4 ວັນຈິ່ງຄວບຄຸມໄດ້ບັນຫາໄຟລາມປ່າສະຫງວນແຫ່ງຊາດນ້ຳກ່ານ

33

ລາຍງານຈາກນັກຂ່າວແຂວງບໍ່ແກ້ວວ່າ: ເກີດເຫດໄຟລາມປ່າສະຫງວນແຫ່ງຊາດນ້ຳກ່ານ ແຂວງບໍ່ແກ້ວ ເປັນໜຶ່ງໃນປ່າສະຫງວນຂອງປະເທດລາວທີ່ຍັງຄົງມີຄວາມອຸດົມສົມບູນຂອງຊີວະນາໆພັນໄດ້ຖືກໄຟລຸກລາມມາເປັນເວລາ 4 ວັນຈິ່ງສາມາດຄວບຄຸມສະຖານະການໄວ້ໄດ້.

ເຫດການໄຟໄໝ້ປ່າໄດ້ເລີ່ມເກີດຂຶ້ນໃນວັນທີ 20 ພຶດສະພາ 2019 ເຮັດປ່າໄມ້ ແລະ ສັດປ່າຈຳນວນຫຼວງຫຼາຍໄດ້ຖືກໄຟເຜົາໄໝ້ ຄວາມເສຍຫາຍຫຼາຍພັນເຮັກຕາ ສາເຫດເກີດຈາກການຈູດໄຮ່ ແລະ ຈູດປ່າຢ່າງຊະຊາຍແລ້ວລາມເຂົ້າໄປໃນເຂດປ່າສະຫງວນ.

ແນວໃດກໍ່ຕາມພາຍຫຼັງທີ່ໄດ້ຮັບລາຍງານ ທີມງານ ບໍລິສັດອະນຸລັກຊີວະນາໆພັນ, ທີມງານອ້າຍນ້ອງທະຫານ 31 ແລະ 16 ໄດ້ຊ່ວຍກັນສະກັດກັ້ນເພີງໄຟດັ່ງກ່າວດ້ວຍຄວາມເອົາໃຈໃສ່ມາຮອດປະຈຸບັນແມ່ນສາມາດຄວບຄຸມໄດ້ແລ້ວ ແຕ່ເນື້ອທີ່ຖືກໄຟໄໝ້ທັງໝົດຍັງບໍ່ທັນມີລາຍງານເທື່ອ.