“ຢາກໃຫ້ກັບມາ” ເພງໃໝ່ ຂອງ ຕານຸ ວັນນະສິນ

298

ຫຼາຍຄົນຍັງຄົງຄຸ້ນສຽງກັນດີ ກັບໜຸ່ມ ຕານຸ ຫຼື ວັນນະສິນ ທິບອາໄພ ທີ່ມີນໍ້າສຽງເປັນເອກະລັກ ກ່ອນໜ້ານີ້ໄດ້ປ່ອຍບົດເພງທໍາອິດຂອງຕົນ ຄືເພງ “ເຫຼືອໄວ້ພຽງນໍ້າຕາ” ທີ່ຖືວ່າເປັນກະແສ ແລະ ໂດ່ງດັງຫຼາຍ ເຮັດໃຫ້ມີແຟນເພງ ມີຄົນຮູ້ຈັກ ຕານຸ ຫຼາຍຂຶ້ນກວ່າເກົ່າ.

ປັດຈຸບັນ ຕານຸ ໄດ້ປ່ອຍ ເພງທີສອງອອກມາໃຫ້ແຟນໆ ໄດ້ຮັບຟັງກັນແລ້ວຄືເພງ “ຢາກໃຫ້ກັບມາ” ເປັນເພງທີ່ບອກເລົ່າເລື່ອງລາວຄວາມເປັນໄປຂອງຊີວິດ ແລະ ຄວາມຮັກ. ເມື່ອຮອດເວລາທີ່ຄົນເຮົາຕ້ອງຈາກກັນ ບໍ່ວ່າຈະຍ້ອນເຫດຜົນຫຍັງກໍຕາມ ເວລາທີ່ໄດ້ຮັບຮູ້ວ່າບໍ່ມີວັນທີ່ຈະໄດ້ພົບກັນອີກແລ້ວ ສິ່ງທີ່ຍັງຄົງເຫຼືອຢູ່ນັ້ນກໍຄືຄວາມຮັກ, ຄວາມຜູກພັນ ທີ່ຫຼາຍໆຄົນໄດ້ພົບພໍ້ມາ ເຊິ່ງ ຕານຸ ໄດ້ຖ່າຍທອດອອກມາເປັນເນື້ອຮ້ອງທໍານອງຜ່ານບົດເພງນີ້ ໄປຟັງກັນເລີຍ.

ບົດເພງ “ຢາກໃຫ້ກັບມາ” ຄົງຕໍາໃຈໃຜຫຼາຍທຄົນທີ່ຕົກຢູ່ໃນສະຖານະການ ເຫດການແບບນີ້ແນ່ນອນ ແນວໃດກໍຝາກຕິດຕາມຜົນງານເພງ ຂອງ ໜຸ່ມ ຕານຸ ທີ່ອາດຈະມີສາຍາໃນວົງການເພງວ່າເປັນ ຕານຸ ເຈົ້າພໍ່ແຫ່ງເພງຊຶ້ງ ກໍເປັນໄດ້ ເພາະແອັດມິນໄປລັກຮູ້ມາວ່າ ຜົນງານເພງຕໍ່ໆໄປ ກໍອາດຈະເປັນເພງເສົ້າ ຊ້າໆ ຊຶ້ງໆ ຄິດຫຼິ້ນໆ ຫາກຕານຸປ່ຽນມາຮ້ອງເພງໄວນິ ກໍອາດຈະມີແນວໃຫ້ແຟນໆໄດ້ ເຊີໄພ ຕື່ນເຕັ້ນແນ່ນອນ.

ຕານຸ ຫຼື ວັນນະສິນ ທິບອາໄພ ເປັນຊາຍໜຸ່ມທີ່ມີຄວາມມັກຮັກໃນການຮ້ອງເພງ ແຕ່ງເພງ ແລະ ດີດກີ່ຕ້າມາຕັ້ງແຕ່ອາຍຸໄດ້ 7 ປີ …
ຈາກນັ້ນ ຕານຸ ກໍໄດ້ຈັບຮ້ອງເພງມາເລື້ອຍໆບໍ່ວ່າຈະເປັນ ໂຄເວີ້ເພງລົງເຟດບຸກໂຕເອງ ອັບເພງຮ້ອງ ດີດກີ່ຕ້າ ແລະ ໄດ້ຮ້ອງເພງຕາມງານຕ່າງໆ ຮ້ານອາຫານ ແລະ ອື່ນໆ ຈົນເປັນທີ່ຮູ້ຈັກຂອງໃຜຫຼາຍໆຄົນ ທີ່ຄອຍຕິດຕາມຜົນງານຂອງ ຕານຸຢູ່ປະຈໍາ …

ປັດຈຸບັນໄດ້ປ່ອຍເພງ 2 ຜົນງານເພງຂອງຕົນ ໃນນາມ tanuvannzin ມາໃຫ້ແຟນໆ ຫຼື ໝູ່ເພື່ອນໄດ້ຟັງກັນ ແລະ ເປັນທີ່ຮູ້ຈັກ ຄືເພງ “ເຫຼືອໄວ້ແຕ່ນໍ້າຕາ” ແລະ ຜົນງານທີສອງ ເພງ “ຢາກໃຫ້ກັບມາ” ແລະ ຕິດຕາມຜົນງານອື່ນໆອີກໄດ້ໄວໆນີ້.

ຈາກ: Tanu Vannasin