900 ກວ່າເຮັກຕາ ຕົວເລກຄາດໝາຍປູກໄມ້ຂອງຈໍາປາສັກປີນີ້

97

ໂດຍປະຕິບັດຕາມການຊີ້ນຳຂອງລັດຖະບານ ກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ ທີ່ໄດ້ວາງນະໂຍບາຍສົ່ງເສີມການຮັກສາສິ່ງແວດລ້ອມ ພ້ອມທັງປຸກລະດົມໃຫ້ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຫັນມາປູກໄມ້ໃຫ້ເປັນປ່າ ຮັກສາຄວາມສົມດູນຂອງທຳມະຊາດ ແລະ ລະບົບນິເວດໃຫ້ຍືນຍົງ ຮອດປີ 2020 ໃຫ້ອັດຕາສ່ວນປົກຫຸ້ມຂອງປ່າໄມ້ກວມ 70%, ສະນັ້ນ ແຂວງຈຳປາສັກ ຈິ່ງວາງແຜນໄວ້ປີນີ້ຈະປູກໄມ້ໃຫ້ໄດ້ 900 ກວ່າເຮັກຕາ.

ທ່ານ ກັນຫາ ແກ້ວບົວລະພາ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ຮູ້ວ່າ: ເພື່ອກະກຽມໃຫ້ແກ່ການປູກໄມ້ໃຫ້ໄດ້ຕາມຄາດໝາຍ 950 ເຮັກຕາໃນທົ່ວແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງການທີ່ກ່ຽວຂ້ອງໄດ້ແບ່ງປັນຕົວເລກປູກຕົ້ນໄມ້ໃຫ້ນະຄອນ ແລະ ເມືອງຕ່າງໆປູກແລະ ບົວລະບັດຮັກສາຕາມຄວາມຮັບຜິດຊອບຂອງຕົນເຊັ່ນ: ນະຄອນປາກເຊປູກ 30 ເຮັກຕາ, ເມືອງ ບາຈຽງຈະເລີນສຸກ 125 ເຮັກຕາ, ເມືອງປາກຊ່ອງ 200 ເຮັກຕາ, ເມືອງປະທຸມພອນ 125 ເຮັກ, ເມືອງໂຂງ 100 ເຮັກຕາ, ເມືອງ ມຸນລະປະໂມກ 100 ເຮັກຕາ, ເມືອງຈຳປາສັກ 50 ເຮັກຕາ , ເມືອງຊະນະສົມບູນ 70 ເຮັກຕາ ແລະ ເມືອງໂພນທອງ 50 ເຮັກຕາ.

 

 

ມາຮອດປັດຈຸບັນ ທາງສູນຜະລິດເບ້ຍໄມ້ໄດ້ຜະລິດເບ້ຍໄມ້ໄວ້ຮອງຮັບແລ້ວ 1 ລ້ານກວ່າເບ້ຍ ເປັນຕົ້ນແມ່ນ: ປະເພດໄມ້ອຸດສະຫະກຳເຊັ່ນ: ໄມ້ຂະຍຸງ, ໄມ້ດູ່ລາຍ, ໄມ້ຈຳປາປ່າ ຈາກນີ້, ກໍຍັງມີໄມ້ໃຫ້ໝາກ ແລະ ໄມ້ປະດັບອີກຈຳນວນໜຶ່ງ.

 

 

ເພື່ອຮັບປະກັນການປູກຕົ້ນໄມ້ປີນີ້ໄດ້ຕາມແຜນການ ແລະ ທັງເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດໃຫ້ມີບັນຍາກາດຟົດຟື້ນ ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງ, ພະນັກງານທະຫານ-ຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງເປັນເຈົ້າເຂົ້າຮ່ວມການປູກຕົ້ນໄມ້ ແລະ ເອົາໃຈໃສ່ບົວລະບັດຮັກສາຢ່າງຈິງຈັງ.