ລັດຖະບານ ກວດກາເຂັ້ມງວດການນຳເຂົ້າສິນຄ້າ (ມີສານປົນເປື້ອນ)

119

ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ທັງເປັນການສະກັດກັ້ນ ການນຳເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງເຂົ້າມາຈຳໜ່າຍຢູ່ ສປປ ລາວ ຄຽງຄູ່ກັບການຄຸ້ມຄອງລາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ແລະ ບໍ່ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ລັດຖະບານແມ່ນໄດ້ມີຄວາມເປັນຫ່ວງຫຼາຍພ້ອມມີທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງກວດກາເຂັ້ມງວດຫຼາຍຂຶ້ນຈາກນີ້ເປັນຕົ້ນໄປ.

 

 

ຈາກບັນຫາທີ່ປະສົບພົບພໍ້ ຕາມທ້ອງຕະຫຼາດ, ຫ້າງຮ້ານຕ່າງໆ ທາງເຈົ້າໜ້າທີ່ກໍ່ໄດ້ມີການກວດພົບອາຫານທະເລ, ພືດ, ຜັກ ແລະ ຊີ້ນສ່ວນສັດຕ່າງໆ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ ມີສານປົນເປື້ອນ ແລະ ສານຕົກຄ້າງເຈືອປົນຢູ່ນຳອາຫານເຊັ່ນ: ຢູ່ຕະຫຼາດເມືອງ ແລະ ແຂວງສາລະວັນ ແມ່ນພົບສານ ຟໍມາລິນ ຕົກຄ້າງຢູ່ນໍາປາມຶກ ໃນຈໍານວນ 2 ກິໂລ ເປັນສິນຄ້ານໍາເຂົ້າຈາກ ສສ ຫວຽດນາມ ແລະ ຊິ້ນສ່ວນສັດປະເພດລີ້ນໝູນໍາເຂົ້າຈາກປະເທດໄທ.

 

 

ນອກນັ້ນ, ຢູ່ຕະຫຼາດສາມັກຄີໄຊ ເທດສະບານ ແຂວງສະຫວັນນະເຂດ ກໍ່ພົບເຫັນສານປົນເປື້ອນຢູ່ໃນອາຫານປະເພດອາຫານທະເລ, ໝາກໄມ້, ພືດຜັກ ແລະ ຊີ້ນສ່ວນສັດທີ່ນຳເຂົ້າຈາກຕ່າງປະເທດເຊັ່ນດຽວກັນ.

 

 

ສະນັ້ນ ໃນກອງປະຊຸມລັດຖະບານປະຈຳເດືອນພຶດສະພາ 2019 ນີ້ ຄະນະລັດຖະບານໄດ້ຍົກເອົາບັນຫາດັ່ງກ່າວມາປຶກສາຫາລື ພ້ອມມີທິດຊີ້ນຳໃຫ້ຄະນະລັດຖະບານ ແລະ ສາມະຊິກສະພາ ສືບຕໍ່ຕິດຕາມ ກວດກາການນໍາເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກ ອາຫານທະເລ ທີ່ນໍາເຂົ້າມາຈາກປະເທດໃກ້ຄຽງຢູ່ດ່ານຕ່າງໆ ເພື່ອສະກັດກັ້ນການນໍາເຂົ້າສິນຄ້າທີ່ມີສານປົນເປື້ອນ ແລະ ສານຕົກຄ້າງ.

 

 

ກອງປະຊຸມຍັງລະບຸອີກວ່າ: ໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ກວດກາຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການໃຫ້ມີຄວາມເໝາະສົມ ແລະ ບໍ່ກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ. ນອກນີ້, ກໍ່ໃຫ້ລົງກວດກາດ້ານສຸຂະນາໄມສັດຢູ່ໂຮງງານຂ້າສັດຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ທັງເປັນການສະກັດກັ້ນ ການນຳເຂົ້າສິນຄ້າອຸປະໂພກ ແລະ ບໍລິໂພກທີ່ບໍ່ປອດໄພມາສູ່ປະເທດເຮົາ.