ເອພີເອ ຈັບມື ເຈແອນຊີ ເຊີວິດ ເຊັນສັນຍາຮ່ວມມືດ້ານທຸລະກິດປະກັນໄພ

120

ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ) ໄດ້ເຕີບໃຫຍ່ໄປອີກບາດກ້າວໜຶ່ງໃນການຂະຫຍາຍທຸລະກິດປະກັນໄພໃນລາວ ໂດຍໄດ້ເຊັນສັນຍາການຮ່ວມມືຍຸດທະສາດ ກັບ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດນາຍໜ້າປະກັນໄພທີ່  ໃຫຍ່ທີ່ສຸດໃນລາວ ທີ່ມີຄວາມຊໍານານໃນການໃຫ້ບໍລິການປະກັນໄພໃຫ້ແກ່ບໍລິສັດ, ສະມາຄົມຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໄສຢູ່ໃນ ສປປ ລາວ.

ທ່ານ ໂດມິນິກ ວິນລ້ຽມ ຜູ້ອໍານວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ) ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມພູມໃຈຫຼາຍທີ່ໄດ້ມີການເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ຖືເປັນບາດກ້າວໜຶ່ງທີ່ສໍາຄັນໃນການຂະຫຍາຍທຸລະກິດຂອງ ບໍລິສັດ ພົງສະຫວັນ ປະກັນໄພ ຂອງພວກເຮົາ ເຊິ່ງການຮ່ວມມືຄັ້ງນີ້ແມ່ນຈະເຮັດໃຫ້ພວກເຮົາໄດ້ຮັບໃຊ້ ແລະ ບໍລິການລູກຄ້າໄດ້ຫຼາກຫຼາຍກຸ່ມຍິ່ງຂຶ້ນ ເພາະວ່າຜະລິດຕະພັນຂອງ ພົງສະຫວັນປະກັນໄພ ທີ່ໄດ້ມີການຮ່ວມມືຈາກ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ຈະກາຍເປັນຜູ້ນຳໃນຕະຫຼາດປະກັນໄພທີ່ສາມາດຕອບສະໜອງຄວາມຕ້ອງການແກ່ລູກຄ້າໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ.

ຂະນະທີ່ ບໍລິສັດ ເຈແອນຊີ ເຊີວິດເອງ ກໍໄດ້ໃຫ້ບໍລິການທີ່ເປັນເອກະລັກ, ມີມາດຕະຖານແກ່ລູກຄ້າທີ່ເປັນຊາວຕ່າງປະເທດ ລວມທັງບຸກຄົນ, ບໍລິສັດ ແລະ ອົງການຈັດຕັ້ງທີ່ມີຄວາມຕ້ອງການແບບສະເພາະເຈາະຈົງ ແລະ ມີມາດຕະຖານສູງໃນລາວມາເປັນເວລາຫຼາຍປີມາແລ້ວ. ຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມມືຂອງສອງບໍລິສັດຈະເຮັດໃຫ້ພວກເຮົາສາມາດບໍລິການລູກຄ້າໄດ້ດີຂຶ້ນຫຼາຍກວ່າເກົ່າຢ່າງແນ່ນອນ. “ ທ່ານ ໂດມິນິກ ວິນລ້ຽມ ກ່າວ ”.

ທ່ານ ສະເຕຟານ ແອັສແບັກ ຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ໃຫ້ສຳພາດວ່າ: ການຮ່ວມມືຂອງສອງບໍລິສັດໃນຄັ້ງນີ້ ພວກເຮົາເຊື່ອວ່າຜະລິດຕະພັນທີ່ມີການກະກຽມ ແລະ ວາງແຜນທີ່ດີນັ້ນຈະເຮັດໃຫ້ພວກເຮົາສາມາດຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າ ແລະ ຮັບປະກັນຄວາມປອດໄພຊັບສິນ ແລະ ທຸລະກິດຂອງລູກຄ້າພວກເຮົາໄດ້. ສະນັ້ນ, ທາງ ບໍລິສັດ ພົງສະຫວັນ ປະກັນໄພ ແລະ ເຈແອນຊີ ເຊີວິດ ຂອງພວກເຮົາຈຶ່ງໄດ້ມີການຮ່ວມມືກັນພັດທະນາຜະລິດຕະພັນທີ່ເປັນເອກະລັກໃນຕະຫຼາດປະກັນໄພໃນລາວແລ້ວ ເຊັ່ນ: ການປະກັນໄພລົດ ທີ່ສະເໜີທາງເລືອກການຄຸ້ມຄອງສູງທີ່ສຸດໃນລາວ, ແຜນປະກັນສຸຂະພາບທີ່ຖືກພັດທະນາຂຶ້ນອີງຕາມມາດຕະຖານສາກົນ ແຕ່ປັບໃຫ້ມີຄ່າທໍານຽມທີ່ສົມເຫດສົມຜົນ ແລະ ເໝາະກັບທຸກຄົນທີ່ກຳລັງຈະມີການເປີດຕົວໃນໄວໆນີ້.

ສ່ວນ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນ ໃຫຍ່ຂອງ ບໍລິສັດ ພົງສະຫວັນ ປະກັນໄພ ຍັງໃຫ້ສຳພາດຕື່ມອີກວ່າ: ທາງພົງສະຫວັນເອງກໍກຳລັງດຳເນີນການພັດທະນາແຜນຍຸດທະສາດຕໍ່ກັບສິນຄ້າ ແລະ ການບໍລິການສຳລັບບັນດາລູກຄ້າ ເຊິ່ງການເຊັນສັນຍາຮ່ວມໃນຄັ້ງນີ້ແມ່ນຈະຊ່ວຍໃຫ້ເຮົາໄດ້ເຂົ້າເຖິງກຸ່ມລູກຄ້າ ບໍ່ວ່າຈະເປັນສ່ວນບຸກຄົນ ຫຼື ອົງກອນທີ່ມີຄວາມຕ້ອງການທາງດ້ານປະກັນໄພທີ່ມີ ຄວາມຫຼາກຫຼາຍ ແລະ ສາມາດຕອບສະໜອງໃຫ້ກົງກັບຄວາມຕ້ອງການຂອງເຂົາເຈົ້າ ແລະ ການຮ່ວມມືນີ້ເອງ ກໍຖືວ່າເປັນຍຸດທະສາດໄລຍະຍາວອັນສຳຄັນຂອງພວກເຮົາເຊັ່ນກັນ.

ພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ພົງສະຫວັນ ປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ຈັດຂຶ້ນໃນວັນທີ 24 ພຶດສະພາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍ ທ່ານ ໂດມິນິກ ວິນລ້ຽມ ຜູ້ອໍານວຍການໃຫຍ່ ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ) ແລະ ທ່ານ ສະເຕຟານ ແອັສແບັກ ຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ ບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນໃຫຍ່ຂອງ ບໍລິສັດ ພົງສະຫວັນ ປະກັນໄພ ( ເອພີເອ ), ທ່ານ ນາງ      ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ກຸ່ມບໍລິສັດ ພົງສະຫວັນ ພ້ອມດ້ວຍແຂກທັງສອງຝ່າຍ.

[ ຂ່າວ: ສົມສະຫວິນ; ຮູບ: ສອນໄຊ ]