ສືບຕໍ່ໂຄງການສ້າງວຽກເຮັດງານທຳໃຫ້ຄົນພິການ

175

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ແລະ ອົງການຄົນພິການອາຊີ ເພື່ອພັດທະນາ ( ADDP ) ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຢູ່ແຂວງຫົວພັນ ໄລຍະທີ 2 ແລະ ກິດຈະກໍາສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມຄົນຫູໜວກ ແລະ ສົ່ງເສີມພາສາມື ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຄົນພິການ.

ພິທີດັ່ງກ່າວມີຂຶ້ນໃນວັນທີ 24 ພຶດສະພາຜ່ານມາ ທີ່ໂຮງແຮມນີວໂຣສ ຮ່ວມລົງນາມລະຫວ່າງ ທ່ານ ຄຳປິງ ແສງຕານນາລາດ ຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ພິການ ແລະ ຜູ້ອາຍຸສູງ ຮສສ ແລະ ທ່ານ ນາງ ໂຕມິໂກະ ມາເອຈິມະ ປະທານອົງການ ADDP ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ຄຳປິງ ແສງຕານນາລາດ ກ່າວວ່າ: ເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນພິການໄລຍະ 2 ຢູ່ເມືອງວຽງໄຊ ແຂວງຫົວພັນ ແລະ ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມຄົນຫູໜວກ ແລະ ສົ່ງເສີມພາສາມືຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃນ 2 ປີຜ່ານມາ ອົງການ ADDP ໄດ້ສະໜັບສະໜູນການສ້າງວຽກເຮັດງານທໍາໄລຍະ 1 ຢູ່ແຂວງຫົວພັນ ຖືວ່າໄດ້ຮັບຜົນສຳເລັດດ້ວຍດີ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງຄົນພິການຢູ່ໃນເມືອງວຽງໄຊ. ສະນັ້ນ, ມື້ນີ້ຈຶ່ງໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດໂຄງການ ເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນພິການ.

ໂຄງການສ້າງວຽກເຮັດງານທໍາໃຫ້ແກ່ຄົນພິການ ໄລຍະທີ 2 ແມ່ນເລີ່ມແຕ່ມື້ອະນຸມັດຈົນເຖິງ 31 ມັງກອນ 2021, ສະໜັບສະໜູນໂດຍກະຊວງການຕ່າງປະເທດຍີ່ປຸ່ນ ໃນມູນຄ່າ 2,15 ແສນໂດລາ, ກິດຈະກຳຫຼັກຂອງໂຄງການແມ່ນສ້າງຕັ້ງສູນພັດທະນາຄົນພິການ, ປັບປຸງເສັ້ນທາງສຳລັບລໍ້ເລື່ອນຄົນພິການຢູ່ພາຍໃນສວນຊາກຸຣະມິດຕະພາບ ລາວ – ຍີ່ປຸ່ນ, ຝຶກອົບຮົມສ້າງຄວາມອາດສາມາດ ( TOT ) ໃຫ້ກັບພະນັກງານລັດຖະກອນທີ່ກ່ຽວຂ້ອງໃນຂັ້ນທ້ອງຖິ່ນ, ຝຶກອົບຮົມວິຊາຊີບ ແລະ ພັດທະນາຄູຝຶກທີ່ເປັນຄົນພິການ, ຝຶກອົບຮົມການບົວລະບັດຕົ້ນຊາກຸຣະ; ຝຶກອົບຮົມການເຮັດເຂົ້າໜົມຄຸກກີ້, ຝຶກອົບຮົມການບໍລິການຮ້ານກາເຟ, ຝຶກອົບຮົມການເຮັດຫັດຖະກຳຂະໜາດນ້ອຍ, ຝຶກອົບຮົມການເສີມຄວາມງາມ, ຕັດຜົມຍິງ – ຊາຍ.

