ອຸຕຸແຈ້ງ!! ກຽມຮັບມືກັບຝົນຕົກໜັກໃນວັນທີ 30 ພຶດສະພາ ຫາ 02 ມິຖຸນານີ້

84

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້.

 

 

 

ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

 

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ່າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າລົ້ມ, ຫຼັງຄາເຮືອນເປ່ເພ, ພ້ອມນີ້ ກໍ່ໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້.

 

 

ພ້ອມດຽວກັນນີ້, ກໍ່ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.