ຄວາມທ້າທາຍຂອງວົງການນັກຮ້ອງລາວ

83

ປັດຈຸບັນວົງການບັນເທີງລາວກໍເລີ່ມຂະຫຍາຍຕົວຂຶ້ນເລື້ອຍໆ ແຕ່ວົງການນັກຮ້ອງລາວບໍ່ວ່າຈະເປັນເພງບ້ານນາ ຫຼື ເພງລາວສະໄໝ ກໍຍັງມີຄວາມທ້າທາຍທີ່ແຕກຕ່າງກັນໄປດ້ວຍສະພາບການປ່ຽນແປງຕາມຍຸກສະໄໝທີ່ບໍ່ຄືເກົ່າກໍຕ້ອງໄດ້ມີການປັບປ່ຽນຕາມຄວາມທັນສະໄໝ.

ທ່ານ ທະວີສັກ ທໍາມະວົງສາ ຫົວໜ້າຄ້າຍເພງ ທີເຄ ຊາວລາວ ໃຫ້ສໍາພາດວ່າ: ຖ້າທຽບເມື່ອກ່ອນກັບປັດຈຸບັນວົງການເພງ ຫຼື ວົງການບັນເທີງໃນບ້ານເຮົາ ກໍຍັງມີສິ່ງທີ່ກ້າວ ໜ້າທີ່ ແລະ ຢຸດຢູ່ກັບທີ່ ສັງເກດເຫັນຄົນລາວຫັນມາໃຫ້ຄວາມສົນໃຈເພງລາວບ້ານນາສະໄໝ ( ເປັນເພງໃນຮູບແບບການພັດທະນາເພງລູກທົ່ງບ້ານນາ ມາເປັນເພງລາວສະໄໝ ) ໂດຍຈະມີການນໍາໃຊ້ດົນຕີແນວໃໝ່ເສີມເຂົ້າໄປ ຫຼື ເຮັດດົນຕີລ໋ອກເພີ່ມຕື່ມ ຈຶ່ງເປັນທີ່ສົນໃຈຂອງຄົນລາວໃນຍຸກສະໄໝນີ້. ສະນັ້ນ, ໃນ 2 – 3 ປີຜ່ານມາ ສັງເກດເຫັນວ່າມີຫຼາຍເພງມີຍອດວິວ 10 ລ້ານວິວ ເຊິ່ງເພງສ່ວນໃຫຍ່ກໍເປັນເພງບ້ານນາ ເຊັ່ນ: ເພງ “ ຮ້າງກ່ອນແຕ່ງ ”, ເພງ “ ເຮັດໄດ້ໃຫ້ເປັນເຂີຍ ” ຫຼື ເພງ “ ແຟນປັດຈຸບັນສໍາຄັນສໍ່າໃດ ” ລ້ວນແຕ່ເປັນເພງບ້ານນາ.

ສ່ວນເພງລາວສະໄໝ ຈະຮອດ 1 ລ້ານວິວ ກໍຍັງມີຄວາມທ້າທາຍສູງເພາະຍັງສູ້ກະແສເພງຕ່າງປະເທດບໍ່ທັນໄດ້ ແລະ ຄ້າຍເພງລາວສະໄໝ ຫຼາຍຄ້າຍກໍຢຸດຕິລົງ ເນື່ອງຈາກຄ່າໃຊ້ຈ່າຍໃນການແຕ່ງເພງລາວສະໄໝຂ້ອນຂ້າງສູງ ເມື່ອເຮັດອອກມາແລ້ວບໍ່ມີງານຈ້າງຈຶ່ງເຮັດໃຫ້ບັນດາຄ້າຍ ຫຼື ນັກຮ້ອງບໍ່ມີລາຍຮັບ, ໃນເມື່ອກ່ອນແມ່ນມີຫຼາຍແຕ່ປັດຈຸບັນກໍເລີ່ມຫຼຸດລົງ ແລະ ຫັນມາເປັນນັກຮ້ອງອິດສະຫຼະຫຼາຍຂຶ້ນ ໂດຍສ່ວນໃຫຍ່ຈະແມ່ນນັກຮ້ອງທີ່ມີຊື່ສຽງໃນເມື່ອກ່ອນ ມີແຟນເພງຫຼາຍຄົນຮູ້ຈັກດີແລ້ວຈຶ່ງຜະລິດເພງໃໝ່ອອກມາ ແລະ ສໍາລັບນັກຮ້ອງນ້ອງໃໝ່ອອກຜົນງານມາກໍຫາຍໄປ, ເພງລາວສະໄໝໃນຍຸກນີ້ສະແດງໃຫ້ເຫັນວ່າວົງການເພງລາວສະໄໝປັດຈຸບັນກະແສຈະບໍ່ແຮງເທົ່າເມື່ອກ່ອນ. ສ່ວນເພງບ້ານນາແມ່ນຍັງມີລັກສະນະຄົງຕົວ ແຕ່ກໍຕ້ອງພັດທະນາດ້ານການແຕ່ງເພງໃຫ້ມີເນື້ອຫາທັນສະໄໝຫຼາຍຂຶ້ນ ແລະ ສ່ອງແສງສັງຄົມຫຼາຍຂຶ້ນນໍາ.

