ຊຽງຂວາງ – ຫວຽດນາມ ຈະເພີ່ມທະວີດ້ານການຄ້າ

91

ທ່ານ ຫວູດັງແມັງ ກົງສຸນໃຫຍ່ຫວຽດນາມ ປະຈຳພາກເໜືອລາວ ທີ່ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 22 ພຶດສະພາ 2019 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ.

ທ່ານເຈົ້າແຂວງຊຽງຂວາງ ໄດ້ແຈ້ງໃຫ້ຊາບຈຸດພິເສດ, ການພັດທະນາເສດຖະກິດ – ສັງຄົມ, ວຽກງານການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ແຂວງຊຽງຂວາງ ໃນປາງສົງຄາມ, ການປະສານງານຮ່ວມມືອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນຕ່າງປະເທດ ກໍຄືນັກທຸລະກິດຊາວຫວຽດນາມ ທີ່ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ແຂວງຊຽງຂວາງ, ເຫັນຄວາມສຳຄັນໂຄງການລ້ຽງງົວພັນຊີ້ນ, ພັນນົມຂອງ ບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຈຳກັດ ໄດ້ສະໜອງພື້ນທີ່ປູກຫຍ້າ, ວາງແຜນອຳນວຍຄວາມສະດວກເພື່ອໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ.

ທ່ານກົງສຸນໃຫຍ່ຫວຽດນາມ ປະຈຳພາກເໜືອລາວ ໄດ້ສະແດງຄວາມດີໃຈທີ່ແຂວງຊຽງຂວາງຄຸ້ມຄອງ, ຮ່ວມມື, ອຳນວຍຄວາມສະດວກໃຫ້ແກ່ນັກທຸລະກິດຊາວຫວຽດນາມຕະຫຼອດມາ. ພ້ອມນີ້, ກໍໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງ ເພື່ອມາຮ່ວມພິທີປະກາດໂຄງການຮ່ວມທຸລະກິດ ລາວ – ຫວຽດນາມ – ຍີ່ປຸ່ນ

ພິທີເລີ່ມລົງມືໄລຍະທີ 1 ຂອງໂຄງການງົວນົມອໍແກນິກ ( ປອດສານພິດ ) ທີ່ຈະຈັດຂຶ້ນໃນວັນທີ 24 ພຶດສະພານີ້ ແລະ ຢ້ຽມຢາມເຮັດວຽກຢູ່ດ່ານສາກົນນ້ຳກັ່ນ ເພື່ອໂຄສະນາ, ສົ່ງເສີມການລົງທຶນ, ການຄ້າຜ່ານດ່ານສາກົນນ້ຳກັ່ນ ພ້ອມທັງຊອກຫາສາເຫດເພື່ອແກ້ໄຂນະໂຍບາຍການຄ້າ, ການລົງທຶນຢູ່ແຂວງຊຽງຂວາງ ເພີ່ມຂຶ້ນ ເຮັດໃຫ້ການແລກປ່ຽນສິນຄ້າເທົ່າທຽມກັບການຮ່ວມມື ອີກຢ່າງໜຶ່ງເພື່ອຮັກສາຄວາມສະຫງົບ, ສະກັດກັ້ນການລັກລອບຄ້າຂາຍເຖື່ອນຢູ່ລຽບຕາມຊາຍແດນ.

[ ຂ່າວ: ບຸນມີ ແສງທຸມມີ ]