ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ Vlll ຈະໄດ້ໄຂຂຶ້ນໃນວັນທີ 05 ມິຖຸນາ ແລະ ຈະດຳເນີນໄປເຖິງວັນທີ 25 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ ຕະຫຼອດວາລະການດຳເນີນກອງປະຊຸມແມ່ນຈະໄດ້ຮັບຟັງບົດລາຍງານຂອງລັດຖະບານ ພ້ອມທັງພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ຈຳນວນ 10 ສະບັບ.
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ
ພິທີຖະແຫຼງໄດ້ມີຂຶ້ນໃນວັນທີ 30 ພຶດສະພາ 2019 ທີ່ສະພາແຫ່ງຊາດ (ທາດຫຼວງ) ໂດຍການຖະແຫຼງຂອງທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ ມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 15 ວັນເຕັມ ບໍ່ລວມວັນພັກລັດຖະການ ໃນນັ້ນຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆດັ່ງນີ້:
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ
ວຽກງານລັດຖະບານ ຈະໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ ຊຸດທີ Vlll; ບົດລາຍງານຂອງລັດຖະບານ ກ່ຽວກັບຜົນການປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 099/ສພຊ ແລະ ເລກທີ 100/ສພຊ ລົງວັນທີ 28 ພະຈິກ 2018.
ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍສະເພາະ ການສ້າງຊັບພະຍາກອນມະນຸດໄປຕາມຂະແໜງການບຸລິມະສິດເປັນຕົ້ນ ວິຊາການດ້ານສະເພາະ ໃນສາຂາວິຊາກະສິກຳ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕີບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ
ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນ ປີ 2019; ພິຈາລະນາ ແລະ ຮັບຮອງເອົາການຊີ້ແຈງ ຕໍ່ຄຳຊັກຖາມຂອງສະພາແຫ່ງຊາດປະກອບມີ 2 ກະຊວງຄື: ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງກ່ຽວກັບການຄຸ້ມຄອງການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 014/ສພຊ ລົງວັນທີ 24 ພະຈິກ 2016 ແລະ ບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ທີ່ຕິດພັນກັບການໃຊ້ງົບປະມານ ຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດ.
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ
ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕິດຕາມກວດກາປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ຕາມມາດຕາ 42 ຂໍ້ 2,ຂໍ້ 5 ແລະ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ໃນລະຫວ່າງກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ທິດທາງແຜນການຮອດກອງປະຊຸມສະະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ ຊຸດທີ Vlll
ນອກນັ້ນ, ຍັງພິຈາລະນາ, ຮັບຮອງເອົາຮ່າງກົດໝາຍສ້າງໃໝ່ 5 ສະບັບ ແລະ ຮ່າງກົດໝາຍປັບປຸງ 5 ສະບັບຄື: ຮ່າງກົດໝາຍສ້າງໃໝ່ປະກອບມີ ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້; ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້; ຮ່າງກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການຊ່ວຍໝູນ; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຮ່າງກົດໝາຍວ່າດ້ວຍເອກະສານ.
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ
ສ່ວນຮ່າງກົດໝາຍສະບັບ ປັບປຸງປະກອບມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ; ຮ່າງກົດໝາຍວ່າດ້ວຍປ່າໄມ້; ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ; ຮ່າງກົດໝາຍວ່າດ້ວຍຄ່າທຳນຽມ ແລະ ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ.
ຮູບກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໃນປີຜ່ານມາ