ສາລະວັນ ຍຸບໂຮງງານປຸງແຕ່ງໄມ້ 100 ກວ່າແຫ່ງ

97

ທົ່ວແຂວງສາລະວັນ ມີໂຮງງານອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງ 533 ແຫ່ງ, ສະເພາະປີ 2018 ພາຍຫຼັງທີ່ແຂວງໄດ້ປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ສາມາດປັບປຸງ ແລະ ດັດສົມໂຮງງານປຸງແຕ່ງໄມ້ 158 ແຫ່ງ ແລະ ຖືກຍຸບ 119 ແຫ່ງ, ຍັງເຫຼືອສືບຕໍ່ດັດສົມ ຈຳນວນ 39 ແຫ່ງ ສາມາດສົ່ງອອກຜະລິດຕະພັນໄມ້ສຳເລັດຮູບໄດ້ 40 ກວ່າຕື້ກີບ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດກອງປະຊຸມສະຫຼຸບປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ຂຶ້ນໃນວັນທີ 23 ພຶດສະພາ 2019 ຢູ່ສະໂມສອນແຂວງສາລະວັນ ໂດຍການເຂົ້າຮ່ວມຂອງ ທ່ານ        ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດແຂວງ, ມີ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາປະທານສະພາປະຊາຊົນແຂວງ, ຮອງເຈົ້າເມືອງ 8 ຕົວເມືອງ ແລະ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

ອີງຕາມບົດລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ຕໍ່ກອງປະຊຸມສະຫຼຸບປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ໃນວັນທີ 23 ພຶດສະພາຜ່ານມາ ໃຫ້ຮູ້ວ່າ: ໄລຍະ 1 ປີຜ່ານມາ ມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ: ຊຸກຍູ້ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 300 ລ້ານກວ່າກີບ. ໃນນັ້ນ, ຂັ້ນພະແນກ 148 ລ້ານກວ່າກີບ, ຂັ້ນເມືອງ 154 ລ້ານກວ່າກີບ, ໄດ້ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດ 4 ໂຄງການ ມູນຄ່າ 4,29 ຕື້ກວ່າກີບ, ໂຮງງານອຸດສາຫະກຳ ແລະ ຫັດຖະກຳປຸງແຕ່ງທົ່ວແຂວງ ມີທັງໝົດ 533 ແຫ່ງ ມູນຄ່າການລົງທຶນ 875.89 ຕື້ກີບ, ມີແຮງງານ 2.588 ຄົນ.

ໃນນັ້ນ, ໂຮງງານຂະໜາດໃຫຍ່ 24 ແຫ່ງ, ຂະໜາດກາງ 16 ແຫ່ງ, ຂະໜາດນ້ອຍ 321 ແຫ່ງ ແລະ ໂຮງຊ່າງຫັດຖະກຳຄອບຄົວ 172 ແຫ່ງ. ນອກນັ້ນ, ໄດ້ປະຕິບັດຕາມຄຳສັ່ງ ເລກທີ 15/ນຍ ໄດ້ມີການປັບປຸງ ແລະ ດັດສົມໂຮງງານ 158 ແຫ່ງ ແລະ ຖືກຍຸບ 119 ແຫ່ງ, ຍັງເຫຼືອສືບຕໍ່ດັດສົມ ຈຳນວນ 39 ແຫ່ງ ລວມຍອດມູນຄ່າການຜະລິດອຸດສາຫະກຳປຸງແຕ່ງປະຕິບັດໄດ້ 367,53 ຕື້ກີບ, ສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ຈຳນວນ 10.653 ແມັດກ້ອນ ມູນຄ່າ 41,36 ຕື້ກີບ.

ນອກນັ້ນ, ໄດ້ຕິດຕາມ, ກວດກາການເຄື່ອນຍ້າຍພາຍໃນ ແລະ ສົ່ງອອກຜະລິດຕະພັນຖ່ານຂາວ ຈຳນວນ 3.500 ໂຕນ ເທົ່າກັບ 4,41 ຕື້ກວ່າກີບ, ເຄື່ອນຍ້າຍພາຍໃນ 364 ໂຕນ ແລະ ສົ່ງອອກຕ່າງປະເທດ 3.136 ໂຕນ. ສຳລັບການນຳເຂົ້າ – ສົ່ງອອກສາມາດປະຕິບັດໄດ້ທັງໝົດ 575,30 ຕື້ກວ່າກີບ, ສົ່ງອອກປະຕິບັດໄດ້ 435,17 ຕື້ກວ່າກີບ ລື່ນແຜນ 50,29%, ການນຳເຂົ້າປະຕິບັດໄດ້ 140,13 ຕື້ກວ່າກີບ. ຈາກນັ້ນ, ກອງປະຊຸມຍັງໄດ້ປະກອບຄຳຄິດເຫັນຕໍ່ກັບບັນຫາຕ່າງໆໃນດ້ານການຄຸ້ມຄອງຂະແໜງການຕ່າງໆ.

ກອງປະຊຸມຄັ້ງນີ້ຍັງໄດ້ຜ່ານບົດສະຫຼຸບການດັດສົມ ແລະ ຄຸ້ມຄອງໂຮງງານປຸງແຕ່ງໄມ້ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ການກວດກາລາຄາສິນຄ້າ ໂດຍສະເພາະທົ່ວແຂວງສາລະວັນ ມີຫົວໜ່ວຍທຸລະກິດທັງໝົດ 4.469 ຫົວໜ່ວຍ ເທົ່າກັບ 2.268,55 ຕື້ກວ່າກີບ ກັບ 2,18 ຕື້ກວ່າໂດລາສະຫະລັດ. ໃນນັ້ນ, ຫົວໜ່ວຍທຸລະກິດຊາວຕ່າງດ້າວ 381 ຫົວໜ່ວຍ ( ຂອງຊາວຫວຽດນາມ 252 ຫົວໜ່ວຍ ແລະ ຊາວຈີນ 129 ຫົວໜ່ວຍ ).

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )