ນະວະນິຍາຍປະຫວັດສາດ “ ເສັ້ນທາງແຫ່ງຊີວິດ ” ສະບັບພາສາອັງກິດ ເຫຼັ້ມທໍາອິດໃນປະເທດລາວ

456

ປຶ້ມນະວະນິຍາຍປະຫວັດສາດ “ ເສັ້ນທາງແຫ່ງຊີວິດ ” ໄດ້ເວົ້າເຖິງປະຫວັດສາດລາວສະໄໝສົງຄາມ ທີ່ມີການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ສູ້ຊົນຈົນມີເຮົາໃນມື້ນີ້ ເຊິ່ງປະພັນໂດຍ ທ່ານ ຈັນທີ ເດືອນສະຫວັນ.

ເພື່ອເຜີຍແຜ່ປະຫວັດສາດລາວໃຫ້ສາກົນໄດ້ຮັບຮູ້ຈຶ່ງໄດ້ເຮັດສະບັບພາສາອັງກິດຂຶ້ນມາ ແລະ ເປັນເຫຼັ້ມທໍາອິດຂອງປະເທດລາວ ໂດຍໄດ້ເປີດຕົວຢ່າງເປັນທາງການໃນວັນທີ 22 ພຶດສະພາ 2019 ທີ່ຮ້ານອາຫານຂອບໃຈເດີ ນະຄອງຫຼວງວຽງຈັນ.ໂດຍມີ ທ່ານ ຈັນທີ ເດືອນສະຫວັນ ນັກປະພັນ, ທ່ານ ອິນທີ ເດືອນສະຫວັນ ທີ່ປຶກສາເຮັດປຶ້ມສະບັບພາສາອັງກິດ, ທ່ານ ນາງ   ສີອານົງ ພົມກອງ ຜູ້ແປ ແລະ ທ່ານ ນາງ ໂດມິນິກ ເລີ ຣຸກ ຜູ້ຮຽບຮຽງ. ໃນງານມີນັກປະພັນ, ນັກຂຽນ ແລະ ແຂກຕ່າງປະເທດເຂົ້າຮ່ວມ.

ທ່ານ ຈັນທີ ເດືອນສະຫວັນ ກ່າວວ່າ: “ ເສັ້ນທາງແຫ່ງຊີວິດ ”ເປັນນະວະນິຍາຍທີ່ຂຽນມາຈາກຊີວິດຈິງໃນສົງຄາມ ໂດຍມີເລື່ອງລາວຂອງການສູນເສຍ, ເລື່ອງຄວາມຮັກ ແລະ ໄຊຊະນະອັນຍິ່ງໃຫຍ່ ເຊິ່ງໄດ້ຂຽນປຶ້ມເຫຼັ້ມທໍາອິດໃນປີ 1965 ທີ່ມີຊື່ວ່າ: “ ແສງສະຫວ່າງແຫ່ງການປະຕິວັດ ” ຈັດພິມຈໍານວນ 10 ພັນກວ່າຫົວ ໂດຍໄດ້ຮັບ ຄວາມນິຍົມຫຼວງຫຼາຍລວມທັງຈາກ ທ່ານປະທານ ໄກສອນ ພົມວິຫານ ຈົນມາຮອດປີ 1975 ກໍໄດ້ຜັນຕົວມາເປັນນັກຂຽນທັງເລື່ອງສັ້ນ ແລະ ຍາວ ປະມານ 170 ເລື່ອງ. ປຶ້ມ “ ເສັ້ນທາງແຫ່ງຊີວິດ ” ແມ່ນເວົ້າເຖິງ ຄວາມຮູ້ສຶກທີ່ຜ່ານມາໃນສົງຄາມບໍ່ວ່າຈະເປັນການໃຊ້ຊີວິດໃນສົງຄາມ, ຄວາມຮັກຂອງແມ່ທີ່ມີຕໍ່ລູກ, ຄວາມບໍ່ເຂົ້າໃຈກັນ, ຄວາມຂາດເຂີນ ແລະ ຄວາມຮັກລະຫວ່າງໜຸ່ມ – ສາວ.

ທ່ານ ນາງ ສີອານົງ ພົມກອງ ຜູ້ແປກ່າວວ່າ: ຮູ້ສຶກເປັນກຽດທີ່ໄດ້ມີສ່ວນຮ່ວມໃນການແປປຶ້ມປະຫວັດສາດຂອງລາວເຫຼັ້ມນີ້ ເພາະປຽບເໝືອນເຮົາໄດ້ຫວນຄືນໄປຍັງການປະຕິວັດໃນສະໄໝນັ້ນ ເຊິ່ງມີທັງ ຄວາມມ່ວນຊື່ນ ແລະ ນໍ້າຕາໄປພ້ອມໆກັນ ຂ້າພະເຈົ້າເອງມີຄວາມຮູ້ສຶກພາກພູມໃຈທີ່ສຸດທີ່ກາຍເປັນສ່ວນໜຶ່ງໃນການເຜີຍແຜ່ປະຫວັດສາດລາວອອກສູ່ສາກົນ ພ້ອມທັງເປັນບົດຮຽນໃຫ້ຮຸ່ນຕໍ່ໄປໄດ້ຮຽນຮູ້ໄປນໍາ ເມື່ອອ່ານແລ້ວຈະໄດ້ຄວາມຮູ້ສຶກອອກມາແບບເຫັນພາບຄວາມຈິງ ແລະ ຜູ້ອ່ານຈະໄດ້ຮັບຮູ້ເຖິງຄວາມຮູ້ສຶກທີ່ຜູ້ຂຽນໄດ້ບັນຍາຍອອກມາ.

[ ຂ່າວ: ທິບອຸສາ; ຮູບ: ວິລະສັກ ]