ແຈກສູດນໍ້າແຈ່ວສຸດແຊບ ສໍາລັບຈີ່ຫອຍ, ອາຫານທະເລ

364

ໃຜແດ່ທີ່ມັກອາຫານປະເພດຈີ່ຫອຍ, ອາຫານທະເລ ແນວປິ້ງໆ ມື້ນີ້ແອັດມາແຈກສູດການເຮັດແຈ່ວໝາກເຜັດ ເອີ້ນວ່າລົດຊາດສຸດຂົ້ວເລີຍ ສຳລັບຜູ້ມັກດອກຫວາ!!!

ເລີ່ມຈາກກຽມ: ຜັກຫອມປ້ອມ ຫຼື ຜັກຊີ, ຫົວກະທຽມ , ໜາກເຜັດ, ນໍ້າຕານ, ເກືອ, ໝາກນາວ, ນໍ້າຮ້ອນ, ແປ້ງນົວ.

ເມື່ອກຽມແລ້ວ ກໍເລີ່ມເລີຍ : ຕົ້ມນໍ້າຮ້ອນກ່ອນ, ລ້າງຜັກຫອມປ້ອມ, ໝາກເຜັດ, ໝາກນາວກ່ອນ ປະໄວ້ໃຫ້ສະເດັດນໍ້າ
ຊອຍຜັກຫອມປ້ອມ, ຕໍາໝາກເຜັດ ແລະ ກະທຽມໄວ້.

ກຽມຖ້ວຍ 1 ໃບ ໃສ່ນໍ້າຕານ, ແປ້ງນົວ, ເກືອ ແລ້ວຖອກນໍ້າຮ້ອນລົງໄປ ຄົນໆໃຫ້ເຂົ້າກັນ,
ຈາກນັ້ນບີບໝາກນາວລົງໃສ່, ແລ້ວເອົາໝາກເຜັດ ແລະ ກະທຽມທີ່ຕໍາໄວ້ລົງໃສ່ ຄົນໆໃຫ້ເຂົ້າກັນ ຈາກນັ້ນກໍເອົາຜັກຫອມປ້ອມໂຮຍໃສ່
ແລ້ວຊິ່ມເບິ່ງລົດຊາດ ມັກແນວໃດກໍສາມາດຕື່ມເຄື່ອງປຸງ ຕາມໃຈມັກເລີຍ ແລ້ວກໍສາມາດນໍາເອົາຫອຍ ແລະ ອາຫານທະເລຈໍ້າແຈ່ວ ຮັບປະທານໄດ້ເລີຍ.

ບໍ່ຍາກເລີຍແມ່ນບໍ່ ລອງນໍາເອົາສູດນີ້ໄປເຮັດເບິ່ງເດີ້ ຫຼື ທ່ານຜູ້ອ່ານມີສູດແບບອື່ນກໍສາມາດນໍາມາແບ່ງປັນໃຫ້ຫຼາຍໆຄົນໄດ້ຮຽນນຳ ແອັດຍິນດີເປັນສື່ກາງໃຫ້ ຂໍໃຫ້ທ່ານມີຄວາມສຸກກັບການແຕ່ງກິນ.

ຂໍຂອບໃຈຂໍ້ມູນຈາກ: baokalasin