ອົບຮົມນັກພາກຮູບເງົາໄລຍະສັ້ນ

108

ການມີຈໍານວນນັກພາກຮູບເງົາເພີ່ມຂຶ້ນຈະສົ່ງຜົນໃຫ້ຈໍານວນຮູບເງົາທີ່ຜະລິດຢູ່ພາຍໃນ ແລະ ຮູບເງົານໍາເຂົ້າຈາກຕ່າງປະເທດເພີ່ມຂຶ້ນ ທັງເປັນການສົ່ງເສີມປະຊາຊົນບັນດາເຜົ່າໄດ້ເບິ່ງຮູບເງົາເປັນພາສາລາວ.

ດັ່ງນັ້ນ, ໃນວັນທີ 24 ພຶດສະພາ 2019 ກົມຮູບເງົາ ກະຊວງ ຖວທໄດ້ຈັດພິທີປິດຊຸດຝຶກອົບຮົມນັກພາກຮູບເງົາໄລຍະສັ້ນທີ່ດໍາເນີດມາແຕ່ວັນທີ 29 ມີນາ ຫາ 19 ພຶດສະພາ 2019 ໂດຍການຮ່ວມຂອງ ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ, ທ່ານ ສະຫຼຽງ ຊຽງວົງ ຫົວໜ້າພະແນກສໍາເນົາຮູບເງົາ, ທ່ານ ບົວໄລ ພານຸວົງ ຮອງຫົວໜ້າຫ້ອງການກະຊວງ ຖວທ, ທ່ານ     ຄໍາສອນ ພົມມະບຸດ ຫົວໜ້າກົມກວດກາກະຊວງ ຖວທ ພ້ອມດ້ວຍບັນດານັກພາກຮູບເງົາ ແລະ ວິທະຍາກອນເຂົ້າຮ່ວມ.

ທ່ານ ວິທູນ ສຸນດາຣາ ຫົວໜ້າກົມຮູບເງົາ ໄດ້ກ່າວວ່າ: ເປັນເວລາເກືອບ 2 ເດືອນ ແຫ່ງຄວາມເອົາໃຈໃສ່ ແລະ ພາກພຽນໃນການສິດສອນນັກພາກຮູບເງົາຈົນເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງເພິ່ງພໍໃຈເປັນຢ່າງຍິ່ງທີ່ມີຈໍານວນນັກພາກ, ນັກບັນຍາຍ ແລະ ນັກອ່ານບົດຕ່າງໆສືບທອດໃນວຽກງານນັກພາກຮູບເງົາ ເຊິ່ງນັ້ນເປັນພື້ນຖານຂອງການເປັນໂຄກສົກ – ພິທີກອນໃຫ້ແກ່ສັງຄົມລາວເພີ່ມຂຶ້ນ.

ໃນໄລຍະການຈັດຊຸດຝຶກອົບຮົມຜ່ານມາເຫັນວ່າວຽກງານຮູບເງົາຂອງ ສປປ ລາວ ມີການຂະຫຍາຍຕົວພໍສົມຄວນ ແລະ ນັກພາກກໍຍັງເປັນຜູ້ສືບທອດ, ຮັກສາ ແລະ ຜັນຂະຫຍາຍພາສາລາວທີ່ເປັນວັດທະນະທຳທາງດ້ານພາສາປາກເວົ້າຂອງຄົນລາວໃຫ້ຄຽງຄູ່ກັບຊາດລາວຕະຫຼອດໄປ. ຫວັງຢ່າງຍິ່ງວ່າການຈັດຊຸດຝຶກອົບຮົມໃນເທື່ອນີ້ຈະຊ່ວຍໃຫ້ພວກເຂົານໍາເອົາຄວາມຮູ້ທີ່ໄດ້ຮັບມາພັດທະນາ, ນໍາໃຊ້ ແລະ ຜັນຂະຫຍາຍຕໍ່ໄປເພື່ອປະກອບສ່ວນໃນການພັດທະນາວຽກງານຮູບເງົາລາວໃຫ້ດີຂຶ້ນ.

ທ່ານ ສະຫຼຽງ ຊຽງວົງ ໃຫ້ຮູ້ຕື່ມວ່າ: ການສິດສອນແມ່ນມີທັງພາກທິດສະດີ, ປະຕິບັດຕົວຈິງ ແລະ ຂໍ້ຫ້າມເວລາພາກ ໂດຍມີອາຈານສອນ 3 ຄົນ ແລະ ມີສໍາມະນາກອນທັງໝົດ 36 ຄົນ ຜ່ານການຮໍ່າຮຽນ ແລະ ທົດລອງພາກຕົວຈິງສາມາດຕີລາຄາພ້ອມທັງປະເມີນການຝຶກອົບຮົມ ເຫັນວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງທີ່ວາງໄວ້ 100% ບໍ່ວ່າຈະເປັນທາງດ້ານປະລິມານ ແລະ ຄຸນນະພາບ ຄາດໝາຍຂອງແຜນແມ່ນສ້າງຜູ້ສືບທອດໃຫ້ໄດ້ 25 ຄົນ ແຕ່ສ້າງໃນຕົວຈິງແມ່ນໄດ້ລື່ນຄາດໝາຍ 4 ຄົນ ແລະ ເກີນຄາດໝາຍ 20% ຖ້າທຽບໃສ່ຊຸດຝຶກອົບຮົມໃນເທື່ອທໍາອິດປີ 2012.

( ຂ່າວ: ທິບອຸສາ )