ຫຼາຍໂຮງຮຽນມຸ່ງໝັ້ນຈັດກິດຈະກຳວັນເດັກ ສົ່ງເສີມຄວາມສາມາດໃຫ້ອະນາຄົດຂອງຊາດ

63

ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄຸນຄ່າມະຫາສານ, ເປັນຜູ້ສືບທອດພາລະກິດຂອງຊາດ, ເປັນຜູ້ສືບສານຮີດຄອງ, ວັດທະນະທຳ ທີ່ບັນພະບຸລຸດສ້າງໄວ້ໃຫ້ມີ ຄວາມຍືນຍົງ ແລະ ຂະຫຍາຍຕົວ ກໍຄືເຮັດໃຫ້ປະເທດຊາດມີຄວາມຈະເລີນສີວິໄລຂຶ້ນໄປເລື້ອຍໆ. ຍ້ອນແນວນັ້ນພັກ ແລະ ລັດຖະບານເຮົາຍາມໃດກໍມີຄວາມເປັນຫ່ວງເປັນໄຍໃຫ້ການສຶກສາອົບຮົມ ແລະ ສົ່ງເສີມພັດທະນາຄວາມຮູ້ – ຄວາມສາມາດເຂົາເຈົ້າໃຫ້ກ້າວໜ້າໄປຢ່າງບໍ່ຢຸດຢັ້ງ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2019 ທີ່ຈະມາເຖິງນີ້ ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນ, ສະຖາບັນ, ສູນ – ສະໂມສອນວັດທະນະທຳເດັກແຂວງ ແລະ ເມືອງໃນຂອບເຂດທົ່ວປະເທດ ໄດ້ມີການກະກຽມຝຶກຊ້ອມ ແລະ ກຽມຄວາມພ້ອມໃນການສະເຫຼີມສະຫຼອງງານສຳຄັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ.

ທ່ານ ສຸບັນ ຫຼວງລາດ ຜູ້ອໍານວຍການສູນວັດທະນະທໍາເດັກ ໃຫ້ສໍາພາດວ່າ: ສູນວັດທະນະທຳເດັກສູນກາງ ( ສ.ວ.ດ ) ໄດ້ກະກຽມການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄຽງຄູ່ລະນຶກເຖິງວັນສ້າງຕັ້ງ ສ.ວ.ດ ຄົບຮອບ 25 ປີ ( 19/6/1994 – 19/6/2019 ) ເຊິ່ງປະກອບດ້ວຍດ້ານເນື້ອໃນ ແລະ ກິດຈະກຳ, ຂະບວນການ, ພ້ອມທັງໄດ້ແນະນຳໃຫ້ ສ.ວ.ດ ແຕ່ລະແຂວງຈັດກິດຈະກຳພາຍໃນສູນຂອງຕົນ ແລະ ປະກອບສ່ວນການສະແດງສູ່ສາຍຕາສັງຄົມ ປະກອບມີ 30 ກວ່າລາຍການ ທັງດ້ານສິລະປະ, ດົນຕີພື້ນເມືອງ ແລະ ສາກົນ ( ເສບ, ຟ້ອນ, ຮ້ອງເພງ, ຂັບລຳ, ລະຄອນ, ເກມ, ຖາມ – ຕອບບັນຫາຊີງລາງວັນ, ເລົ່ານິທານ ແລະ ອື່ນໆ ), ກິດຈະກຳຢູ່ໃນບູ໊ດປະກອບມີ: ການແຕ້ມຮູບ, ລະບາຍສີ, ການປະດິດຂອງຫຼິ້ນແບບສ້າງສັນ, ຫຼິ້ນເກມຊີງລາງວັນ ແລະ ການແຈກຂອງລາງວັນສຳລັບທຸກຄົນໃນແຕ່ລະວັນເສົາ – ວັນອາທິດ ເດັກນ້ອຍທັງຫຼາຍໄດ້ຕັ້ງໜ້າຂຸ້ນຂ້ຽວຝຶກຊ້ອມລາຍການສະແດງຂອງຕົນເອງໃຫ້ຮັບປະກັນຢ່າງຟົດຟື້ນ ພ້ອມຈະສະແດງຜ່ານລາຍການກ່ອນການຈັດງານໜຶ່ງອາທິດ.

