ເຮືອບັນທຸກສິນຄ້າຂອງການາດາຂົນຕູ້ຄອນເທັນເນີບັນຈຸຂີ້ເຫຍື້ອ 69 ຕູ້ ທີ່ທາງປະເທດຟິລິບປິນ ກ່າວວ່າ “ເປັນການລັກລອບນໍາມາຖິ້ມ” ກັບຄືນປະເທດແລ້ວ ຫຼັງລັດຖະບານມະນິລາ ຂູ່ “ເຮັດສົງຄາມຂີ້ເຫຍື້ອ”.
ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນສຸກ ທີ 31 ພຶດສະພາ ວ່າ ເຮືອບັນທຸກສິນຄ້າ “ເອັມ/ວີບາວາເຣຍ” ຂອງການາດາ ເຂົ້າຈອດທຽບທ່າທີ່ອ່າວຊູບິກ ໃນແຂວງຊໍາບາເລສ ເທິງເກາະລູຊອນ ທາງພາກຕາເວັນຕົກສຽງເໜືອຂອງຟິລິບປິນ ເມື່ອຄືນວັນພະຫັດ ເພື່ອຂົນຕູ້ຄອນເທັນເນີບັນຈຸຂີ້ເຫຍື້ອ ແລະ ສິ່ງເສດເຫຼືອທີ່ເປັນພິດ 69 ຕູ້ ໂດຍຂະບວນການລໍາລຽງຕູ້ຄອນເທັນເນີດໍາເນີນໄປຢ່າງວ່ອງໄວ ກ່ອນທີ່ເຮືອເດີນໄດ້ທາງອອກຈາກທ່າເມື່ອໃນໄລຍະຕອນເຊົ້າ ຂອງວັນສຸກ ຕາມເວລາທ້ອງຖິ່ນ ໂດຍມີການເປີດເຜີຍພຽງວ່າ ຈະເດີນທາງໄປເມືອງແວນຄູເວີ ທາງພາກຕາເວັນຕົກຂອງການາດາ ແລະ ລັດຖະບານຂອງນາຍົກລັດຖະມົນຕີຈັສຕິນ ທຣູ ໂດ ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.
ທັງນີ້ ຕະຫຼອດໄລຍະເວລາທີ່ເຈົ້າໜ້າທີ່ຂອງຟີລິບປິນ ແລະ ລູກເຮືອເອັມ/ວີບາວາເຣຍ ເລັ່ງລໍາລຽງຕູ້ຄອນເທັນເນີບັນຈຸຂີ້ເຫຍື້ອຂຶ້ນເທິງເຮືອນັ້ນ ຍັງມີກຸ່ມນັກເຄື່ອນໄຫວສິ່ງແວດລ້ອມຊຸມນຸມກັນປະທ້ວງ ໂດຍການຖືແຜ່ນປ້າຍທີ່ຂຽນຂໍ້ຄວາມວ່າ “ຟີລິບປິນ ບໍ່ແມ່ນຖັງຂີ້ເຫຍື້ອຂອງປະເທດໃດ” ແລະ ບາງສ່ວນ ຍັງລົງທຶນຂີ່ເຮືອໄລ່ຫຼັງ ເຮືອເອັມ / ວີບາວາເຣຍ ທີ່ເດີນທາງອອກຈາກທ່າເຮືອໄປແລ້ວອີກໄລຍະໜຶ່ງດ້ວຍ ເພື່ອຂັບໄລ່ເຮືອໃຫ້ພົ້ນເຂດໜ້ານ້ໍາຂອງຟິລິບປິນໂດຍໄວທີ່ສຸດ.
