ບໍລິສັດ ພັດທະນາ ກະສິກໍາ ລາວ – ຍີ່ປຸ່ນ ຈໍາກັດ ເຊິ່ງເປັນການຮ່ວມມືລະ ຫວ່າງ ບໍລິສັດ ລາວ ຈາໂກ ກັບ ບໍລິສັດ ວິນາມິວ ແລະ ນັກທຸລະກິດລາວ ໄດ້ລົງທຶນສ້າງຟາມງົວນົມອິນຊີ ດ້ວຍງົບຫຼາຍເຖິງ 500 ລ້ານໂດລາສະຫະລັດ ຕັ້ງເປົ້າຂະຫຍາຍເນື້ອທີ່ 20 ພັນເຮັກຕາ ແລະ ມີງົວແມ່ພັນ 1 ແສນໂຕ.
ພິທີເປີດໂຕ ບໍລິສັດ ແລະ ການລົງມືກໍ່ສ້າງຟາມງົວ ມີຂຶ້ນໃນວັນທີ 24 ພຶດສະພາ 2019 ທີ່ບ້ານລາດແສນ ເມືອງຜາໄຊ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ມີການນໍາຈາກ ສສ ຫວຽດນາມ, ພາກທຸລະກິດ ເຂົ້າຮ່ວມ.
ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າ ແຂວງຊຽງຂວາງ ໄດ້ກ່າວວ່າ: ແຂວງຊຽງຂວາງ ມີເນື້ອທີ່ 15.800 ຕາກິໂລແມັດ, ພື້ນທີ່ສ່ວນໃຫຍ່ເປັນເຂດພູດອຍປ່າໄມ້ປົກຫຸ້ມ, ເນື້ອທີ່ທົ່ງພຽງ ແລະ ພູພຽງ ກວມພຽງແຕ່ 10% ອຸນຫະພູມສະເລ່ຍ 22 ອົງສາ, ປະລິມານນໍ້າຝົນ 1.800 ມິນລີແມັດຕໍ່ປີ, ປະກອບດ້ວຍ 7 ເມືອງ 478 ບ້ານ ມີພົນລະເມືອງ 260.000 ຄົນ ມີ 6 ຊົນເຜົ່າ.
ທ່າແຮງດ້ານເສດຖະກິດທີ່ກໍານົດໃນແຜນຍຸດທະສາດຂອງແຂວງ ປະກອບມີ 3 ດ້ານຕົ້ນຕໍ ຄື: 1. ການລ້ຽງສັດ, ລ້ຽງງົວ, ແກະ, ແບ້; 2. ການທ່ອງທ່ຽວຍ້ອນ ແຂວງຊຽງຂວາງ ມີພູມອາກາດທີ່ເໝາະສົມ, ບໍ່ຮ້ອນບໍ່ໜາວເກີນໄປ ມີແຫຼ່ງທ່ອງທ່ຽວວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດຫຼາຍແຫ່ງ. ພິເສດແມ່ນໄຫຫີນ ເຊິ່ງໄດ້ເຂົ້າເປັນມໍລະດົກໂລກໃນກາງເດືອນນີ້; 3. ການປູກຜັກ – ໝາກໄມ້ເຂດໜາວ.
ການລົງທຶນລ້ຽງງົວນົມ – ງົວຊີ້ນ ພ້ອມທັງສ້າງໂຮງງານປຸງແຕ່ງແບບຄົບຊຸດຂອງ ບໍລິສັດ ລາວ ຈາໂກ ກັບ ບໍລິສັດ ວິນາມິວ ຖືວ່າເປັນການລົງທຶນທີ່ສອດຄ່ອງຕາມແຜນພັດທະນາເສດຖະກິດໃນບຸລິມະສິດທີ 1 ຂອງແຂວງຊຽງຂວາງ ພວກເຮົາມີ ຄວາມຍິນດີທັງກຽມພ້ອມໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງເຕັມທີ່ ເພື່ອເຮັດໃຫ້ການລ້ຽງສັດເກີດມີປະສິດທິຜົນສູງ, ເປັນການປະກອບສ່ວນໃຫ້ແກ່ການພັດທະນາຂອງແຂວງມີບາດກ້າວອັນໃໝ່ ຊ່ວຍສ້າງຄວາມຮູ້ – ຄວາມເຂົ້າໃຈບົດຮຽນຕົວຈິງໃຫ້ແກ່ຊາວກະສິກອນປະກອບອາຊີບລ້ຽງສັດ ພັດທະນາໃຫ້ຄອບຄົວຂອງຕົນມີລາຍຮັບແບບໝັ້ນຄົງ ແລະ ເປັນຄອບຄົວພົ້ນທຸກຢ່າງແທ້ຈິງ.
ປັດຈຸບັນແຂວງຊຽງຂວາງ ມີຟາມງົວຂະໜາດນ້ອຍ ແບບຄອບຄົວ 8 ຟາມ, ມີງົວທັງໝົດ 1.500 ໂຕ ສ່ວນການລ້ຽງງົວປະຊາຊົນສ່ວນໃຫຍ່ແມ່ນລ້ຽງແບບພື້ນເມືອງ ຄອບຄົວໃຜຄອບຄົວລາວ, ລ້ຽງແບບທໍາມະຊາດປ່ອຍໄປຕາມທົ່ງຫຍ້າ ແລະ ລ້ຽງແບບທອມງົວ ປູກຫຍ້າເພື່ອເປັນອາຫານງົວແຕ່ການລ້ຽງມີຈຳນວນໜ້ອຍລ້ຽງໄລຍະສັ້ນພໍສັດໃຫຍ່ຂຶ້ນແລ້ວຂາຍ ໃນໄລຍະຜ່ານມາງົວທີ່ປະຊາຊົນລ້ຽງແບບທຳມະຊາດ ແລະ ລ້ຽງແບບທອມງົວສາມາດຂາຍທັງໝົດຈຳນວນ 160.139 ໂຕ.
