ຫົວເຫວີ່ຍ ອາດເປີດຕົວລະບົບປະຕິບັດການໃໝ ໄລຍະທ້າຍປີນີ້

73

ຫົວເຫວີ່ຍອາດເປີດຕົວລະບົບປະຕິບັດການຂອງຕົວເອງ ພາຍໃນໄລຍະທ້າຍປີນີ້ ລະຫວ່າງຄວາມກົດດັນຂັ້ນຮຸນແຮງຈາກສະຫະລັດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 23 ພຶດສະພາ ໂດຍອ້າງຈາກລາຍງານຂອງ CNBC ທີ່ສໍາພາດ ທ່ານຣິຊາດ ຫຍູ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຝ່າຍທຸລະກິດຜູ້ບໍລິໂພກຂອງຫົວເຫວີ່ຍ ເມື່ອວັນພະຫັດ ກ່ຽວກັບສະຖານະການຂອງບໍລິສັດ ເຊິ່ງ ທ່ານໄດ້ກ່າວໃນໄລຍະໜຶ່ງວ່າ ນັກພັດທະນາຂອງບໍລິສັດກໍາລັງເລັ່ງມືພັດທະນາລະບົບປະຕິບັດການ (OS) ແລະ ຄາດການໃນເບື້ອງຕົ້ນວ່າ ຈະສາມາດນໍາອອກມາໃຊ້ວຽກໄດ້ໃນໄລຍະທ້າຍປີນີ້ ຫຼື ຊ້າສຸດແມ່ນບໍ່ເກີນໄຕມາດ 2 ຂອງປີໜ້າ.

ในภาพอาจจะมี โทรศัพท์

ທັງນີ້ ການພັດທະນາ ໂອເອັສ ຂອງຫົວເຫວີ່ຍບໍ່ແມ່ນເລື່ອງທີ່ເປັນ “ຄວາມລັບ” ໃນວົງການເທັກໂນໂລຢີ ເນື່ອງຈາກມີກະແສຂ່າວໃນເລື່ອງນີ້ ມາຕັ້ງແຕ່ປີຜ່ານມາແລ້ວ ຢ່າງໃດກໍ່ຕາມ ກໍ່ກາຍເປັນຫົວເຫວີ່ຍອາດຕ້ອງການໃຊ້ໂອເອັສຂອງຕົວເອງໄວຂຶ້ນກວ່າແຜນການທີ່ກໍານົດໄວ້ໃນຕອນທໍາອິດ ເມື່ອລັດຖະບານສະຫະລັດ ປະກາດ ເມື່ອອາທິດ ຜ່ານມາ ກ່ຽວກັບ “ສະຖານະການສຸກດ້ານເທັກໂນໂລຢີ”  ເຖິງວ່າຕອນນີ້ອາເມຣິກາໃຫ້ໄລຍະເວລາຜ່ອນຜັນ 90 ວັນ ຫຼື ຈົນເຖິງວັນທີ 19 ສິງຫາ ນີ້ ແຕ່ທາງຫົວເຫວີ່ຍເບິ່ງເຫັນວ່າ “ບໍ່ມີຄວາມໝາຍ” ຂະນະທີ່ ສື່ກະແສຫຼັກຂອງຈີນລາຍງານເມື່ອຕົ້ນອາທິດນີ້ ວ່າ ໂອເອັສ ຂອງຫົວເຫວີ່ຍຈະມີຊື່ວ່າ “ຫົງເມິ່ງ”.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ເຖິງວ່າ ທ່ານຫຍູ ຍັງບໍ່ໄດ້ກ່າວເຖິງຊື່ຂອງໂອເອັສ ແຕ່ກ່າວວ່າ ບໍລິສັດຄາດການໄວ້ຄືກັນວ່າສະຖານະການຈະຕ້ອງມາຮອດຈຸດນີ້ ຈຸດທີ່ຫົວເຫວີ່ຍຈະຕ້ອງໃຊ້ “ແຜນສໍາຮອງ” ນັ້ນຄື ການພັດທະນາໂອເອັສຂອງຕົວເອງ ແລະ ກໍ່ກ່າວອີກວ່າ ຫົວເຫວີ່ຍເປັນພັນທະມິດທີ່ດີຂອງກຸເກິລ ແລະ ລະບົບປະຕິບັດການແອນດຣອຍຕະຫຼອດຈົນລະບົບປະຕິບັດການຂອງໄມໂຄຣຊັອຟມາຕະຫຼອດ ຫົວເຫວີ່ຍສະໜັບສະໜຸນການພັດທະນາເທັກໂນໂລຢີຂອງອາເມຣິກາ ເຊິ່ງເປັນທີ 1 ໃນດ້ານນີ້ ການທີ່ຂໍ້ພິພາດລາກຍາວມາໄກເຖິງຂະໜາດນີ້ ຈະບໍ່ໄດ້ສົ່ງຜົນກະທົບຕໍ່ລັດຖະບານວໍຊິງຕັນເທົ່ານັ້ນ ແຕ່ “ຈະເປັນຂ່າວຮ້າຍ” ສໍາລັບບໍລິສັດຂອງສະຫະລັດທີ່ຫົວເຫວີ່ຍສະໜັບສະໜຸນມາຕະຫຼອດເຊັ່ນກັນ.

ในภาพอาจจะมี 1 คน