ນອກນີ້, ການສ້າງນັກຮ້ອງເອງກໍຍັງມີ ຄວາມທ້າທາຍເຊັ່ນກັນ ເພາະຕ້ອງສ້າງນັກຮ້ອງທີ່ມີຄຸນນະພາບ ແລະ ມີຄຸນສົມບັດ ພ້ອມທັງມີພອນສະຫວັນທາງດ້ານສຽງເພງ, ມີໂອກາດທີ່ຈະມີຊື່ສຽງ ແລະ ສ້າງນັກຮ້ອງທີ່ບໍ່ເຫັນແກ່ລາຍຮັບຈາກການມາຮ່ວມຮ້ອງເພງ ເນື່ອງຈາກວ່ານັກຮ້ອງຫຼາຍຄົນກໍບໍ່ໄດ້ຫວັງເງິນ – ຄໍາເປັນປັດໄຈຫຼັກ ເຊິ່ງນັກຮ້ອງຫຼາຍຄົນກໍເຂົ້າໃຈວ່າຢູ່ບ້ານເຮົາການທີ່ຈະຫວັງເອົາລາຍຮັບຈາກການຮ້ອງເພງຈົນຮັ່ງມີແມ່ນຂ້ອນຂ້າງຍາກ ນອກຈາກວ່າເປັນເພງທີ່ມີຊື່ສຽງແທ້ໆ ແລະ ມີໂອກາດໄດ້ໄປຮ້ອງຕາມງານຕ່າງໆ ເປັນຕົ້ນແມ່ນໄປຕ່າງປະເທດຈຶ່ງຈະມີລາຍຮັບສູງສາມາດສ້າງເນື້ອສ້າງຕົວໄດ້ ແຕ່ປັດຈຸບັນຢູ່ຕ່າງປະເທດກໍເລືອກເຟັ້ນເອົານັກຮ້ອງໄປຕ້ອງມີລະບຽບ, ຕ້ອງເປັນນັກຮ້ອງທີ່ມີຜົນງານຫຼາຍ, ເປັນນັກຮ້ອງທີ່ມີຊື່ສຽງ ແລະ ມີຄຸນສົມບັດພ້ອມທີ່ຈະໄດ້ໄປ.

ດັ່ງນັ້ນ, ໃນຕອນນີ້ບ້ານເຮົາສິ່ງທີ່ທ້າທາຍຄືການເປັນນັກຮ້ອງອິດສະຫຼະ ໂດຍບໍ່ຈໍາເປັນຕ້ອງມີຄ້າຍເພງ, ອັດເພງ ແລະ ແຕ່ງເອງ ຈຶ່ງສົ່ງຜົນໃຫ້ນັກຮ້ອງບ້ານເຮົາຫຼາຍ ທັງຮ້ອງມ່ວນ ແລະ ບໍ່ມ່ວນປະປົນກັນໄປ ຫຼື ມີຄຸນນະພາບ ແລະ ບໍ່ມີຄຸນນະພາບ ໂດຍຈະເນັ້ນການໂຄສະນາຜ່ານສື່ອອນລາຍເປັນຫຼັກ ເຊິ່ງບໍ່ໄດ້ມີການກວດກາ ເນື້ອໃນຈຶ່ງເຮັດໃຫ້ວົງການເພງບ້ານເຮົາດຽວນີ້     ( ສະເພາະວົງການເພງບ້ານນາ ) ມີປະລິມານຫຼາຍ ແຕ່ກໍຕ້ອງມີອົງປະກອບຫຼາຍໆຢ່າງຄວບຄູ່ກັນໄປ ເປັນຕົ້ນແມ່ນການຊ່ວຍເບິ່ງແຍງຫຼາຍໆດ້ານຈາກຄ້າຍເພງ ສຳລັບສິ່ງທ້າທາຍຂອງການເລືອກນັກຮ້ອງຂອງຄ້າຍ ທີເຄ ຊາວລາວ ແມ່ນເລືອກເຟັ້ນຄົນທີ່ຈະມາເປັນນັກຮ້ອງແທ້ໆແມ່ນຍາກ ເຖິງຈະມີຫຼາຍແຕ່ເລືອກຄົນທີ່ຈະມີຄວາມພຽບພ້ອມກໍມີຈໍາກັດໃນບ້ານເຮົາ.

