ເກັ່ງ!!!ເຈົ້າໜ້າທີ່ເມືອງໄຊທານີ ບຸກຈັບໄດ້ຍົກແກ້ງຜູ້ຄ້າຢາ

57

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດແກ້ໄຂເປົ້າໝາຍຢາເສບຕິດໄດ້ຢ່າງທັນການພາຍໃນວັນດຽວ ຢູ່ເຂດບ້ານສີວິໄລ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ກັກຕົວໄດ້ຍົກແກ້ງທັງຜູ້ຂາຍ ແລະ ຜູ້ເສບ ລວມມີ 5 ຄົນ ຍິງ 2 ຄົນ ພ້ອມຂອງກາງຢາບ້າ 985 ເມັດ.

ໃນເບື້ອງຕົ້ນແມ່ນໄດ້ເຂົ້າກັກຕົວເປົ້າໝາຍຢູ່ໃນເຮືອນຜູ້ກ່ຽວຄື ໃນວັນທີ 14 ພຶດສະພາ 2019 ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ທ້າວ ຄອນສະຫວັນ (ດອນ) ອາຍຸ 41 ປີ ອາຊີບ, ກໍາມະກອນ ຢູ່ບ້ານ ສີວິໄລ ເມືອງໄຊທານີ ພ້ອມຂອງກາງ ຢາບ້າ ຈໍານວນ 112 ເມັດ.

 

ທ້າວ ຄອນສະຫວັນ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ເລີ່ມພົວພັນຢາເສບຕິດມາແຕ່ ປີ 2017 ຈົນຮອດປັດຈຸບັນ, ຢາບ້າທີ່ເອົາມາເສບ ແລະ ຂາຍແຕ່ລະຄັ້ງ ແມ່ນຊື້ນໍາໄວລຸ້ນ ແລະ ຊື້ນໍາທ້າວ ໂລ້ ເທື່ອລະ 100-200 ເມັດ. ຈາກນັ້ນ, ກໍເອົາມາເສບຢູ່ເຮືອນຂອງຕົນ ຈໍານວນ 3-4 ເມັດ; ພ້ອມທັງຂາຍໃຫ້ໄວລຸ້ນຢູ່ພາຍໃນບ້ານຈົນໝົດ ເຊິ່ງເຮັດແບບນີ້ມາຫຼາຍຄັ້ງແລ້ວ ແລະ ຄັ້ງຫຼ້າສຸດໃນວັນທີ 11 ພຶດສະພາ 2019 ຊື້ນໍາ ທ້າວ ໂລ້ 200 ເມັດ. ຈາກນັ້ນ, ເອົາມາເສບ ແລະ ຂາຍ, ຍັງເຫຼືອ 112 ເມັດ ໄດ້ຊຸກເຊື່ອງໄວ້ໃນແກັດຫ້ອງນອນເຮືອນຂອງຕົນ. ຕົກມາຮອດວັນທີ 14 ພຶດສະພາ 2019 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງໄຊທານີ ເຂົ້າກັກຕົວຢູ່ໃນເຮືອນ.

ໃນເວລາຕໍ່ມາ ເຈົ້າໜ້າທີ່ກໍ່ໄດ້ເຂົ້າກັກຕົວ ທ້າວສຸກຂີ (ໂລ້) ຢູ່ເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ 790 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງພາຍໃນຫ້ອງນອນເຮືອນຂອງຜູ້ກ່ຽວ ພ້ອມທັງກັກຜູ້ມົ້ວສຸມເສບອີກ 2 ຄົນຄື: ນາງ ສຸກສະຫວັນ ອາຍຸ 32 ປີ ອາຊີບ ກໍາມະກອນ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນວ ແລະ ນາງ ລ່ອນຢາ ອາຍຸ 24 ປີ ຫວ່າງງານ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

 

