ເພງ “ສ່ວນໜື່ງຂອງຫົວໃຈ” ເພງໃໝ່ ວົງ MAZ(ແມັສ)

233

ຫ່າງຫາຍໄປດົນ ສໍາລັບໜຸ່ມໆ ວົງ MAZ ຫຼື LA.FIVE ໜື່ງກຸ່ມສິລະປິນ Boybarnd ທີ່ຢູ່ໃນວົງການບັນເທີງມາດົນນານ ເປັນກຸ່ມສິນລະປິນຕັ້ງປີ 2007 ໄດ້ສ້າງຜົນງານເພງມາຢ່າງຫຼວງຫຼາຍ ເຊິ່ງໃນເມື່ອກ່ອນໃສ່ຊື່ວົງວ່າ LA.FIVE ເຊີ່ງເປັນຍຸກບຸກເບີກສຳລັບ 5 ໜຸ່ມ: ອາລີ້,ໄຊ,ຕ້ອມ,ມ່ອງ,ລິດ ມີກະແສນິຍົມຫຼາຍໃນຕອນນັ້ນ ກັບຜົນງານເພງ ກວັນຕານາເມລາ,ເກີນຄວາມອົດທົນ ແລະ ຜົນງານເພງອື່ນໆອີກ…

ມາໃນປີ 2010 ໄດ້ປ່ຽນຊື່ວົງເປັນກຸ່ມສິລະປິນ MAZ(ແມັສ) ກັບມາສ້າງກະແສເພງລາວອີກຄັ້ງ ກັບຜົນງານເພງ ONEWAY TICKET ,ບອກໄດ້ຄໍາດຽວວ່າເຈັບ, Break it down, ເຫດຜົນຄົນໝົດໃຈ, ປິດປັບປຸງ ແລະ ຢາກຈະລືມ…

ໃນປັດຈຸບັນວົງ MAZ(ແມັສ) ສະມາຊິກປະກອບມີ : ອາລີ້,ໄຊ,ຕ້ອມ,ມ່ອງ,ລິດ ຄືເກົ່າ ກັບມາລວມຕົວກັນອອກຜົນງານເພງໃໝ໋ຊື່ເພງວ່າ “ສ່ວນໜື່ງຂອງຫົວໃຈ”
ວົງ MAZ(ແມັສ) ບອກກັບທີມຂ່າວເສດຖະກິດການຄ້າວ່າ: ເພງ ສ່ວນໜື່ງຂອງຫົວໃຈ ເປັນຜົນງານເພງຊື້ງໆມີຄວາມໝາຍດີ ແລະ ຖ່າຍທອດອາລົມສູ່ຄົນຮັກໄດ້ດີ. ລອງຟັງ ຝາກຕິດຕາມຜົນງານນີ້ ແລະ ມິວສິກວິດີໂອຈະປ່ອຍອອກມາແນ່ເດີ້.