ຊາວບ້ານນາກະເຈີມ ລວມພະລັງ 300 ກວ່າຄົນແປງທາງເຂົ້າບ້ານ

46

ພື້ນຖານໂຄງລ່າງເປັນສິ່ງສຳຄັນ ແລະ ຈຳເປັນຕໍ່ການພັດທະນາ ໂດຍສະເພາະການປັບປຸງເສັ້ນທາງໃຫ້ມີຄວາມສະດວກສະບາຍ ສ້າງເງື່ອນໄຂເອື້ອອຳນວຍຕໍ່ການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນ ປັບປຸງປົວແປງເສັ້ນທາງໃນເຂດຊົນນະບົດໃຫ້ສາມາດເຊື່ອມຈອດໃສ່ເສັ້ນທາງຫຼວງ ແລະ ຕົວເມືອງ ກໍ່ຈະເຮັດໃຫ້ການສັນຈອນ ຫຼື ແລກປ່ຽນສິນຄ້າຂອງປະຊາຊົນສະດວກສະບາຍ ເຮັດໃຫ້ບ້ານພັດທະນາ, ປະຊາຊົນມີລາຍຮັບ ມີຊີວິການເປັນຢູ່ດີຂຶ້ນ ແລະ ຄ່ອຍຫຼຸດອອກຈາກຄວາມທຸກຍາກເທື່ອລະກ້າວ ດັ່ງຊາວບ້ານນາກະເຈີມ ເມືອງຕຸ້ມລານ ໄດ້ລວມພະລັງ 300 ກວ່າຄົນແປງທາງເຂົ້າບ້ານຕົນເອງ.

 

 

 

 

ບ້ານນາກະເຈີມ ເມືອງ ຕຸ້ມລານ ແຂວງສາລະວັນ ເປັນບ້ານໜຶ່ງທີ່ນອນໃນບ້ານທົດລອງ ເປັນເຈົ້າການຈັດຕັ້ງປະຕິບັດໂຄງການການຍ່ອຍຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ທີ່ປະຊາຊົນມີສ່ວນຮ່ວມເປັນຜູ້ເຮັດ, ຈັດການ ແລະ ບໍລິຫານເອງ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບ້ານ ແລະ ປະຊາຊົນ, ສ້າງລາຍຮັບໃຫ້ແກ່ຄອບຄົວທີ່ມີລາຍໄດ້ໜ້ອຍ ພ້ອມທັງປະກອບສ່ວນຮ່ວມໃນການພັດທະນາບ້ານ ແລະ ພັດທະນາຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ. ເຊິ່ງປະຊາຊົນ ມີຄວາມຕື່ນຕົວໃນການປະຕິບັດໂຄງການດ້ວຍຊຸມຊົນເອງ ປັດຈຸບັນສຳເລັດແລ້ວ 80% ໂດຍໄດ້ນໍາໃຊ້ແຮງງານ 300 ກວ່າຄົນ.

 

 

 

 

 

ຂໍ້ມູນ: ໜັງສືພິມສາລະວັນ