ຜ່ານການສືບສວນ-ສອບສວນ ທ້າວສຸກຂີ ໄດ້ຮັບສາລະພາບວ່າ: ໄດ້ພົວພັນຢາບ້າມາແຕ່ເດືອນ ເມສາ 2019 ຢາບ້າທີ່ເອົາມາເສບ ແລະ ຂາຍແຕ່ລະຄັ້ງແມ່ນຊື້ນໍາ ທ້າວ ແສງສຸລີ ເທື່ອລະ 5 ຖົງ; ຈາກນັ້ນ ກໍເອົາມາເສບຄົນດຽວ, ບາງເທື່ອກໍແບ່ງປັນໝູ່ເສບເທື່ອລະ 2-5 ເມັດ; ພ້ອມທັງຂາຍໃຫ້ໄວລຸ້ນ ແລະ ຂາຍໃຫ້ ທ້າວ ດອນ ມາແລ້ວຫຼາຍຄັ້ງ ຕົກມາໃນວັນທີ 11 ພຶດສະພາ 2019 ໄດ້ຊື້ຢາບ້ານໍາ ທ້າວ ແສງສຸລີ ອີກ 5 ຖົງ ແລ້ວຂາຍໃຫ້ ທ້າວ ດອນ 1 ຖົງ ເທົ່າກັບ 200 ເມັດ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ກໍ່ໄດ້ເຂົ້າກັກຕົວ ທ້າວ ແສງສຸລີ (ເລັ່ງ) ອາຍຸ 32 ປີ ກໍາມະກອນ ຢູ່ບ້ານ ຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢູ່ເຮືອນຂອງຜູ່ກ່ຽວ ພ້ອມຂອງກາງຢາບ້າ 83 ເມັດ ແລະ ຢາໄອ 1 ຫໍ່ນ້ອຍ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຄື່ອນໄຫວພົວພັນຢາເສບຕິດມາແຕ່ຕົ້ນປີ 2019 ຢາບ້າທີ່ເອົາມາເສບ ແລະ ຂາຍຄັ້ງທໍາອິດແມ່ນຊື້ນໍາໝູ່ເປັນຄົນຕ່າງແຂວງ ຈໍານວນ 3 ຖົງ. ຈາກນັ້ນ, ກໍເອົາມາເສບປະມານ 3-5 ເມັດ ຢູ່ເຮືອນຂອງຜູ້ກ່ຽວ ແລະ ຂາຍໃຫ້ໝູ່, ຄົນຮູ້ຈັກ ຕໍ່ມາໄດ້ຍິນຂ່າວວ່າໝູ່ທີ່ຂາຍຢາໃຫ້ຕົນຖືກກັກຕົວ ຕົນເອງຈຶ່ງລົບໜີໄປລີ້ຢູ່ແຂວງສະຫວັນນະເຂດ.

 

 

ຫຼັງຈາກແລ້ວບຸນປີໃໝ່ກໍ່ກັບບ້ານ ມາເຄື່ອນໄຫວຊື້-ຂາຍຢາເສບຕິດອີກ ເຊິ່ງຄັ້ງນີ້ແມ່ນໄດ້ສັ່ງຊື້ຢາບ້າ ນໍາຊາຍຄົນໜຶ່ງ ພໍໂທລະສັບໄປຫາມີຄົນຮັບສາຍແລ້ວບອກວ່າຜູ້ກ່ຽວຕິດຄຸກ ຖ້າຢາກໄດ້ຢາບ້າແມ່ນຈະມີຄົນໄປສົ່ງໃຫ້ ທີ່ຜ່ານມາຕົນໄດ້ພົວພັນຊື້ຢາບ້ານໍາຊາຍຄົນດັ່ງກ່າວມາແລ້ວຫຼາຍຄັ້ງ ໂດຍຊື້ຄັ້ງລະ  5-10 ຖົງ ແລ້ວກໍເອົາມາເສບ ແລະ ຂາຍໃຫ້ໄວລຸ້ນທີ່ຕ້ອງການ. ຫຼ້າສຸດມາໃນວັນທີ 11 ພຶດສະພາ 2019 ຊື້ອີກ 5 ຖົງ ແລ້ວເອົາມາຂາຍໃຫ້ ທ້າວໂລ້ ຈົນໝົດ. ຕົກມາຮອດວັນທີ 14 ພຶດສະພາ 2019 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງຢາບ້າ ຈໍານວນ 83 ເມັດ ແລະ ຢາໄອ 1 ຫໍ່ນ້ອຍ ຊຸກເຊື່ອງໄວ້ໃນກະເປົາພາຍ ຢູ່ຫ້ອງນອນຂອງຕົນ.

 

 

ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ແມ່ນໄດ້ສົ່ງສໍານວນຄະດີ ໃຫ້ອົງການໄອຍະການປະຊາຊົນ ເພື່ອຂໍຄໍາສັ່ງຈາກສານຕັດສິນລົງໂທດຕາມລະບຽບກົດໝາຍ.

 

 

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