ທ່ານ ນາງ ຄູນວິໄລ ເຄນກິຕິສັກ ຜູ້ອຳນວຍການໂຮງຮຽນປະຖົມທົ່ງກາງ ສະແດງທັດສະນະວ່າ: ວັນເດັກນ້ອຍສາກົນ ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນທີ່ບົ່ງບອກໃຫ້ເຫັນເຖິງຄວາມຫ່ວງໄຍນຳລູກຫຼານທີ່ເປັນອະນາຄົດຂອງຊາດ ແລະ ອີກອັນໜຶ່ງກໍເພື່ອໃຫ້ເດັກນ້ອຍເຍົາວະຊົນໄດ້ເບີກບານມ່ວນຊື່ນ, ພັກຜ່ອນຢ່ອນອາລົມຕາມສິດທິຂອງເຂົາເຈົ້າ ໂດຍການເອົາໃຈໃສ່ຂອງຄູ – ອາຈານ, ພໍ່ແມ່ຜູ້ປົກຄອງ, ອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງຕ່າງໆ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຊັ່ນ: ກະຊວງສຶກສາທິການ ແລະ ກີລາ, ກະຊວງສາທາລະນະສຸກ ເຊິ່ງທາງໂຮງຮຽນໄດ້ອົບຮົມບົ່ມສອນເມື່ອຮອດວັນເດັກໄດ້ຈັດກິດຈະກຳຂຶ້ນທຸກໆປີ ເພື່ອມອບຂອງຂວັນລາງວັນໃຫ້ນ້ອງນັກຮຽນທີ່ຮຽນດີ – ຮຽນເກັ່ງ, ມີຄຸນສົມບັດດີ, ອອກແຮງງານດີ, ມາໂຮງຮຽນບໍ່ຂາດ. ສ່ວນສາທາລະນະສຸກຈະໃຫ້ເດັກນ້ອຍກິນຢາ, ສັກຢາກັນໝາກແດງ, ສັກຢາກັນມະເຮັງປາກມົດລູກສຳລັບນັກຮຽນຍິງ. ໃນນັ້ນ, ກໍເພື່ອໃຫ້ລູກຫຼານນັກຮຽນທຸກຄົນໄດ້ມີສຸຂະພາບແຂງແຮງ, ມີ ຄວາມສົດໃສມ່ວນຊື່ນກັບການສຶກສາຮ່ຳຮຽນທີ່ດີເພື່ອອະນາຄົດຂອງຊາດ. ສະນັ້ນ, ພວກເຮົາທຸກຄົນທຸກພາກສ່ວນຄວນເອົາໃຈໃສ່ສົ່ງເສີມ ແລະ ເຫັນຄວາມສໍາຄັນໃນການສະເຫຼີມສະຫຼອງວັນເດັກໃຫ້ແກ່ລູກຫຼານເຍົາວະຊົນລາວ.

ທ່ານ ນາງ ເຄນສີ ຜີວທອງ ເປັນຄູສອນ ຊັ້ນ ປ 5 ໂຮງຮຽນນີຣະດາຈອມເພັດ ໃຫ້ສຳພາດວ່າ: ເພື່ອໃຫ້ເດັກໄດ້ສະແດງຄວາມສາມາດອອກໃຫ້ເຕັມຮູບແບບ ພວກເຮົາໄດ້ມີກິດຈະກຳປູກຕົ້ນໄມ້ຈຳນວນໜຶ່ງໃສ່ເດີ່ນໂຮງຮຽນຫຼັງໃໝ່ຢູ່ບ້ານຈອມເພັດເໜືອ ຮ່ອມ 2. ນອກຈາກນີ້, ທາງໂຮງຮຽນພວກເຮົາຍັງໄດ້ຈັດການແຂ່ງຂັນສິລະປະຊັ້ນອະນຸບານຂຶ້ນໃນວັນທີ 1 ມິຖຸນາ ແລະ ວັນທີ 2 ມິຖຸນາ ຈະແຂ່ງຂັນຊັ້ນປະຖົມທີ່ສູນການຄ້າ ລາວ – ໄອເຕັກ ພ້ອມທັງມີການລະບາຍສີ ແລະ ກິດຈະກໍາອື່ນໆຕື່ມອີກ.

