ຈົບຊັ້ນສົກນີ້ ມສ ວຽງຈັນ ຕັ້ງເປົ້າໃບປະກາດແດງ 5 ຄົນ

174

ມສ ວຽງຈັນ ເປັນສູນສອບເສັງ ມ 4 ຂອງເມືອງ ແລະ ມ 7 ຂອງນະຄອນຫຼວງວຽງຈັນ ໂດຍຄາດຈະມີນັກສອບເສັງຈົບຊັ້ນທັງໝົດເກືອບ 3 ພັນຄົນ ຂະນະທີ່ຜູ້ອຳນວຍການ ມສ ວຽງຈັນ ຕັ້ງເປົ້າໃຫ້ນັກຮຽນໄດ້ໃບປະກາດແດງ      4 – 5 ຄົນ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ສຳພາດວ່າ: ການກະກຽມຄວາມພ້ອມໃນການສອບເສັງຈົບຊັ້ນ ມ 4 ແລະ ມ 7 ປະຈຳສົກຮຽນ 2018 – 2019, ໂຮງຮຽນ ມສ ວຽງຈັນ ໄດ້ຖືກເລືອກເປັນສູນສອບເສັງທັງ ມ 4 ຂອງເມືອງ ແລະ ມ 7 ຂອງນະຄອນຫຼວງວຽງຈັນ ເຊິ່ງການສອບເສັງຈົບຊັ້ນ ມ 4 ມີທັງໝົດ 15 ໂຮງຮຽນ, ມີນັກຮຽນສອບເສັງທັງໝົດ 1.404 ຄົນ ຍິງ 751 ຄົນ, ມີຫ້ອງສອບເສັງທັງໝົດ 70 ຫ້ອງ. ສຳລັບຊັ້ນ ມ 7 ມີໂຮງຮຽນຈາກ 9 ໂຮງຮຽນ ມີນັກຮຽນທັງໝົດ 1.455 ຄົນ ຍິງ 829 ຄົນ ທີ່ຈະມາສອບເສັງຢູ່ສູນສອບເສັງຈົບຊັ້ນ ມສ ວຽງຈັນ ໃນຈຳນວນຫ້ອງສອບເສັງທັງໝົດ 74 ຫ້ອງ.

ການກະກຽມສອບເສັງຈົບຊັ້ນ ມ 4 ແລະ ມ 7 ຂອງນັກຮຽນ ມສ ວຽງຈັນ ແມ່ນໄດ້ກະກຽມມາຢ່າງດີ ເຊິ່ງທັງໂຮງຮຽນໄດ້ຈັດບຳລຸງສອນພິເສດ ພ້ອມແກ້ບົດຝຶກຫັດໃນບົດຮຽນ ແລະ ແກ້ບັນດາບົດສອບເສັງຕ່າງໆທີ່ຜ່ານມາ ເພື່ອກຽມຄວາມພ້ອມໃຫ້ແກ່ນັກຮຽນມາຕັ້ງແຕ່ຕົ້ນເດືອນເມສາ ແລະ ຈະສິ້ນສຸດໃນວັນທີ 14 ມິຖຸນາ 2019 ນີ້. ນອກນັ້ນ, ນ້ອງນັກຮຽນທັງຫຼາຍກໍໄດ້ຕັ້ງໃຈຄົ້ນຄວ້າສຶກສາຮໍ່າຮຽນດ້ວຍຕົນເອງ, ການສອບເສັງຈົບຊັ້ນ ມ 4 ແລະ ມ 7 ໃນປີນີ້, ໂຮງຮຽນ ມສ ວຽງຈັນ ຄາດວ່າຈະສາມາດຍາດໄດ້ໃບປະກາດແດງ 4 – 5 ໃບ ພ້ອມທັງຕັ້ງເປົ້ານັກຮຽນທີ່ໄດ້ຮັບການຍ້ອງຍໍທີ່ເສັງໄດ້ຄະແນນດີ 7 ຂຶ້ນໄປທຸກວິຊາໃຫ້ໄດ້ 80%.

ທ້າວ ຈິລະຢຸດ ນິດວົງໄຂ ນັກຮຽນຊັ້ນ   ມ 7 ມສ ວຽງຈັນ ໃຫ້ສຳພາດວ່າ: ຕົນເອງໄດ້ຄົ້ນຄວ້າບົດຮຽນເພື່ອກຽມເສັງຈົບຊັ້ນ ມ 7 ມາຕັ້ງແຕ່ເດືອນກັນຍາ 2018, ຕົນເອງໄດ້ພະຍາຍາມແກ້ບົດຝຶກຫັດ ແລະ ຄົ້ນຄວ້າບັນດາວິຊາສຳຄັນທີ່ຈະເສັງຈົບຊັ້ນ, ແກ້ ແລະ ອ່ານບັນດາຫົວບົດທີ່ສອບເສັງໃນໄລຍະຜ່ານມາຢ່າງໜັກໜ່ວງ ເຊິ່ງແຕ່ລະມື້ຕົນເອງໄດ້ແກ້ບັນດາວິຊາທຳມະຊາດ ແລະ ຄະນິດສາດ ມື້ລະ 10 – 20 ຂໍ້, ອ່ານບັນດາວິຊາທິດສະດີ ແລະ ແຕ່ງວິຊາພາສາລາວ – ວັນນະຄະດີມື້ລະບົດ ເຊິ່ງວິຊາທີ່ຕົນເອງໝັ້ນໃຈທີ່ສຸດແມ່ນວິຊາຄະນິດສາດ.