ຟາມງົວຂອງ ບໍລິສັດ ພັດທະນາ ກະສິກໍາ ລາວ – ຍີ່ປຸ່ນ ຈໍາກັດ ເປັນຟາມທີ່ໃຫຍ່ທີ່ສຸດຂອງແຂວງຊຽງຂວາງ ນໍາໃຊ້ເຕັກນິກສູງໃນການລ້ຽງງົວ ແລະ ປັບປຸງດິນເພື່ອປູກຫຍ້າ ເຫັນວ່າການນໍາໃຊ້ເຕັກນິກຂອງບໍລິສັດດັ່ງກ່າວໄດ້ຮັບຜົນດີ, ຫຍ້າກໍງາມທັງມີຄຸນນະພາບ, ສັດກໍແຂງແຮງຂະຫຍາຍພັນໄດ້ດີ ໃນຊຸມປີຜ່ານມາເຫັນວ່າອັດຕາການຕາຍຂອງສັດມີຈໍານວນໜ້ອຍ ສາມາດເອົາເປັນແບບຢ່າງໃຫ້ແກ່ຊາວກະສິກອນນັບທັງບໍລິສັດທີ່ມີຄວາມສົນໃຈ ດ້ານການລ້ຽງງົວເປັນຢ່າງດີ ສໍາລັບຄອບຄົວປະຊາຊົນທົ່ວໄປທີ່ໄດ້ມາເຮັດວຽກຢູ່ ບໍລິສັດ ລາວ – ຍີ່ປຸ່ນ ເຂົາເຈົ້າໄດ້ມີຄວາມເຂົ້າໃຈ ແລະ ຮູ້ບົດຮຽນຕົວຈິງ ສາມາດລ້ຽງງົວ ເພື່ອສ້າງລາຍໄດ້ແບບໝັ້ນຄົງໃຫ້ແກ່ຄອບຄົວຕົນເອງ.
ທ່ານ ປອ. ອິໂມຣິ ດາຍຈິ ອໍານວຍການໃຫຍ່ ບໍລິສັດ ລາວ ຈາໂກ ໄດ້ກ່າວວ່າ: ໄລຍະທີໜຶ່ງຂອງການລົງທຶນ ມີເນື້ອທີ່ 5 ພັນເຮັກຕາຕໍ່ຝູງງົວ 24 ພັນໂຕ, ດ້ວຍທຶນເລີ່ມຕົ້ນແມ່ນ 120 ລ້ານໂດລາສະຫະລັດ ຄາດຄະເນເຖິງປີ 2020 ຟາມຈະສໍາເລັດການກໍ່ສ້າງ ແລະ ບັນລຸການຢັ້ງຢືນອິນຊີຕາມມາດຕະຖານເອີຣົບ ແລະ ມາດຕະຖານຂອງສະຫະລັດອາເມຣິກາ ເພື່ອສະໜອງວັດຖຸດິບ, ນົມງົວສົດອິນຊີໃຫ້ໄດ້ຕາມ ຄວາມຕ້ອງການຂອງຜູ້ຊົມໃຊ້ທັງພາຍໃນ ແລະ ສົ່ງອອກໄປປະເທດຫວຽດນາມ.
ໄລຍະທີ 2 ຈະລົງທຶນເພີ່ມຈໍານວນງົວ ຄາດຄະເນໃຫ້ໄດ້ເຖິງ 1 ແສນໂຕ ໃນເນື້ອທີ່ເລີ່ມແຕ່ 15 – 20 ພັນເຮັກຕາ ເຊິ່ງລວມຍອດການລົງທຶນທັງສອງໄລຍະ 500 ລ້ານໂດລາສະຫະລັດ.“
ທ່ານ ນາງ ມາຍ ກ່ຽວ ລຽນ ຜູ້ອໍານວຍການໃຫຍ່ ບໍລິສັດ ວິນາມິວ ໄດ້ກ່າວວ່າ: ການຮ່ວມມືດັ່ງກ່າວເຫັນໄດ້ທ່າແຮງບົ່ມຊ້ອນຂອງແຂວງຊຽງຂວາງ ເຊິ່ງພວກເຮົາໄດ້ກໍານົດຍຸດທະສາດດ້ວຍວິໄສທັດອັນຍາວໄກ ເຊິ່ງທາງຝ່າຍ ວິນາມິວ ຂອງຫວຽດນາມ ຈະນໍາໃຊ້ເຕັກໂນໂລຊີ 4.0 ເຄື່ອງຈັກວັດຖຸອຸປະກອນທີ່ກ້າວໜ້າ ພ້ອມຊ່ຽວຊານທີ່ເກັ່ງ ແລະ ມີປະສົບການສູງຈາກປະເທດຍີ່ປຸ່ນ ແລະ ໃນໂລກ ເພື່ອແນໃສ່ເຮັດໃຫ້ໂຄງການປະສົບຜົນສໍາເລັດ.