ຍົກຍ້າຍປະຊາຊົນອອກຈາກເຂດສ່ຽງໄພທໍາມະຊາດ

64

ກົມພັດທະນາຊົນນະບົດ ແລະ ສະຫະກອນກະຊວງກະສິກຳ ແລະ ປ່າໄມ້ ໃຊ້ທຶນຈຳນວນເກືອບ 5 ຕື້ກີບ ໃນການສ້າງທີ່ພັກອາໄສ ແລະ ສິ່ງອຳນວຍຄວາມສະດວກທຸກດ້ານ ຍົກຍ້າຍປະຊາຊົນບ້ານຫ້ວຍເພາະ ເມືອງ ແລະ ແຂວງໄຊຍະບູລີ ອອກຈາກຈຸດທີ່ມີຄວາມສ່ຽງຕໍ່ການເກີດໄພທຳມະຊາດແຕ່ປີ 2018 ເປັນຕົ້ນມາ ຮອດເດືອນພຶດສະພາປີ 2019 ຈຶ່ງສຳເລັດ ແລະ ໄດ້ຍົກຍ້າຍປະຊາຊົນເຂົ້າໄປຢູ່ແລ້ວ.

ທ່ານ ບຸນເສັງ ວົງສະນິດ ຮອງເຈົ້າເມືອງໄຊຍະບູລີ ໃຫ້ຮູ້ວ່າ: ບ້ານຫ້ວຍເພາະ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງໄຊຍະບູລີ ແຂວງໄຊຍະບູລີ, ຫ່າງຈາກເທສະບານເມືອງ 25 ກິໂລແມັດ, ມີ 132 ຄອບຄົວ, ມີພົນລະເມືອງ 732 ຄົນ ຍິງ 343 ຄົນ, ອາຊີບສ່ວນໃຫຍ່ແມ່ນປູກຝັງ ແລະ ລ້ຽງສັດ, ຜ່ານມາບ້ານດັ່ງກ່າວແມ່ນມີຄວາມຫຍຸ້ງຍາກ ແລະ ມີຄວາມສ່ຽງຕໍ່ໄພທໍາມະຊາດ ເປັນຕົ້ນແມ່ນໄພນໍ້າຖ້ວມ, ດິນເຊາະເຈື່ອນ ແລະ ອື່ນໆ ເຊິ່ງໄພດັ່ງກ່າວໄດ້ສົ່ງຜົນເສຍຫາຍໃຫ້ປະຊາຊົນພາຍໃນບ້ານຈໍານວນໜຶ່ງ, ຕໍ່ກັບສະພາບການດັ່ງກ່າວການນໍາພັກ – ລັດກໍຄືການນໍາຂອງແຂວງ ແລະ ເມືອງກໍໄດ້ເອົາໃຈໃສ່ແກ້ໄຂ ໂດຍສົ່ງພະນັກງານວິຊາການລົງສໍາຫຼວດເກັບກໍາຂໍ້ມູນພ້ອມທັງຂຽນແຜນໂຄງການສະເໜີຕໍ່ກະຊວງກະສິກໍາ ແລະ ປ່າໄມ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ.

ໂຄງການດັ່ງກ່າວແມ່ນໄດ້ຖືກຈັດຕັ້ງປະຕິບັດແຕ່ປີ 2018 ຮອດປັດຈຸບັນແມ່ນສໍາເລັດ 100% ໃນມູນຄ່າ 4,93ຕື້ກີບ ໂດຍແມ່ນທຶນຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ. ໃນນີ້, ປະກອບມີ 5 ໂຄງການ ຄື: ໂຄງການຍົກລະດັບທາງ, ຜັງບ້ານ, ສ້າງເຮືອນຈັດສັນຈໍານວນ 29 ຫຼັງ ມູນຄ່າ 3,91 ຕື້ກີບ, ໂຄງການເສີມຕາຂ່າຍໄຟຟ້າ 0,4 ກິໂລໂວນ ມູນຄ່າ 184,36 ລ້ານກີບ, ໂຄງການກໍ່ສ້າງນໍ້າລິນ ມູນຄ່າ 370 ລ້ານກີບ, ໂຄງການກໍ່ສ້າງໂຮງຮຽນ ມູນຄ່າ 600 ລ້ານກີບ ແລະ ໂຄງການສົ່ງເສີມການລ້ຽງສັດ ແລະ ປູກພືດ ມູນຄ່າ 923 ລ້ານກີບ ໂດຍມີ 4 ບໍລິສັດຮັບເໝົາ ຄື: ບໍລິສັດ ວາດສະໜາ ກໍ່ສ້າງຂົວທາງ ຮັບເໝົາໂຄງການຍົກລະດັບທາງ, ຜັງບ້ານ ແລະ ສ້າງເຮືອນຈັດສັນຈໍານວນ 29 ຫຼັງ; ບໍລິສັດ ທອງສະຫວ່າງ ການໄຟຟ້າ ຈໍາກັດ ຮັບເໝົາໂຄງການເສີມຕາຂ່າຍໄຟຟ້າ 0,4 ກິໂລໂວນ; ບໍລິສັດ ສົມລິດ ກໍ່ສ້າງ ຮັບເໝົາໂຄງການກໍ່ສ້າງໂຮງຮຽນ 1 ຫຼັງ ແລະ ບໍລິສັດ ໄຊຍະບູລີ ກໍ່ສ້າງ ຮັບເໝົາໂຄງການລ້ຽງສັດ ແລະ ປູກພືດ.

ພິທີມອບ – ຮັບໂຄງການດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2019 ນີ້ ທີ່ບ້ານຫ້ວຍເພາະ ເມືອງໄຊຍະບູລີ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ      ຄໍາສິງ ສໍລະສຸກ ເຈົ້າເມືອງໄຊຍະບູລີ, ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ມີການນໍາຂອງແຂວງ, ເມືອງໄຊຍະບູລີ ຕະຫຼອດເຖິງປະຊາຊົນບ້ານຫ້ວຍເພາະ ເຂົ້າຮ່ວມຢ່າງຫຼວງຫຼາຍ ເຊິ່ງເຂົ້າຮ່ວມຕັດແຖບຜ້າ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ບໍລິສັດ, ຜູ້ຮັບຜິດຊອບໂຄງການ ແລະ ມອບເຮືອນຈັດສັນ 29 ຫຼັງ ໃຫ້ປະຊາຊົນຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ.

( ໂດຍ: ອຸ່ນເຮືອນ ໂພທິລັກ )