ສຳລັບການສອບເສັງຈົບຊັ້ນ ມ 7 ໃນປີນີ້, ຕົນເອງມີເປົ້າໝາຍໃຫ້ໄດ້ໃບປະກາດແດງ ໂດຍທຸກວິຊາເສັງໃຫ້ໄດ້ 9 ຂຶ້ນໄປ ແລະ ວິຊາຄະນິດສາດແມ່ນໃຫ້ໄດ້ຄະແນນ 10 ເຕັມ. ສ່ວນອະນາຄົດແມ່ນຕົນເອງຈະໄປກຽມພາສາ 1 ປີ ຢູ່ປະເທດສິງກະໂປ. ຫຼັງຈາກນັ້ນ, ແມ່ນໄປຮຽນຕໍ່ລະດັບປະລິນຍາຕີ ຢູ່ມະຫາວິທະຍາໄລ ເມລເບີລນ໌ ( University of Melbourne ) ຂອງປະເທດ         ອົສຕຣາລີ ໃນສາຂາວິຊາໄອທີ ເພາະຕົນເອງເຫັນວ່າໃນປະເທດເຮົາດ້ານໄອທີແມ່ນຍັງຕໍ່າ ຖ້າທຽບໃສ່ປະເທດອື່ນ ແລະ ມີ ຄວາມຈຳເປັນຫຼາຍໃນການພັດທະນາເສດຖະກິດ – ສັງຄົມ.

ນາງ ລຳພູໃສ ສີປະເສີດ ນັກຮຽນ ມ 7 ມສ ວຽງຈັນ ໃຫ້ຮູ້ວ່າ: ນ້ອງເອງໄດ້ກະກຽມໃນການສອບເສັງຈົບຊັ້ນ ມ 7 ມາຕັ້ງແຕ່ເດືອນກັນຍາ 2018 ໂດຍຮຽນ ແລະ ແກ້ບົດຝຶກຫັດຕ່າງໆໃນຕຳລາ ແລະ ບັນດາບົດທີ່ເຄີຍເສັງໃນແຕ່ລະປີຜ່ານມາ ເຊິ່ງນ້ອງເອງໄດ້ຮຽນດ້ວຍ 3 ວິທີ ຄື: ຮຽນ ແລະ ຄົ້ນຄວ້ານຳຄູ – ອາຈານ, ຄົ້ນຄວ້າດ້ວຍຕົນເອງ ແລະ ແລກປ່ຽນບົດຮຽນນຳໝູ່ເພື່ອນ, ການສອບເສັງຈົບຊັ້ນໃນປີນີ້ ນ້ອງຄາດວ່າຈະສາມາດເສັງໄດ້ຄະແນນດີ ແລະ ວິຊາທີ່ນ້ອງໝັ້ນໃຈທີ່ສຸດ ຄືວິຊາພາສາລາວ.

ສຳລັບເປົ້າໝາຍຮຽນຕໍ່ໃນອະນາຄົດແມ່ນນ້ອງຢາກໄປຮຽນຢູ່ຄະນະວິສະວະກຳສາດ ໃນສາຂາວິຊາ ວິສະວະກຳໄອທີ ເພາະເປັນວິຊາທີ່ນ້ອງມັກ ແລະ ເປັນວິຊາທີ່ມີ ຄວາມຈຳເປັນທີ່ສຸດໃນສັງຄົມລາວ ເຊິ່ງນ້ອງຄິດວ່າໃນອະນາຄົດອາດຕ້ອງໄດ້ນຳໃຊ້ໄອທີເຂົ້າໃນການຮຽນ – ການສອນ ແລະ ທຸກຂົງເຂດວຽກງານຕະຫຼອດຮອດການດຳລົງຊີວິດຂອງຄົນໃນສັງຄົມ.

ນາງ ແກ້ວມະນີ ສີປະເສີດ ນັກຮຽນ ມ 7 ມສ ວຽງຈັນ ໃຫ້ສຳພາດວ່າ: ນ້ອງເອງໄດ້ເລີ່ມຄົ້ນຄວ້າເພື່ອກຽມສອບເສັງຈົບຊັ້ນມາຕັ້ງແຕ່ເດືອນທັນວາ 2018 ໂດຍໄດ້ຮຽນນຳຄູ – ອາຈານ ແລະ ຄົ້ນຄວ້າດ້ວຍຕົນເອງ. ຫຼັງຈາກນັ້ນ, ນ້ອງຈະນຳເອົາບົດຮຽນທີ່ຄົ້ນຄວ້າດັ່ງກ່າວມາສະຫຼຸບເພື່ອໃຫ້ສະດວກຕື່ມໃນການຄົ້ນຄວ້າ, ການສອບເສັງຈົບຊັ້ນໃນປີນີ້ນ້ອງມີເປົ້າໝາຍຢາກໃຫ້ເສັງໄດ້ຄະແນນ 7 ຂຶ້ນໄປ ແລະ ວິຊາເຄມີ ແມ່ນໄດ້ 9 ຂຶ້ນໄປ. ສຳລັບເປົ້າໝາຍໃນອະນາຄົດນ້ອງເອງຈະໄປຮຽນຕໍ່ໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃນສາຂາວິຊາເສດຖະສາດພັດທະນາ ແລະ ການວາງແຜນ ເພາະປັດຈຸບັນປະເທດລາວເຮົາຍັງຕ້ອງການການພັດທະນາຫຼາຍ ເພື່ອພັດທະນາເສດຖະກິດ – ສັງຄົມໃຫ້ດີຂຶ້ນ.

[ ຂ່າວ: ກາວຊົ່ງ; ຮູບ: ສອນໄຊ ]