ລັດສົ່ງເສີມການສົ່ງອອກ ສິນຄ້າບາງລາຍການບໍ່ຈຳເປັນຕ້ອງຂໍອະນຸຍາດ

49

ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ ສະນັ້ນ ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ในภาพอาจจะมี ต้นพืช, พื้นหญ้า, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 0023/ອຄ. ກທຄວ ລົງວັນທີ 09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ແລະ ອີງຕາມຂໍ້ຕົກລົງສະບັບເລກທີ 0044/ອຄ.ກທຄວ ລົງວັນທີ 18 ມັງກອນ 2019 ວ່າດ້ວຍການຮັບຮອງເອົາກິດຈະການອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດຳເນີນທຸລະກິດ.

ในภาพอาจจะมี หนึ่งคนขึ้นไป และรองเท้า

ພາບປະກອບຂ່າວ

 

ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1051/ຫອຄ. ກທຄວ ລົງວັນທີ 27 ພຶດສະພາ 2019 ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າຂັ້ນເມືອງ ເລື່ອງກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ในภาพอาจจะมี ท้องฟ้า, เมฆ, ต้นไม้, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ແຈ້ງການລະບຸໄວ້ວ່າ: ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສຍແຕ່ກິດຈະການສົ່ງອອກເປັນສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າ ທີ່ຂະແໜງກ່ຽວຂ້ອງ ມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ.

ในภาพอาจจะมี ท้องฟ้า, ต้นไม้, บ้าน และสถานที่กลางแจ้ง

ພາບປະກອບຂ່າວ

 

ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງຂຽນໃຫ້ຈະແຈ້ງວ່າ: ສົ່ງອອກສິນຄ້າໃດເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມລະບຸແບບລວມໆ.

ແນວໃດກໍ່ຕາມໃນແຈ້ງການຍັງບໍ່ມີລະບຸຊັດເຈນກ່ຽວກັບລາຍການສິນຄ້າທີ່ສາມາດສົ່ງອອກໄດ້ໂດຍບໍ່ຈຳເປັນຂໍໃບອະນຸຍາດວ່າມີຫຍັງແດ່ ໃນຈຸດນີ້ແອັດມິນຂໍຕິດໜີ້ໄວ້ຈະນຳຂໍ້ມູນມາຝາກທ່ານຜູ້ອ່ານຕາມພາຍຫຼັງ.