ສະນໍ້າໃສ່ກັນປຽກທັງສອງ

91

ສະນໍ້າໃສ່ກັນປຽກທັງສອງ

 

 

ພາດຫົວຂໍ້ນີ້ເພື່ອຢາກນຳເອົາຂໍ້ມູນຂໍ້ຂັດແຍ່ງທາງການຄ້າລະຫວ່າງສອງມະຫາອຳນາດໂລກ ຄື: ສະຫະລັດອາເມຣິກາ ກັບ ສປ ຈີນ ມາເລົ່າສູ່ຟັງ.

ການເຈລະຈາການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ທີ່ນະຄອນຫຼວງວໍຊິງຕັນ ເຊິ່ງເປັນຄັ້ງທີ 11 ຢຸດຕິໂດຍ “ ບໍ່ມີຂໍ້ສະຫຼຸບ ” ໃນມື້ສຸດທ້າຍຄືວັນສຸກທີ 10 ພຶດສະພາ 2019.

 

▶ ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ:

ຫຼັງການປຶກສາຫາລືກັນສິ້ນສຸດລົງ  ທ່ານ ລິວເຮີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີ, ຜູ້ນຳພາຂອງຝ່າຍຈີນ ໃນການເຈລະຈາເສດຖະກິດການຄ້າລະຫວ່າງ ຈີນ ກັບ ອາເມຣິກາ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໂດຍກ່າວວ່າ:

 

 

