ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຮ່ວມກັບ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ກຽມຈັດການແຂ່ງຂັນມວຍຮອບຮຸ່ນ 55 ກິໂລກຣາມ ຊີງສາຍແອວແຊັມຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈໍາປີ 2019 ລະຫວ່າງວັນທີ 31 ພຶດສະພາ ຫາ 5 ກໍລະກົດ 2019 ເຊິ່ງມີ 8 ນັກມວຍສີມືດີ ທີ່ຜ່ານການຄັດເລືອກເຂົ້າມາຮອບນີ້ຊີງສາຍແອວດັ່ງກ່າວ.
ພິທີຖະແຫຼງຂ່າວຈັດການແຂ່ງຂັນມວຍລາຍການດັ່ງກ່າວ ຈັດຂຶ້ນເມື່ອວັນທີ 28 ພຶດສະພາ 2019 ທີ່ເວທີມວຍບຶງຂະຫຍອງ ໃຫ້ກຽດເຂົ້າຮ່ວມ ທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ຄໍາເສັງ ສູນດາລາ ປະທານ ບໍລິສັດ ຄໍາເສັງ ຈໍາກັດ ທັງເປັນປະທານສະຫະພັນມວຍລາວ ນະຄອນຫຼວງວຽງ ພ້ອມດ້ວຍຄູຝຶກ, ນັກມວຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ກອງແກ້ວ ແຫ່ງດາວົງໄຊ ຫົວໜ້າຂະແໜງກີລາລະດັບສູງ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຂຶ້ນກ່າວລາຍງານວ່າ: ການແຂ່ງຂັນມວຍຮອບຮຸ່ນ 55 ກິໂລກຣາມ ຊີງສາຍແອວແຊັມຂອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຄັ້ງທີ 1 ປະຈໍາປີ 2019 ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມ 3 ຂັ້ນ ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ພ້ອມທັງເປັນການເປີດໂອກາດໃຫ້ບັນດາສະໂມສອນ ແລະ ຄ້າຍມວຍໃນນະຄອນຫຼວງວຽງຈັນ ໄດ້ມີສ່ວນຮ່ວມ ແລະ ເປັນການຄັດເລືອກເອົານັກກີລາດີເດັ່ນຂອງນະຄອນຫຼວງວຽງຈັນ ໃນການກະກຽມເຂົ້າຮ່ວມມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ, ແນ່ນອນການຈັດການແຂ່ງຂັນຂອງພວກເຮົາພົບບັນຫາຫຼາຍດ້ານ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບໍລິສັດຫ້າງຮ້ານຕ່າງໆເຂົ້າມາເປັນສ່ວນໜຶ່ງໃນການຊ່ວຍຊຸກຍູ້ ເພື່ອເຮັດໃຫ້ວົງການມວຍລາວກ້າວສູ່ອາຊີບໃນຕໍ່ໜ້າ.
ຂະນະດຽວກັນ, ທ່ານ ຄໍາເສັງ ສູນດາລາ ປະທານສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ກ່າວວ່າ: ໃນການແຂ່ງຂັນມວຍຮອບຄັ້ງນີ້ເປັນຄັ້ງທໍາອິດຂອງ ນະຄອນຫຼວງວຽງຈັນ ທີ່ໄດ້ກະກຽມມາເປັນເວລາ 1 ເດືອນ ເຊິ່ງໃນນີ້ພວກເຮົາໄດ້ຄັດເລືອກເອົານັກມວຍທັງໝົດ 8 ຄົນ ທີ່ຜົນງານໂດດເດັ່ນທີ່ສຸດໃນຮຸ່ນ 55 ກິໂລກຣາມ ເພື່ອມາແຂ່ງຂັນ ເຊິ່ງເປັນນັກມວຍຂອງນະຄອນຫຼວງວຽງຈັນທັງໝົດ ເພື່ອເປັນການຝຶກຊ້ອມ ແລະ ທົດສອບກຽມເຂົ້າສູ່ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ ຊຽງຂວາງ ແລະ ກ້າວສູ່ລະດັບສາກົນໃນອະນາຄົດ.
ຮູບແບບການແຂ່ງຂັນແມ່ນແບ່ງເປັນ 2 ສາຍໆລະ 4 ຄົນ ຊົກພົບກັນໝົດຫາແຊັມຂອງແຕ່ລະກຸ່ມ ເຂົ້າໄປຊີງຊະນະເລີດ.
ການແຂ່ງຂັນໄຟທ໌ທີ 1 ຈະມີຂຶ້ຶ້ນວັນທີ 31 ພຶດສະພາ 2019 ເວລາ 18:00 ໂມງ ທີ່ເວທີມວຍ ບຶງຂະຫຍອງ ໂດຍ 4 ຄູ່ ທໍາອິດປະກອບມີ: ເດັ່ນນະຄອນ ເພັດນະຄອນ ພົບ ເກົ້າແສນ ຂວັນໃຈສີໂຄດ, ຂຸນເຫຼັກ ມວຍລອບ ສ.ສ ຄໍາເສັງ ພົບ ເພັດບຸນຄໍ້າ ມວຍລອບ ຈາກມຸງຄຸນເພັດ, ຂຸນຊັບ ສ.ສ ຄໍາເສັງພົບ ເພັດບຸນມີ ມຸງຄຸນເພັດ ແລະ ສຽມຄົມ ສ.ສ ຂວັນໃຈສີໂຄດ ພົບ ວັນສົງການ ສໍຈະເລີນສຸກ.
ພິເສດຮອດທຳອິດ ແຟນມວຍເຂົ້າເບິ່ງໄດ້ໂດຍບໍ່ເສຍຄ່າຜ່ານປະຕູ.
( ຂ່າວ: ຄໍາສອນ, ຮູບ: ສອນໄຊ )