ສ່ວນຄວາມທ້າທາຍຂອງວົງການນັກຮ້ອງລາວແມ່ນຈະເຮັດແນວໃດ ເພື່ອໃຫ້ຄົນລາວຫັນມາຟັງເພງລາວ ແລະ ການນໍາໃຊ້ສິລະປິນລາວໃນງານຕ່າງໆ ເພື່ອເຮັດໃຫ້ສິລະປິນລາວມີລາຍຮັບພ້ອມທັງມີແຮງບັນດານໃຈໃນການສ້າງສັນຜົນງານຕໍ່ໆໄປ. ອີກຢ່າງໜຶ່ງນັກຮ້ອງລາວເຮົາຕ້ອງໄດ້ມີການພັດທະນາສີມື ເພາະປະເທດເຮົາເຂົ້າ AEC ແລ້ວ ຕ້ອງເກັ່ງຫຼາຍໆດ້ານທັງຄວາມສາມາດ, ດ້ານການປະພຶດ ແລະ ດ້ານການຕະຫຼາດຄຽງຄູ່ກັນໄປ.

ສໍາລັບແຜນຂອງຄ້າຍເພງ ທີເຄ ຊາວລາວ ໃນປີນີ້ພວກເຮົາກໍຍັງສືບຕໍ່ພັດທະນານັກຮ້ອງທີ່ຢູ່ໃນສັງກັດ ອາດຈະບໍ່ຫຼາຍເທົ່າເມື່ອກ່ອນ ຫຼາຍຄົນໄດ້ມາເຮັດ ແລະ ຮູ້ເລື່ອງການຮ້ອງເພງກໍຢຸດໄປ ແຕ່ພວກເຮົາກໍຍັງສືບຕໍ່ເບິ່ງແຍງ ແລະ ພັດທະນານັກຮ້ອງທີ່ປ່ອຍຜົນງານເພງອອກມາ ສໍາລັບນັກຮ້ອງໃໝ່ພວກເຮົາກໍຍັງຄົ້ນຫາ ແລະ ເລືອກເຟັ້ນສິ່ງທີ່ພວກເຮົາຢາກໄດ້ແທ້ໆ ແມ່ນຈະບໍ່ເນັ້ນປະລິມານແຕ່ຈະເນັ້ນຄຸນນະພາບພ້ອມ ມີ ຄວາມຫວັງວ່າອາດຄວາມເປັນໄປໄດ້ທີ່ຈະເຮັດໃຫ້ຄົນລາວຫັນມາມັກຮັກໃນຕົວສິລະປິນ. ສ່ວນການຂະຫຍາຍຕົວກໍຂຶ້ນຢູ່ກັບຫຼາຍໆປັດໄຈ ເຊັ່ນ: ສ້າງຜົນງານໃຫ້ດີທີ່ສຸດ ແລະ ການຕອບໂຈດຂອງສັງຄົມ ຢາກໃຫ້ບໍລິສັດ ຫຼື ຫ້າງຮ້ານນໍາໃຊ້ສິລະປິນຂອງຄົນລາວ ກໍຈະເປັນການຂະຫຍາຍຕົວທີ່ດີ ແລະ ບໍ່ຢາກໃຫ້ເອົາສິລະປິນຕ່າງຊາດເຂົ້າມາຫຼາຍເກີນໄປ ຈົນເຮັດໃຫ້ສິລະປິນລາວວ່າງງານ.

[ ຂ່າວ: ທິບອຸສາ ]