  1. ໃນຫຼາຍຄັ້ງຜ່ານມາສອງຝ່າຍໄດ້ແລກປ່ຽນ ແລະ ຮ່ວມມືດ້ວຍບັນຍາກາດທີ່ດີ, ການເຈລະຈາບໍ່ໄດ້ຫຼົ້ມເຫຼວ, ກົງກັນຂ້າມ, ເປັນພຽງອຸປະສັກນ້ອຍໆທີ່ປົກກະຕິໃນການເຈລະຈາລະຫວ່າງສອງປະເທດທີ່ຫຼີກເວັ້ນບໍ່ໄດ້, ຈີນມີທ່າທີເຫັນໄປໃນແງ່ດີຕໍ່ການເຈລະຈາໃນອະນາຄົດ.
  2. ຄະນະຜູ້ແທນເສດຖະກິດການຄ້າຂອງທັງສອງຝ່າຍຈະພົບປະກັນອີກຢູ່ນະຄອນຫຼວງປັກກິ່ງໃນອະນາຄົດ ເພື່ອສືບຕໍ່ແລກປ່ຽນກັນ, ຊຸກຍູ້ການປຶກສາຫາລືໃຫ້ມີຄວາມຄືບໜ້າ.
  3. ກ່ອນໜ້ານີ້ ເວລາ 0 ໂມງ 1 ນາທີ ຕາມເວລາທ້ອງຖິ່ນ, ອາເມຣິກາ ໄດ້ປັບຂຶ້ນພາສີຕໍ່ສິນຄ້າຈີນ ທີ່ມີມູນຄ່າ ເຖິງ 200 ຕື້ໂດລາສະຫະລັດນັ້ນ ຈາກ 10% ຂຶ້ນເປັນ 25%.
  4. ເພື່ອເປັນການຕອບໂຕ້ ຫຼັງຈາກນັ້ນປະມານ 2 ນາທີ ຈີນໄດ້ອອກຖະແຫຼງການ ໂດຍປະກາດໃຊ້ມາດຕະການຕອບໂຕ້ ເຊິ່ງເກືອບເປັນຈັງຫວະດຽວກັນກັບຝ່າຍອາເມຣິກາ.
  5. ຜົນດັ່ງກ່າວບໍ່ໄດ້ຢູ່ນອກຄວາມຄາດຄິດຂອງຄົນທັງຫຼາຍ ເພາະວ່ານັບແຕ່ເດືອນກຸມພາປີຜ່ານມາ ຈົນມາຮອດປັດຈຸບັນນີ້ ການປຶກສາຫາລືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາ ໄດ້ດຳເນີນມາເປັນ 11 ຮອບແລ້ວ ເຖິງແມ່ນວ່າໄດ້ຮັບຄວາມຄືບໜ້າສຳຄັນ, ແຕ່ກໍໄດ້ປະສົບອຸປະສັກຫຼາຍເທື່ອ.
  6. ກ່ອນຈະຈັດການປຶກສາຫາລືຮອບນີ້ ອາເມຣິກາ ກໍໄດ້ກ່າວປະກາດແລ້ວວ່າຈະຂຶ້ນພາສີອີກ ເຊິ່ງເຮັດໃຫ້ວົງການພາຍນອກເປັນຫ່ວງວ່າການເຈລະຈາລະຫວ່າງ ຈີນ ກັບ ອາເມຣິກາ ຈະຫຼົ້ມເຫຼວ.
  7. ໂດຍປະເຊີນໜ້າກັບແຮງກົດດັນແບບນີ້ ຄະນະຜູ້ແທນຈີນ ກໍໄດ້ເດີນທາງເຖິງອາເມຣິກາ ເພື່ອເຂົ້າຮ່ວມການປຶກສາຫາລືຮອບທີ 11, ສະແດງໃຫ້ເຫັນເຖິງ ຄວາມຈິງໃຈທີ່ສຸດຂອງຈີນ ເພື່ອແກ້ໄຂບັນຫາລະຫວ່າງສອງຝ່າຍ ກໍຄືຄວາມຮັບຜິດຊອບໃນລະດັບສູງຂອງຈີນ ທີ່ພິຈາລະນາເຖິງຜົນປະໂຫຍດຂອງປະຊາຊົນສອງປະເທດກໍຄືຂອງປະຊາຊົນປະເທດຕ່າງໆໃນໂລກ.
  8. ແຕ່ວ່າ ອາເມຣິກາ ໄດ້ຕິຕຽນຈີນຢາກໃຫ້ເຈລະຈາຄືນໃໝ່ຕໍ່ເນື້ອໃນຈຳນວນໜຶ່ງໃນສັນຍາ, ໝາຍຈະໃຫ້ຈີນເປັນຜູ້ຮັບຜິດຊອບຕໍ່ການເຈລະຈາທີ່ບໍ່ໄດ້ປະສົບຜົນສຳເລັດ, ການກະທຳແບບນີ້ຂອງອາເມຣິກາແມ່ນຂາດຄວາມເປັນທຳຢ່າງຈະແຈ້ງ.
  9. ຕໍ່ການເຈລະຈາເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາ, ຈີນມີສິ່ງທີ່ໜ້າກັງວົນຂອງຕົນ, ຕໍ່ບັນຫາຫຼັກການເຫຼົ່ານັ້ນ ຈີນບໍ່ຫ່ອນຈະທໍ້ຖອຍ, ກ່ອນອື່ນໝົດຕ້ອງຍົກເລີກການຂຶ້ນພາສີເພື່ອໃຫ້ການຄ້າລະຫວ່າງສອງຝ່າຍຟື້ນຟູຄວາມເປັນປົກກະຕິ.
  10. ຍ້ອນຝ່າຍອາເມຣິກາ ດື້ດຶງຂຶ້ນພາສີ, ຝ່າຍຈີນຈຳເປັນຕ້ອງໃຊ້ມາດຕະການຕອບໂຕ້ສົ່ງຜົນເຮັດໃຫ້ສົງຄາມການຄ້າລະຫວ່າງຈີນ ກັບ ອາເມຣິກາ ຮຸນແຮງຂຶ້ນຕື່ມ ສະພາບການແບບນີ້ເຮັດໃຫ້ຝ່າຍຈີນຮູ້ສຶກເສຍດາຍ, ແຕ່ກໍຕ້ອງປະເຊີນໜ້າຢ່າງທຸ່ນທ່ຽງ.
  11. ໃນປີປາຍທີ່ຜ່ານມາໂດຍປະເຊີນໜ້າກັບແຮງກົດດັນທີ່ອາເມຣິກາ ຂຶ້ນພາສີເລື້ອຍໆ ເຖິງແມ່ນວ່າເສດຖະກິດຈີນ ໄດ້ຮັບຜົນກະທົບໃນລະດັບໃດໜຶ່ງກໍຕາມ, ແຕ່ເລື່ອງຈິງກໍໄດ້ຢືນຢັນແລ້ວວ່າ ຜົນກະທົບແບບນີ້ແມ່ນສາມາດຄວບຄຸມ ແລະ ຮັບເອົາໄດ້.
  12. ໃນອະນາຄົດຝ່າຍຈີນ ຍັງຈະສືບຕໍ່ແລກປ່ຽນກັບອາເມຣິກາ ດ້ວຍຄວາມຈິງໃຈທີ່ສຸດ ແລະ ຄວາມພະຍາຍາມທີ່ສຸດ ເພື່ອຫຼຸດຄວາມຂັດແຍ່ງກັນໃຫ້ໜ້ອຍລົງ, ເປີດກວ້າງຄວາມເຫັນທີ່ເປັນເອກະພາບກັນ, ຊຸກຍູ້ໃຫ້ການປຶກສາຫາລືມີຄວາມຄືບໜ້າ.
  13. ແຕ່ວ່າການປຶກສາຫາລືນີ້ຕ້ອງເຄົາລົບຜົນປະໂຫຍດຕົ້ນຕໍ ແລະ ສິ່ງທີ່ມີ ຄວາມກັງວົນຂອງແຕ່ລະຝ່າຍ ເພື່ອສະແດງໃຫ້ເຫັນເຖິງຫຼັກການສະເໝີພາບກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
  14. ມີແຕ່ເປັນແບບນີ້ ຄວາມຂັດແຍ່ງດ້ານເສດຖະກິດການຄ້າລະຫວ່າງຈີນກັບອາເມຣິກາ ຈຶ່ງສາມາດຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະສຸດທ້າຍ, ຂ້າມຜ່ານ “ ຄວາມມືດກ່ອນຕາເວັນໂພ່ຂຶ້ນ ”.
  15. ຊອກຫາຮູບແບບໃນການຄວບຄຸມຄວາມຂັດແຍ່ງ, ເປີດກວ້າງຄວາມເຫັນທີ່ເປັນເອກະສັນກັນ ເພື່ອຊຸກຍູ້ການສ້າງການພົວພັນລະຫວ່າງຈີນ ກັບ ອາເມຣິກາ ທີ່ຖືເອົາການປະສານສົມທົບກັນ, ຮ່ວມມືກັນ ແລະ ມີຄວາມໝັ້ນທ່ຽງເປັນພື້ນຖານ.