ທ່ານ ນາງ ພອນເສລີ ຕັນມີໄຊ ຮອງອໍານວຍການໂຮງຮຽນໄຊພອນສົມບູນ ໃຫ້ສໍາພາດວ່າ: ແຜນໃນການຈັດກິດຈະກໍາວັນເດັກສາກົນປີນີ້ກໍຄ້າຍຄືກັບປີຜ່ານມາແຕ່ຈະຈັດເປັນບູ໊ດຕ່າງໆເປັນຕົ້ນແມ່ນບູ໊ດອາຫານ ໂດຍໃຫ້ນັກຮຽນເຊີນຊວນຜູ້ປົກຄອງຮ່ວມກິດຈະກໍາ, ບູ໊ດລະບາຍສີແຕ້ມຮູບງາມມີລາງວັນໃຫ້, ບູ໊ດວິທະຍາສາດສ້າງຈາກວັດສະດຸເສດເຫຼືອນໍາມາປະກອບເປັນສິ່ງຂອງຕ່າງໆນໍາໃຊ້ວິຊາໂລກອ້ອມຕົວເຂົ້ານໍາ, ບູ໊ດສື່ການສອນໂດຍການນໍາເອົາຕົວຢ່າງບົດຮຽນຈາກຄູ – ອາຈານເພື່ອນໍາມາສະເໜີໃຫ້ຜູ້ປົກຄອງໄດ້ເບິ່ງ, ບູ໊ດຖາມ – ຕອບວິທະຍາສາດເພື່ອໃຫ້ນັກຮຽນໄດ້ຄົ້ນຄິດ ແລະ ອີກຫຼາຍໆບູ໊ດ. ນອກນີ້, ຍັງມີການສະແດງສິລະປະ ແລະ ກີລາ ເຊັ່ນ: ຟ້ອນ, ເດີນແບບ, ຮ້ອງເພງຂອງຊັ້ນອະນຸບານ ແລະ ຊັ້ນປະຖົມ ເພື່ອສົ່ງເສີມຄວາມສາມັກຄີ, ເພື່ອໃຫ້ເດັກໄດ້ຄິດໄດ້ຮຽນຮູ້ໃນວັນຂອງເຂົາເຈົ້າ, ເພື່ອໃຫ້ເຂົາເຈົ້າກ້າຄິດກ້າສະແດງອອກ ແລະ ເພື່ອໃຫ້ເຂົາເຈົ້າໄດ້ລົງມືເຮັດເອງ.

ໃນວັນເດັກສາກົນ ແມ່ນຄຽງຄູ່ກັບການປູກຕົ້ນໄມ້. ສະນັ້ນ, ເຮົາໄດ້ສອນໃຫ້ນັກຮຽນຮູ້ຈັກຮັກສິ່ງແວດລ້ອມ, ຮູ້ຈັກອະນາໄມສິ່ງທີ່ເຮັດ, ຮູ້ຈັກການຫຼິ້ນ ແລະ ຮູ້ຈັກການແບ່ງປັນ ວັນດັ່ງກ່າວແມ່ນມີຄວາມໝາຍ ຄວາມສໍາຄັນຫຼາຍຢ່າງຊ່ວຍໃຫ້ເດັກນ້ອຍໄດ້ຮຽນຮູ້, ພັດທະນາເດັກໃຫ້ມີຄວາມຄິດ ກວ້າງຂວາງຄິດດີປະພຶດດີໝູນໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນພ້ອມທັງປູກຈິດສໍານຶກໃຫ້ເຂົາເຈົ້າປູກຕົ້ນໄມ້ ແລະ ຮັກຕົ້ນໄມ້ແຕ່ຍັງນ້ອຍໆໄປ.

 

[ ຂ່າວ: ແກ້ວ + ທິບອຸສາ; ຮູບ: ສຸກສະຫວັນ ]