ນະຄອນຫຼວງ ທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າຫຼາຍລາຍການ (ຫຼັກໆຄືເຄື່ອງໃຊ້ໄຟຟ້າ)

104

ນະຄອນຫຼວງວຽງຈັນເປັນຈຸດສູນກາງຂອງເກືອບທຸກຢ່າງບໍ່ວ່າຈະເປັນການເມືອງ, ເສດຖະກິດ ແລະ ການສຶກສາ ປະລິມານການຊື້ຫຼາຍ, ຜູ້ບໍລິໂພກມີຫຼາຍລະດັບ. ສະນັ້ນ, ຈິ່ງເກີດມີການສວຍໂອກາດນຳເອົາຂອງແປກປອມລອກຮຽນແບບເຂົ້າມາຈຳໜ່າຍ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງກໍ່ເຮັດໜ້າທີ່ຂອງຕົນເອງໄດ້ດີ ຫຼ້າສຸດໄດ້ກວດພົບສິນຄ້າລອກຮຽນແບບຈຳນວນໜຶ່ງ ແລະ ນຳໄປທຳລາຍຖີ້ມທ້າຍອາທິດຜ່ານມາ.

 

 

ພະແນກວິທະຍາສາດ ແລະ ເຕັກໂນໂລຊີ (ພວຕ) ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍສິນຄ້າ ທີ່ຮຽນແບບເຄື່ອງໝາຍການຄ້າ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນຳວຽກງານຄຸ້ມຄອງ ຕິດຕາມ-ກວດກາ ວຽກງານຊັບສິນທາງປັນຍາ ຂັ້ນນະຄອນຫຼວງວຽງຈັນ, ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ, ທ່ານ ນາງ ສີດາ ຢູຕຼີຈັນທະຈັກ, ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

 

ທ່ານ ທະວີໄຊ ເໝົາຊົມພູ, ຫົວໜ້າ ພວຕ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດພິທີທຳລາຍສິນຄ້າຮຽນແບບໃນຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ກໍຄືວຽກງານປົກປ້ອງສິດທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳຂອງເຈົ້າຂອງຊັບສິນທາງປັນຍາ.ພາຍຫຼັງທີ່ ພວຕ ນະຄອນຫຼວງວຽງຈັນ ໄດ້ຮັບໜັງສືແຈ້ງການ ຈາກກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວກໍໄດ້ຈັດກອງປະຊຸມປືກສາຫາລື ຮ່ວມກັບຄະນະກຳມະການ ເຊິ່ງຖືກແຕ່ງຕັ້ງຈາກເຈົ້າຄອງນະຄອນຫຼວງວຽງຈັນ ປະກອບດ້ວຍ 4 ພາກສ່ວນ ຄື: ພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ, ພະແນກ ຍຸດຕິທຳ ນະຄອນຫຼວງວຽງຈັນ, ຕໍາຫຼວດເສດຖະກິດ, ອົງການໄອຍະການ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລື ແລະ ຫາຊ່ອງທາງແກ້ໄຂບັນຫາດັ່ງກ່າວຮ່ວມກັນ.

 

 

ຫຼັງຈາກນັ້ນ, ພວຕ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເພື່ອຕິດຕາມ-ກວດກາກ່ຽວກັບສິນຄ້າທີ່ລະເມີດ ເຄື່ອງໝາຍການຄ້າປະເພດຕ່າໆ. ການເຄື່ອນໄຫວວຽກງານ ຂອງ ພວຕ ນະຄອນຫຼວງວຽງຈັນ ໄດ້ກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າຕາມສູນການຄ້າ, ຫ້າງຮ້ານ, ຕະຫຼາດຕ່າງໆ ພາຍໃນນະຄອນຫຼວງວຽງຈັນ.

ຜ່ານການລົງກວດກາ ເຈົ້າໜ້າທີ່ ສາມາດກວດຢຶດສິນຄ້າທີ່ຮຽນແບບເຄື່ອງໝາຍການຄ້າຕ່າງໆໄດ້ປະກອບມີ: ປະເພດ ອຸປະກອນສາຍສາກ ຫຍີ່ຫໍ້ຊຳຊຸງ , ເຄື່ອງເກັບໄຟສຳຮອງ, ຊົບໃສ່ໂທລະສັບ, ຊຸດຫູຟັງ; ແປ້ງນົວກາຈອງ; ໂທລະພາບ ຊຳຊຸງ; ກະເປົ໋າຫຍີ່ຫໍ້ຕ່າງໆ.

 

 

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ປະກອບມີ: ເຄື່ອງເກັບໄຟສໍາຮອງ ຈຳນວນ 286 ອັນ, ສາຍສາກໂທລະສັບ ຈຳນວນ 80 ອັນ, ຊຸດຫູຟັງ ຈຳນວນ 30 ອັນ, ອຸປະກອນບລູທູດ ຈຳນວນ 29 ອັນ, ຊົບໃສ່ໂທລະສັບ ຈຳນວນ 71 ອັນ, ແບັດເຕີລີ້ ຈຳນວນ 1.051 ອັນ, ຫົວປັກສຽບ ຈຳນວນ 109 ອັນ, ແປ້ງນົວກາຈອງ ຈຳນວນ 20 ຖົງ, ໂທລະພາບຊຳຊຸງ ຈຳນວນ 10 ເຄື່ອງ ມີທັງໝົດ 4 ຂະໜາດ ຄື: 24 ນີ້ວ, 32 ນີ້ວ, 42 ນີ້ວ ແລະ 48 ນີ້ວ; ກະເປົ໋າຫຍີ່ຫໍ້ຕ່ງໆ ຈຳນວນ 37 ອັນ. ນອກຈາກທຳລາຍສິນຄ້າທີ່ກ່າວມາຂ້າງເທິງແລ້ວ ຍັງໄດ້ທຳລາຍຊີງຊັງທີ່ບໍ່ໄດ້ມາດຕະຖານ ຈຳນວນ 28 ໜ່ວຍ.

 

 

ຂໍ້ມູນ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