ມີຜູ້ເສຍຊີວິດ ຢ່າງໜ້ອຍ 3 ຄົນ ຈາກເຫດຊາຍເສຍສະຕິ ໄລ່ແທງຄົນໃນຍີ່ປຸ່ນ

43

ນັກຮຽນຍິງຢ່າງໜ້ອຍ 1 ຄົນ ແລະ ຊາຍ 1 ຄົນ ເສຍຊີວິດຈາກເຫດໄລ່ແທງປະຊາຊົນໃນເຂດໃຈກາງເມືອງຄາວາຊາກິ ທາງພາກຕາເວັນອອກຂອງຍີ່ປຸ່ນ ຂະນະທີ່ ຜູ້ຕ້ອງສົງໄສເປັນຄົນຮ້າຍກໍ່ເສຍຊີວິດເຊັ່ນກັນ ຫຼັງໃຊ້ມີດແທງບໍລິເວນຄໍ ແລະ ໄຫຼ່ຂອງຕົວເອງ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 28 ພຶດສະພາ ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດຊາຍອາຍຸປະມານ 40-50 ປີ ໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງໃກ້ກັບສະຖານີລົດໄຟສາຍຫຼັກ ໃນເຂດໃຈກາງເມືອງຄາວາຊາກິ ເມືອງເອກຂອງແຂວງຄານາງາວະ ຫ່າງຈາກນະຄອນຫຼວງໂຕກຽວ ລົງມາທາງພາກຕາເວັນອອກສຽງໃຕ້ ເມື່ອໄລຍະເຊົ້າຂອງວັນອັງຄານ ຕາມເວລາທ້ອງຖິ່ນ ວ່າ ສໍານັກງານດັບເພີງ ແລະ ກູ້ໄພຂອງເມືອງຄາວາຊາກິ ລາຍງານວ່າ ເຫດການເສົ້າສະຫຼົດໃຈດັ່ງກ່າວ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ເປັນນັກຮຽນຍິງຊັ້ນປະຖົມ, ຊາຍອາຍຸ 39 ປີ ແລະ ຄົນຮ້າຍທີ່ໃຊ້ມີດແທງບໍລິເວນໄຫຼ່ ແລະ ລໍາຄໍຂອງຕົວເອງ ລະຫວ່າງຕໍາຫຼວດພະຍາຍາມເຂົ້າຈັບກຸມ ທັງນີ້ ພະນັກງານສືບສວນຍັງ ປະຕິເສດເປີດເຜີຍຂໍ້ມູນກ່ຽວກັບຄົນຮ້າຍ ແລະ ຜູ້ເຄາະຮ້າຍທຸກຄົນ ສ່ວນສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າ ເຈົ້າໜ້າທີ່ເກັບມີດທີ່ເປື້ອນເລືອດ 2 ດວງ ໃນທີ່ເກີດເຫດໄວ້ເປັນຫຼັກຖານ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ອີກປະການໜຶ່ງ ເຫດການເກີດຂຶ້ນ ລະຫວ່າງ ທີ່ກຸ່ມນັກຮຽນກໍາລັງຕໍ່ແຖວເພື່ອຂຶ້ນລົດຮັບສົ່ງນັກຮຽນທີ່ຈອດຖ້າຢູ່ໃກ້ກັບສະຖານີລົດໄຟ ໂດຍພະນັກງານຂັບລົດໃຫ້ການວ່າ ຜູ້ກໍ່ເຫດຍ່າງກົງມາທີ່ແຖວຂອງນັກຮຽນແລ້ວໃຊ້ມີດແທງກຸ່ມເດັກນັກຮຽນທັນທີ ເຊິ່ງນອກຈາກຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນແລ້ວ ຍັງມີຜູ້ໄດ້ຮັບບາດເຈັບອີກ 18 ຄົນ ສ່ວນໃຫຍ່ເປັນກຸ່ມເດັກນັກຮຽນທີ່ກໍາລັງຢືນຕໍ່ແຖວຖ້າຂຶ້ນລົດຮັບ ສົ່ງ ຂະນະທີ່ ແຫຼ່ງຂ່າວໃນໂຮງໝໍແຫ່ງໜຶ່ງເຊິ່ງຕັ້ງຢູ່ໃກ້ກັບທີ່ເກີດເຫດເຜີຍວ່າ ໄດ້ຮັບປິ່ນປົວຜູ້ເຄາະຮ້າຍ 5 ຄົນ ເຊິ່ງສ່ວນໃຫຍ່ໄດ້ຮັບບາດເຈັບສາຫັດຈາກຮອຍບາດໃຫຍ່ທີ່ຖືກແທງ ໂດຍເປັນຍິງ 1 ຄົນ ຊາຍ 1 ຄົນ ແລະ ເດັກນ້ອຍນັກຮຽນຍິງ ອາຍຸ 6 ປີ ອີກ 3 ຄົນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ດ້ານຕໍາຫຼວດ ແລະ ເຈົ້າໜ້າທີ່ກູ້ໄພຂອງຍີ່ປຸ່ນໄດ້ປິດກັ້ນທີ່ເກີດເຫດຢ່າງວ່ອງໄວ ໂດຍມີການໃຊ້ຜ້າຜືນ ໃຫຍ່ປິດບັງສະຖານທີ່ ແລະ ຕັ້ງເຕັ້ນສີສົ້ມເປັນສະຖານທີ່ອໍານວຍການຊົ່ວຄາວ ເພື່ອປະສານງານ ແລະ ປະຖົມພະຍາບານຜູ້ໄດ້ຮັບບາດເຈັບດ້ວຍ ສ່ວນໂຮງຮຽນ “ຄາຣິຕາສ” ເຊິ່ງເປັນໂຮງຮຽນຍິງລ້ວນ ເຊິ່ງເປັນປາຍທາງຂອງລົດຮັບສົ່ງ ແລະ ຄາດວ່າເປັນສະຖານທີ່ສຶກສາຂອງບັນດານັກຮຽນຜູ້ເຄາະຮ້າຍ ໄດ້ປະກາດປິດການຮຽນການສອນຊົ່ວຄາວ ແລະ ທະຍອຍໃຫ້ຜູ້ປົກຄອງມາຮັບເອົາບຸດກັບບ້ານແລ້ວ ໂດຍມີຕໍາຫຼວດ ແລະ ຄູທີ່ອໍານວຍຄວາມສະດວກຢ່າງໃກ້ຊິດ.