ຮ່ວມໄວ້ອາໄລ! ທ່ານ ໄຊສະຫວາດ ສິງນາມວົງ ສິລະປິນແຫ່ງຊາດ ຜູ້ຈາກໄປຢ່າງບໍ່ມີວັນຫວນຄືນ

166

ນັບແຕ່ກ້າວເຂົ້າສູ່ປີ 2019 ວົງການນັກປະພັນລາວ ໄດ້ສູນເສຍບຸກຄະລາກອນທີ່ສຳຄັນຂອງວົງການໄດ້ແລ້ວຫຼາຍທ່ານ ເຊິ່ງຫຼ້າສຸດ, ທ່ານ ໄຊສະຫວາດ ສິງນາມວົງ ສິລະປິນແຫ່ງຊາດ ທັງເປັນອາຈານສອນຮ້ອງເພງ ຢູ່ໂຮງຮຽນ ສິລະປະແຫ່ງຊາດ ກໍ່ໄດ້ລັບຕາລາໂລກໄປຢ່າງບໍ່ມີວັນຫວນກັບມາອີກຄົນ ໃນຕອນເຊົ້າ ວັນທີ 29 ພຶດສະພາ 2019 ດ້ວຍພະຍາດຂອງຜູ້ກ່ຽວເອງ. ບັດນີ້ ຍັງຄົງເຫຼືອໄວ້ແຕ່ພຽງຜົນງານ ແລະ ສຽງເພງທີ່ເປັນອຳມະຕະຝາກໄວ້ປະດັບເອ້ວົງການບັນເທີງລາວ ໃຫ້ຄົງຢູ່ສືບໄປ.

 

 

 

ອີງຕາມຂໍ້ມູນ ຈາກ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນນັກກະວີລາງວັນຊີໄຣ້ ງົວ ແລະ ກວຽນ ໄດ້ໂພສລົງເຟສບຸກສ່ວນໃນຊື່ວ່າ ສາລາກະວີ ງົວ ແລະ ກວຽນ “ແດ່… ສິລະປິນແຫ່ງຊາດ ໄຊສະຫວາດ ສິງນາມວົງ ເຂົາເປັນສິລະປິນ ຊື່ສຽງດັງກ້ອງກັງວານ ຄົນກ່າວຂານຂະໜານນາມ “ນັກຮ້ອງ ນັກປະພັນເພງ” ອາລົມສິນ ປະສານສຽງ ດົນຕີ ຮ້ອງກ່ອມບັນເລງ ປ່ອຍບົດເພງ ສຽງຄໍຄຳ ລຳນຳຄູ, ສິລະປິນແຫ່ງຊາດ ໄຊສະຫວາດ ສິງນາມວົງ ເຂົາຍັງຄົງຢູ່ ຄູ່ຟ້າດິນ ສິ້ນສະຫຼາຍ ສິລະປິນແຫ່ງຊາດ ໄຊສະຫວາດ ສິງນາມວົງ ເຂົາຍັງບໍ່ຕາຍ… ຈົ່ງຫຼັບຕາໃຫ້ສະບາຍ R.I.P. ດ້ວຍຄວາມອາໄລຮັກ ແລະ ເຄົາລົບຢ່າງສຸດຊຶ້ງ

 

 

 

ອາຈານ ໄຊສະຫວາດ ສິງນາມວົງ ເປັນສິລະປິນແຫ່ງຊາດ ຜູ້ທີ່ມີຜົນງານຫຼວງຫຼາຍ ຂອງວົງການສິລະປິນລາວເປັນຕົ້ນແມ່ນ ບົດເພງທີ່ຫຼາຍຄົນຮູ້ ແລະ ຮ້ອງໄດ້ເຊັ່ນ: ເພງ “ເຜົ່າລາວເອີຍ”, “ປ່າໄມ້ສົດຊື່ນ”, “ພູມພາບຊຽງຂວາງ” ແລະ ອີກຫຼາຍໆບົດເພງທີ່ເພີ່ນໄດ້ຮ້ອງເອົາໄວ້ຄື “ກັບຄືນເມືອງຊຽງ”. ນອກນັ້ນ, ເພີ່ນຍັງໄດ້ແຕ່ງບົດເພງ ” ສູ້ເຂົາ” ເພື່ອປະກອບສ່ວນເຂົ້າໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ Vl ວຽງຈັນ ປີ 2000 ອີກດ້ວຍ  ເຊິ່ງບົດເພງທັງໝົດຂອງເພີ່ນລ້ວນແຕ່ເປັນເພງອຳມະຕະ ທີ່ຍັງເປັນບົດເພງທີ່ດັງກ້ອງກັງວານໃນໃຈຂອງລູກສິດ ແລະ ປະຊາຊົນລາວທຸກຖ້ວນໜ້າ.

 

 

 

ສຳລັບງານປານາກິດສົບ ແລະ ລາຍລະອຽດຕ່າງໆ ຈະທະຍອຍນຳມາສະເໜີທ່ານຜູ້ອ່ານໃນພາຍຫຼັງ.