14 ບ້ານ ເມືອງບົວລະພາໄດ້ຮັບແນວພັນເຂົ້າອີກ

99

ຖືກເປັນຊຸດທີ 2 ຕິດຕໍ່ກັນທີ່ການນຳເອົາແນວພັນເຂົ້າໄປມອບໃຫ້ປະຊາຊົນໃນເມືອງບົວລະພາ ຫຼັງຈາກນີ້ບໍ່ດົນ ແລະ ກໍ່ກັບມາມອບໃຫ້ 14 ບ້ານໃນເມືອງດຽວກັນອີກ.

 

 

ພິທີມອບແນວພັນເຂົ້າຊຸດທີ່ສອງນີ້ ມີຂຶ້ນໃນວັນທີ 22 ພຶດສະພາ 2019 ຜ່ານມາ ຢູ່ບ້ານທົ່ງຂາມ ເມືອງ ບົວລະພາ ໄດ້ຈັດພິທີມອບແນວພັນເຂົ້າປູກທ່າດອກຄໍາ 8 ໃຫ້ປະຊາຊົນ 14 ບ້ານພາຍໃນເທດສະບານເມືອງ ບົວລະພາ ຄື: ບ້ານ ນາພະນັງ, ທ່າແຮ່, ນາສົມບູນ, ປ່າກ້ວຍໃຕ້, ນາປຸງ, ນາເປງ, ຕະຫຼອງ,  ທົ່ງຂ້າມ, ບ້ານໂຄກ, ທ່າພະໂຈ້ນ, ຜ່າຂຽດ, ຫ້ວຍທ່າຫຼວງ, ນາພຽງລ້ານ ແລະ ບ້ານຫ້ວຍແຮດ ທີ່ຖືກຜົນກະທົບຈາກໄຟພິບັດນໍ້າຖ້ວມທີ່ຜ່ານມາ.

 

 

 

ໃນພິທີ ທ່ານ ຄໍາຮູ້ ວົງພະຈັນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ໄດ້ແນະນໍາແນວພັນເຂົ້າປູກທ່າດອກຄໍາ 8 ໃຫ້ແກ່ປະຊາຊົນ ເຊິ່ງລັກສະນະແນວພັນເຂົ້າແມ່ນ ລໍາຕົ້ນແຂງໃບຫຼາຍ, ໃຫ້ຜົນຜະລິດສູງ ກ່ອນຈະປັກດໍາຕ້ອງໃສ່ຝຸ່ນຄອກເໜາະສົມໄຖໃຫ້ເລີກ ແລະ ຄາດໃຫ້ແຫຼກ ໃຫ້ນໍ້າເໝາະສົມກັບຜືດທີ່ຕ້ອງການ, ຫຼີກລ້ຽງປູກເຂົ້າທີ່ໂນນສູງ ບໍ່ມີນໍ້າພຽງພໍ ເພາະຈະເຮັດໃຫ້ເຂົ້າບໍ່ງາມ ແລະ ໄດ້ຮັບຜົນຜະລິດນ້ອຍ ສະມັດຕະພາບບໍ່ສູງ.

 

 

 

ດ້ານທ່ານ ທອງສຸກ ຫັດຕະນາກ ກໍ່ໄດ້ໂອ້ລົມຕໍ່ອົງການຈັດບ້ານ 14 ບ້ານ ກ່ອນອື່ນທ່ານໄດ້ຮຽກຮ້ອງ ໃຫ້ກັບອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ນປະຊາຊົນ, ຕ້ອງໄດ້ເພີ່ມທະວີຄວາມສະມັກຄີ ເປັນປືກແຜ່ນເຮັດໃຫ້ບ້ານຂອງຕົນເປັນລະບຽບຮຽບຮ້ອຍ ພ້ອມກັນເພີ່ມທະວີປູກຝັງ, ລ້ຽງສັດ ແລະ ພ້ອມກັນຮັກສາແນວພັນເຂົ້າໄວ້ ໜູນວຽງເປັນກອງທຶນບ້ານຂະຫຍາຍແນວພັນໄວ້ໃຫ້ບ້ານທີ່ຂາດເຂີນໃນລະດູຜະລິດຕໍ່ໜ້າ. ສຳລັບແນວພັນເຂົ້າທີ່ມາມອບໃນຄັ້ງນີ້ ມີຈໍານວນ 6.120 ກິໂລ, ມູນຄ່າ 30,6 ລ້ານກີບ.