ຢ່າງໃດກໍ່ຕາມ ຍັງເຫຼືອຕູ້ຄອນເທັນເນີບັນຈຸຂີ້ເຫຍື້ອຂອງການາດາອີກ ເກືອບເຄິ່ງໜຶ່ງທີ່ຕົກຄ້າງຢູ່ໃນຟິລິບປິນ ແຕ່ຫຼາຍຝ່າຍເຫັນວ່າ ຢ່າງໜ້ອຍກໍ່ເປັນຈຸດເລິ່ມຕົ້ນທີ່ດີ ໃນການທີ່ລັດຖະບານອັອດຕາວາ “ຍອມສະແດງຄວາມຮັບຜິດຊອບ” ຕໍ່ເລື່ອງນີ້ ໂດຍຕູ້ຄອນເທັນເນີຈາກການາດາ 103 ຕູ້ ຖືກສົ່ງມາກັບເຮືອບັນທຸກສິນຄ້າເຖິງຟີລິບປິນ ລະຫວ່າງປີ 2013-2014 ເຊິ່ງມີການສະແດງລາຍການວ່າ ເປັນຂີ້ເຫຍື້ອພລາສຕິກທີ່ສາມາດຣີໄຊເຄິລໄດ້ ແຕ່ເມື່ອເຈົ້າໜ້າທີ່ພາສີກວດກາຢ່າງລະອຽດກໍ່ພົບວ່າ ສ່ວນໃຫຍ່ບໍ່ແມ່ນຂີ້ເຫຍື້ອປະເພດນັ້ນ.
ເຖິງວ່າທັງສອງປະເທດພະຍາຍາມເຈລະຈາກັນມາຕະຫຼອດ ແຕ່ກໍ່ບໍ່ເຄີຍມີຄວາມຄືບໜ້າ ໂດຍການາດາອ້າງວ່າຕູ້ຄອນເທັນເນີເຫຼົ່ານັ້ນ ເປັນຂອງ “ບໍລິສັດເອກະຊົນ” ຈຶ່ງບໍ່ກ່ຽວຂ້ອງກັບພາກລັດ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ກັບປະທານາທິບໍດີໂຣດຣິໂກ ດູເຕເຕ ເຊິ່ງຂີດເສັ້ນຕາຍໃຫ້ອີກຝ່າຍມາຂົນຂີ້ເຫຍື້ອກັບໄປ “ໃຫ້ໄວທີ່ສຸດ” ບໍ່ເຊັ່ນນັ້ນ ທາງຟິລິບປິນຈະນໍາຂີ້ເຫຍື້ອກັບໄປສົ່ງຄືນໃຫ້ເອງ ແລະ ເຕືອນວ່າ ຖ້າລັດຖະບານອັອດຕາວາບໍ່ຍອມຮັບຄືນຕູ້ຄອນເທັນເນີພຽງຕູ້ດຽວ ຟີລິບປິນຈະໃຫ້ລູກເຮືອຖິ້ມຕູ້ຄອນເທັນເນີທັງໝົດລົງໃນທະເລ ພາຍໃນລັດສະໝີ ປະມານ 19 ກິໂລແມັດ ຈາກແຄມຝັ່ງຂອງການາດາ ຂະນະດຽວກັນ ລັດຖະບານມະນິລາໄດ້ເຊີນເອກອັກຄະລາຖະທູດປະຈຳການາດາກັບປະເທດ ຫຼັງການາດາຍັງບໍ່ສົ່ງເຮືອມາຂົນຂີ້ເຫຍື້ອຕາມທີ່ຕົກລົງກັນໄວ້ ຄືພາຍໃນວັນທີ 15 ພຶດສະພາ ທີ່ຜ່ານມາ.
ໃນເວລາດຽວກັນ ດຣ.ມະຫາເທນ ໂມຮໍາໝັດ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ ການທີ່ “ປະເທດທີ່ພັດທະນາແລ້ວ” ລັກລອບສົ່ງຂີ້ເຫຍື້ອມາຖິ້ມໃນປະເທດທີ່ “ກໍາລັງພັດທະນາ” ຫຼື “ມີຖານະທາງເສດຖະກິດທີ່ດ້ອຍກວ່າ” ເປັນການເອົາປຽບຢ່າງຍິ່ງ ແລະ ຄວນຢຸດພຶດຕິກຳເຊັ່ນນີ້ ເຊິ່ງກະຊວງສິ່ງແວດລ້ອມຂອງມາເລເຊຍ ປະກາດກຽມສົ່ງຂີ້ເຫຍື້ອໃນເບື້ອງຕົ້ນ ປະລິມານ 3 ພັນໂຕ້ນ ກັບຄືນຕົ້ນທາງທີ່ສ່ວນໃຫຍ່ເປັນ “ປະເທດທີ່ລໍ່າລວຍ”.