ສະຫຼອງວັດອົງຕື້ຄົບຮອບ 6 ປີ ແລະ ສົມໂພດພະທາດເຈດີນ້ອຍ

125

ຊາວພຸດເຮົາເວົ້າເລື່ອງເຮັດບຸນສິນກິນທານເອີ້ນວ່າເກືອບທຸກຄົນມີຈິດໃຈເຫຼື້ອມໃສສັດທາ ແລະ ຫ້າວຫັນກັນເປັນທີ່ສຸດ ການເຮັດບຸນນອກຈາກຈະໄດ້ຄວາມສຸກແລ້ວຍັງໄດ້ຄວາມສາມັກຄີໃນໝູ່ປະຊາຊົນອີກຖືວ່າບໍ່ມີຫຍັງເສຍຫາຍ.

 

 

ເມື່ອວັນທີ 24-25 ພຶດສະພາ 2019 ຜ່ານມາ ເມືອງຊໍາເໜືອ ແຂວງຫົວພັນ ກໍ່ມີກິດຈະກຳທາງພຸດທະສາສະໜາຮ່ວມກັບອອກຕົນຍາດໂຍມຢູ່ບັນດາບ້ານເທສະບານເມືອງຊຳເໜືອ ແລະ ຜູ້ເຫຼື້ອມໃສໃນພຸດທະສາສະໜາ ໄດ້ຈັດງານສະເຫຼີມສະຫຼອງວັດອົງຕື້ສີບຸນເຮືອງ ຄົບຮອບ 6 ປີ ໄປພ້ອມກັບສົມໂພດພະທາດເຈດີນ້ອຍ 2 ຕົ້ນບັງໜ້າພະເຈົ້າອົງຕື້ ເຊິ່ງແມ່ນນອນໃນແຜນຂອງການກໍ່ສ້າງວັດອົງຕື້ສີບຸນເຮືອງໄດ້ທຳການກໍ່ສ້າງສຳເລັດລວມມູນຄ່າ 150 ລ້ານກີບ.

 

 

ສ່ວນເງິນຄຳ ແລະ ວັດຖຸທານ ທີ່ບັນດາອອກຕົນຍາດໂຍມໄດ້ໂມທະນາທານໃນຄັ້ງນີ້ ມີຄອບຄົວ ທ່ານ ພັນຄຳ ວິພາວັນ ຮ່ວມກັບນັກທຸລະກິດຢູ່ນະຄອນຫຼວງວຽງຈັນໄດ້ປະກອບສ່ວນຈຳນວນ 68 ລ້ານກີບ ແລະ ເງິນຊ່ວຍເຫຼືອຂອງສະມາຄົມຊາວພຸດຈຳນວນ 82 ລ້ານກີບ.

ດັ່ງນັ້ນ, ພາຍຫຼັງກໍ່ສ້າງສຳເລັດ ອົງການປົກຄອງແຂວງ ແລະ ເມືອງພ້ອມດ້ວຍອອກຕົນຍາດໂຍມທັງຫຼາຍຈິ່ງໄດ້ຈັດງານສົມໂພດພະທາດເຈດີຄັ້ງນີ້ຂຶ້ນ ເພື່ອໃຫ້ມັນຖືກກັບຮີດຄອງປະເພນີທີ່ເຄີຍປະຕິບັດກັນມາ ແລະ ເປັນບຸນບາລະມີປົກປັກຮັກສາບ້ານເມືອງ ແລະ ອອກຕົນຍາດໂຍມທັງຫຼາຍໃຫ້ຢູ່ເຢັນເປັນສຸກຕະຫຼອດໄປ.