 

▶ ຂໍ້ຂັດແຍ່ງ ຫຼື ເອີ້ນວ່າການສະນໍ້າໃສ່ກັນ

ໃນຄັ້ງນີ້ແມ່ນເລີ່ມກ່ອນການເຈລະຈາ ຄັ້ງທີ 11 ( ວັນທີ 9 – 10 ພຶດສະພາ 2019 ) ໂດຍໃນວັນທີ 6 ພຶດສະພາ ທ່ານ ທຣຳ ໄດ້ຂຽນລົງໃນສື່ສັງຄົມອອນລາຍ ( ທະວິດເຕີ ) ສ່ວນຕົວຂອງຕົນ ວ່າ: ປັດຈຸບັນອັດຕາພາສີ 10% ສຳລັບສິນຄ້າທີ່ມີມູນຄ່າ 200 ຕື້ໂດລານັ້ນ ຈະໄດ້ເພີ່ມຂຶ້ນເປັນ 25% ໃນວັນທີ 10 ພຶດສະພາຈະມາເຖິງ, ສ່ວນສິນຄ້າທີ່ມີມູນຄ່າ 325 ຕື້ໂດລາ ທີ່ຍັງເຫຼືອຂອງຈີນ ທີ່ສົ່ງອອກໄປອາເມຣິກາ ນັ້ນຍັງບໍ່ທັນຂຶ້ນພາສີເທື່ອ ແຕ່ຈະຖືກຈັດເຂົ້າຢູ່ໃນອັດຕາ 25% ໃນໄວໆນີ້.

