ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ ປະກາດລາອອກຈາກຕຳແໜ່ງທ່າມກາງນໍ້າຕາ ຫຼັງບໍ່ສາມາດໜູນການBrexit ໄດ້ຕາມກຳນົດ

48

ວັນ​ທີ 24 ພຶດ​ສະ​ພາ​ນີ້, ທ່ານ​​ນາງເ​ທເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ໄດ້​​ປະ​ກາດ​ຢ່າງ​ເປັນ​ທາງ​ການວ່າ: ຕົນຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ຈະມາເຖິງ ແລະເລີ່ມ​ເຂົ້າ​ໄລ​ຍະ​ລັດ​ຖະ​ບານ​ຮັກ​ສາ​ການ.

ການປະກາດລາອອກຂອງທ່ານ​​ນາງເ​ທເຣ​ຊາ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ ມີຂຶ້ນ​ພາຍຫຼັງທີບໍ່ສາມາດເກ້ຍກ່ອມບັນດາສະມາຊິກລັດຖະສະພາສະໜັບສະໜູນຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ເຊິ່ງທ່ານນາງບັນລຸໄດ້ກັບ EU ໃນທ້າຍປີ 2018.

ວົງ​ການ​ການ​ເມືອງ​ອັງ​ກິດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ໃນ​ຂະ​ນະ​ທີ່​ຂະ​ບວນ​ການ​ຖອນອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ອັງ​ກິດ​ຍັງ​ບໍ່​ມີ​ຄວາມ​ແນ່ນອນBrexit , ການ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ນາງເ​ທ​ເຣ​ຊາ ເມ ຈະ​ເຮັດ​ໃຫ້​ການ​ແຂ່ງ​ຂັນເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດຜູ້​ໃໝ່​ດຸ​ເດືອດ​ຂຶ້ນ.

ປະເທດນີ້ຈະແຕ່ງຕັ້ງຜູ້ສືບທອດທ່ານນາງ Theresa May ຮັກສາຕຳແໜ່ງການນຳພັກນີ້ ແລະ ນາຍົກລັດຖະມົນຕີອັງກິດ ກ່ອນທີ່ສະພາແຫ່ງຊາດກ້າວເຂົ້າສູ່ໄລຍະພັກແລ້ງ ເຊິ່ງໄດ້ກຳນົດໃນວັນທີ 20 ກໍລະກົດ ຈະມາເຖິງ.

ວຽກງານສະເໜີລະຫວ່າງບັນດາສະມາຊິກລັດຖະສະພາຈະສິ້ນສຸດລົງໃນວັນທີ 10 ມິຖຸນາ, ຈາກນັ້ນ ສະມາຊິກຂອງພັກ ມີເວລາເພື່ອເລືອກເອົາໜຶ່ງໃນຈຳນວນຜູ້ອອກສະໝັກເລືອກຕັ້ງແຖວໜ້າ 2 ທ່ານເພື່ອປ່ຽນແທນທ່ານນາງ Theresa May ກ່ອນທີ່ສະພາແຫ່ງຊາດກ້າວເຂົ້າສູ່ໄລຍະພັກແລ້ງ.