພື້ນທີ່ສະອາດ ບັນຍາກາດເປັນຕານອນ ໂດຍເອົາອຸປະກອນເຊັນ ຄອມ, ມືຖື ແລະ ອຸປະກອນອື່ນໆ ທີ່ໃຊ້ໃນການຫຼິ້ນເກມອອກໃຫ້ໝົດ ເພາະເຂົາຈະລັກຫຼິ້ນຈົນເດິກ ບໍ່ໄດ້ພັກຜ່ອນຢ່າງເຕັມທີ່.
8 ການທີ່ເຮົາຊໍ້າເຕີມ ຫຼື ຕັດຂາດປຶບປັບເລີຍ: ຫ້າມເດັດຂາດທີ່ຈະໃຫ້ລູກຢຸດການຫຼິ້ນເກມແບບປຸບປັບ ບໍ່ວ່າຈະດ້ວຍການບັງຄັບ ຫຼື ວິທີໃດກໍຕາມ ເພາະສິ່ງນີ້ຍິ່ງຈະເຮັດໃຫ້ລູກສະແດງພຶດຕິກໍາທີ່ບໍ່ດີອອກມາ ເພື່ອໃຫ້ໄດ້ສິ່ງທີ່ຕ້ອງການ ທ່ານຕ້ອງຄ່ອຍໆບອກ ຄ່ອຍໆຫາສິ່ງທີ່ຫຼຸດຜ່ອນການຫຼິ້ນເກມຂອງລູກລົງໄປເທື່ອລະໜ້ອຍ.
ການຊ່ວຍເຫຼືອລູກດ້ວຍການຄວບຄຸມພຶດຕິກໍາການຫຼິ້ນເກມ ເປັນເລື່ອງທີ່ພໍ່ແມ່ທຸກຄົນຕ້ອງໄດ້ຕິດຕາມ ແລະ ເອົາໃຈໃສ່ເປັນພິເສດເປັນລະດັບຕົ້ນໆເລີຍ ເພາະບໍ່ດັ່ງນັ້ນອາດສົ່ງຜົນເສຍຕໍ່ການຮຽນ ແລະ ສຸຂະພາບຂອງລູກທ່ານພ້ອມ.
ຈາກ: th.theasianparent.com, techaddiction.ca