ຄຳຖະແຫຼງຂອງ ທ່ານ ທຣຳ ຖືກຢືນຢັນຢ່າງເປັນທາງການຈາກຄະນະຜູ້ແທນອາເມຣິກາ ທີ່ເຂົ້າເຈລະຈາ ( U.S TRade Representative ) ເມື່ອວັນສຸກທີ 10 ພຶດສະພາ 2019 ວ່າ: ປະທານາທິບໍດີ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານໃຫ້ໜ່ວຍງານທີ່ຂຽນກ່ຽວຂ້ອງຕັ້ງກຳແພງພາສີ ແລະ ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ ໃນມູນຄ່າ 200 ຕື້ໂດລາ ( ຈາກເດີມ 10% ຂຶ້ນເປັນ 25% ) ແລະ ມີຜົນບັງຄັບໃຊ້ໃນວັນສຸກທີ 10 ພຶດສະພາ.

 

 

▶ ເບື້ອງ ສປ ຈີນ: ພາຍຫຼັງຄຳຖະແຫຼງຂອງ ທ່ານ ທຣຳ 1 ວັນ ( ວັນທີ 7 ພຶດສະພາ 2019 ) ທະນາຄານສູນກາງຈີນ ກໍໄດ້ປະກາດເພີ່ມທຶນໄລຍະຍາວປະມານ 1 ຕື້ໂດລາ ເຂົ້າຕະຫຼາດແນໃສ່ເຮັດໃຫ້ຕະຫຼາດເປັນປົກກະຕິ.

ຕໍ່ຈາກນັ້ນມາເຖິງວັນທີ 13 ພຶດສະພາ 2019 ຄະນະກຳມະການພາສີຂອງລັດຖະບານ ສປ ຈີນ ກໍປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກ ສປ ຈີນ ຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 1 ມິຖຸນາ 2019 ເປັນຕົ້ນໄປ ໃນມູນຄ່າ 60 ຕື້ໂດລາ ໂດຍຂຶ້ນພາສີ 25%, 10% ຕໍ່ສິນຄ້າອາເມຣິກາ ທີ່ນຳເຂົ້າ ສປ ຈີນ ການປັບພາສີຄັ້ງນີ້ເປັນການຕອບໂຕ້ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າຂອງອາເມຣິກາ, ສປ ຈີນ ຫວັງວ່າສະຫະລັດອາເມຣິກາ ຈະກັບຄືນສູ່ການເຈລະຈາເພື່ອແກ້ໄຂບັນຫາການຄ້າລະຫວ່າງສອງຝ່າຍ, ພະຍາຍາມຮ່ວມກັບ ສປ ຈີນ ກ້າວເດີນໄປສູ່ທິດດຽວກັນ ແລະ ຍາດແຍ່ງໃຫ້ກ້າວໄປເຖິງຂັ້ນເຊັນສັນຍາທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນເປັນພື້ນຖານເຄົາລົບເຊິ່ງກັນ ແລະ ກັນ.

 

 

▶ ຫາງສຽງໂລກເລີ່ມວິຕົກກັງວົນຕໍ່ເຫດການໃນຄັ້ງນີ້ ໂດຍສະເພາະ IMF ບອກວ່າ: ຂໍ້ຂັດແຍ່ງທາງການຄ້າລະຫວ່າງອາເມຣິກາ ແລະ ຈີນ ສົ່ງຜົນຕໍ່ການເຕີບໂຕທາງເສດຖະກິດໂລກ ເຊິ່ງເມື່ອກ່ອນຄາດວ່າຈະຢູ່ໃນລະດັບ 3,5% ແຕ່ໃນຕົວຈິງມີພຽງແຕ່ 3,3% ໃນປີນີ້ ແລະ ການຄ້າກໍຈະຫຼຸດລົງຈາກເປົ້າໝາຍ 4% ເປັນ 3,4%.

ສະຫຼຸບວ່າ: ຂໍ້ຂັດແຍ່ງທາງການຄ້າບໍ່ມີຜົນດີຕໍ່ທັງສອງຝ່າຍກໍຄືຕໍ່ຊາວໂລກ ເພາະການສະນໍ້າໃສ່ກັນນັ້ນມັນປຽກທັງສອງຕ່າງແຕ່ວ່າໃຜປຽກຫຼາຍ ແລະ ໜ້ອຍທໍ່ນັ້ນ.

 

[ ທິດດີ ]