ສ່ວນກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມຄົນຫູໜວກ ແລະ ສົ່ງເສີມພາສາມືຈັດຕັ້ງຢູ່ນະຄອນຫຼວງວຽງຈັນ, ໄລຍະປະຕິບັດ 1 ປີ ເລີ່ມແຕ່ວັນທີ 11 ມັງກອນ 2019 ເຖິງ 10 ມັງກອນ 2020, ໃຊ້ງົບປະມານ 40 ພັນໂດລາສະຫະລັດ, ສະໜັບສະໜູນທຶນໂດຍ ມູນນິທິ ນິບປອນ ( NIPPON Foundation ) ແລະ ອົງການຄົນພິການອາຊີ ເພື່ອການພັດທະນາ ( ADDP ) ກິດຈະກຳຫຼັກໆແມ່ນສ້າງຄວາມເຂັ້ມແຂງດ້ານການບໍລິຫານຄຸ້ມຄອງໃຫ້ແກ່ສະມາຄົມຄົນຫູໜວກ ແລະ ຊຸກຍູ້ໃຫ້ຊາວໜຸ່ມຄົນຫູໜວກມີສ່ວນຮ່ວມໃນກິດຈະກໍາຕ່າງໆຂອງສະມາຄົມ, ພັດທະນາຄວາມສາມາດໃຫ້ແກ່ຄົນຫູໜວກ 30 ຄົນ ທີ່ມີຄວາມເປັນໄປໄດ້ ແລະ ເຂົ້າໃຈກ່ຽວກັບວຽກງານບໍລິຫານຂອງສະມາຄົມຄົນຫູໜວກ, ຈັດຝຶກອົບຮົມການເປັນຜູ້ນຳໃຫ້ແກ່ສະມາຊິກຄົນຫູໜວກຢູ່ຕ່າງແຂວງ ເປັນຕົ້ນແມ່ນຢູ່ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ, ເປີດຝຶກອົບຮົມພາສາມືເພື່ອປູກຈິດສຳນຶກ ແລະ ສົ່ງເສີມພາສາມືລາວ.

ທ່ານ ນາງ ໂຕມິໂກະ ມາເອຈິມະ ມີຄຳເຫັນວ່າ: ການລົງນາມຈັດຕັ້ງປະຕິບັດໂຄງການຄັ້ງນີ້ ເພື່ອສ້າງໂອກາດໃຫ້ຄົນພິການແຂວງຫົວພັນ ໄດ້ມີໂອກາດຮຽນຮູ້ໃນການປະກອບອາຊີບ ແລະ ເປັນການເສີມຂະຫຍາຍ ແລະ ເຄື່ອນໄຫວກິດຈະກຳໄປທົ່ວປະເທດ ເຊິ່ງພວກເຮົາໄດ້ສະໜັບສະໜູນ ເພື່ອຄົນປາກກືກທົ່ວປະເທດ ນີ້ເປັນສ່ວນໜຶ່ງທີ່ປະກອບຢູ່ໃນຂໍ້ກຳນົດສະຫະປະຊາຊາດ ວ່າດ້ວຍການເຂົ້າຮ່ວມໝົດທຸກຄົນ ແລະ ສະເໝີພາບ, ກິດຈະກຳທີ່ກ່າວມາແມ່ນກິດຈະກຳທີ່ກ້າວກະໂດດ ເຊິ່ງອົງການຕ່າງໆທີ່ກ່ຽວຂ້ອງໃນລາວ ແລະ ອົງການ ADDP ໄດ້ປຶກສາຫາລືກັນເປັນເວລາຍາວນານ ຈຶ່ງປາກົດຜົນເປັນຈິງ ໂດຍສະເພາະການສຶກສາຂອງຄົນປາກກືກ ຂ້າພະເຈົ້າເຊື່ອວ່າການສຶກສາຂອງຄົນປາກກືກ ເພື່ອນຳໄປປະກອບອາຊີບທັງໝົດນີ້ອົງການ ADDP ຈະຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ໂຄງການຄັ້ງນີ້ປະສົບຜົນສຳເລັດ.

[ ຂ່າວ: ແກ້ວ; ຮູບ: ວິລະໄຊ ]