ຮຽນເພາະເຫັດນາງຟ້າຈາກເຟືອງງ່າຍໆ 1 ເດືອນກໍໄດ້ກິນເລີຍ

225

ເຊື່ອວ່າມີຜູ້ອ່ານຫຼາຍທ່ານຄິດໆຢູ່ໃນໃຈຢາກປູກເຫັດເອງເວລາໄປຊື້ຄືແພງແທ້ ມື້ນີ້ແອັດຈິ່ງຈັດຫາຂໍ້ມູນການປູກເຫັດນາງຟ້າມາຝາກສາ ເພື່ອຜູ້ທີ່ມີຄວາມສົນໃຈໄດ້ລອງເວົ້າບໍ່ຊ່າງສິ່ງນີ້ອາດເປັນອາຊີບຂອງທ່ານໃນອະນາຄົດໃຜຈະຮູ້!!!!

ການປູກເຫັດນາງຟ້າ ວິທີເພາະກ້ອນເຊື້ອຈາກເຟືອງທ່ານກໍ່ສາມາດເຮັດໄດ້ງ່າຍໆ ແລະ ຫາວັດຖຸດິບໃນການເຮັດກໍງ່າຍເຊັ່ນກັນ ມີພຽງ: ເຟືອງ, ປຸ໋ຍໃສ່ນາ, ເກືອ, ປູນຂາວ, ນໍ້າ, ພລາສະຕິກຫຸ້ມຫໍ່.

ທໍາອິດ ຫາເຟືອງທີ່ແຫ້ງແລ້ວ, ບໍ່ມີເຊື້ອລາປົນ ຫຼື ບໍ່ມີກິ່ນເໝັນ ໃຊ້ເຟືອງທີ່ຕັດແລ້ວຍາວ 2 – 3 ນິ້ວ 100 ກິໂລ, ປຸຍນາ ( ສູດ 16 – 20 – 0 ) 1 ກິໂລ, ເກືອ 0,2 ກິໂລ, ປູນຂາວ 1 ກິໂລ, ຄວາມຊຸ່ມ 70 – 75% ແລ້ວກໍເລີ່ມເລີຍ:

1 ເອົາເຟືອງຕັດໄປແຊ່ນ້ຳ ຫຼື ຫົດນ້ຳໃຫ້ທົ່ວ ແລ້ວປະສົມປຸຍ ແລະ ເກືອລົງໄປ ຄົນໃຫ້ເຂົ້າກັນ ແລ້ວເຮັດເປັນກອງສູງ ຄຸມດ້ວຍພລາສະຕິກໝັກປະໄວ້ 3 ມື້, ໃນມື້ທີ 3, 4, 5 ແລະ 6 ໃຫ້ປີ້ນກອງເຟືອງທຸກມື້.

2 ມື້ທີ 7 ໃຫ້ໃສ່ປູນຂາວເພື່ອປັບຄວາມເປັນກົດ – ດ່າງ ແລະ ໄລ່ແກ໊ສແອມໂມເນຍ ທີ່ເກີດຂຶ້ນລະຫວ່າງການໝັກເຟືອງ ຄົນໃຫ້ເຂົ້າກັນແລ້ວຕໍ່ອີກ 1 – 2 ມື້.

3 ບັນຈຸໃສ່ຖົງພລາສະຕິກທີ່ໃຊ້ເພາະເຫັດ ເຊິ່ງຄວນບັນຈຸໃຫ້ໝົດພາຍໃນວັນດຽວ, ຖົງກ້ອນເຊື້ອຄວນມີຂະໜາດ 8 ຂີດຫາ 1 ກິໂລ, ເມື່ອອັດກ້ອນເຊື້ອແໜ້ນດີແລ້ວໃສ່ຄໍ ຕຸກພລາສະຕິກ, ອັດດ້ວຍສຳລີ ແລະ ປິດດ້ວຍເຈ້ຍແລ້ວມັດໃຫ້ແໜ້ນ.

4 ເອົາກ້ອນເຊື້ອທີ່ໄດ້ໄປໜຶ້ງຂ້າເຊື້ອທັນທີ ໃຊ້ເວລາປະມານ 3 – 4 ຊົ່ວໂມງ ນັບຈາກນ້ຳຟົດແລ້ວປະໄວ້ໃຫ້ເຢັນ.

5 ເອົາຫົວເຊື້ອເຫັດທີ່ລ້ຽງໄວ້ໃນເຟືອງໃຊ້ປະມານ 10 – 20 ເມັດຕໍ່ກ້ອນ ເຂ່ຍລົງໃນກ້ອນເຊື້ອທີ່ເຢັນດີແລ້ວ.

ຈາກນັ້ນ, ກໍ່ປິດປາກຖົງດ້ວຍສຳລີ ແລະ ເຈ້ຍທັນທີ, ສະຖານທີ່ໃຊ້ຖ່າຍຫົວເຊື້ອເຫັດລົງກ້ອນເຊື້ອຄວນສະອາດ, ວັດຖຸທີ່ໃຊ້ເຂ່ຍຫົວເຊື້ອຄວນເຮັດຄວາມສະອາດລ້າງດ້ວຍເຫຼົ້າກ່ອນທຸກຄັ້ງ.

6 ນຳກ້ອນເຊື້ອທີ່ໃສ່ຫົວເຊື້ອເຫັດລົງຮຽບຮ້ອຍແລ້ວໄປບົ່ມໄວ້ໃນໂຮງບົ່ມກ້ອນເຊື້ອ.

ພາຍຫຼັງທີ່ໃສ່ຫົວເຊື້ອເຫັດລົງຮຽບຮ້ອຍແລ້ວໄປບົ່ມໄວ້ໃນໂຮງບົ່ມກ້ອນເຊື້ອ ປະມານ 2 – 3 ອາທິດ ເຫັດກໍ່ຈະອອກ.