ຝຶກອົບຮົມການຂຽນແຜນທຸລະກິດ ໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ

45

ສະມາຄົມການເງິນຈຸລະພາກ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ອົງການແຮງງານສາກົນ ພາຍໃຕ້ການສະໜັບສະໜູນທະນາຄານໂລກ ປະຈໍາລາວ ໄດ້ຈັດຝຶກອົບຮົມການວາງແຜນທຸລະກິດ ແລະ ການຄຸ້ມຄອງບໍລິຫານການເງິນ ເພື່ອເຂົ້າຫາແຫຼ່ງທຶນສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ. ພາຍໃຕ້ການເປັນຄູຝຶກຂອງ ທ່ານ ນາງ ປະມວນ ເພັດທານີ ຜູ້ອໍານວຍການສະມາຄົມການເງິນຈຸລະພາກ ແລະ ສໍາມະນາກອນທີ່ຕາງໜ້າຈາກທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງການຕ່າງໆເຂົ້າຮ່ວມທັງໝົດ 22 ທ່ານ.

ສໍາລັບສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບການຂຽນແຜນທຸລະກິດ; ແຜນການຕະຫຼາດ; ການດໍາເນີນງານຕ່າງໆ; ແຜນການຄຸ້ມຄອງບໍລິຫານ; ແຜນການເງິນ – ການບັນຊີ; ເຄື່ອງມືວິເຄາະໃນການບໍລິຫານການເງິນ; ບັນດາເງື່ອນໄຂຕ່າງໆໃນການກູ້ຢືມຈາກທະນາຄານສໍາລັບຫົວໜ່ວຍຈຸລະວິສາຫະກິດ ( MSME ) ເຊິ່ງການຝຶກອົບຮົມດັ່ງກ່າວ ຈັດຂຶ້ນເປັນເວລາ 3 ວັນ ໃນລະຫວ່າງວັນທີ 24 – 26 ພຶດສະພາ 2019 ທີ່ສະມາຄົມການເງິນຈຸລະພາກ ນະຄອນຫຼວງວຽງຈັນ.

[ ຂ່າວ – ຮູບ: ສົມສະຫວິນ ]