ຫຼວງນ້ຳທາ ທຳລາຍຜະລິດຕະພັນໝູລັກລອບນຳເຂົ້າ 500 ກິໂລ

90

ວັນທີ 21 ພຶດສະພາ 2019 ຢູ່ເຂດເສດຖະກິດສະເພາະບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ຈັດພິທີຈູດທຳລາຍຊິ້ນສ່ວນຜະລິດຕະພັນໝູທີ່ຫ້າມນໍາເຂົ້າ ແລະ ຢຶດໄດ້ຈາກພໍ່ຄ້າຄົນຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ພິມແກ້ວ ທຳລະສິນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນ້ຳທາ, ທ່ານ ຄຳແພງ ພະນາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ, ມີພະນັກງານປະຈຳດ່ານຕຳຫຼວດ, ພາສີ, ກົມອາຫານ ແລະ ຢາ, ເຈົ້າຂອງສິນຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການທຳລາຍຊິ້ນສ່ວນຜະລິດຕະພັນໝູໃນຄັ້ງນີ້ ເປັນຄັ້ງທີ 2 ມີ 10 ເປົາ ນ້ຳໜັກ 500 ກິໂລກຣາມ ມູນຄ່າ 25 ລ້ານກີບ ໂດຍຢຶດໄດ້ຈາກພໍ່ຄ້າຄົນຈີນ ທີ່ນຳເຂົ້າຈາກ ສປ ຈີນ ໃນວັນທີ 15 ພຶດສະພາ 2019 ນີ້ ຢູ່ທີ່ດ່ານກວດກາສັດຕະວະແພດສາກົນບໍ່ເຕັນ ຜະລິດຕະພັນໝູ, ມີເປົ້າໝາຍຈະນຳໄປສົ່ງຢູ່ເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ການທຳລາຍຜະລິດຕະພັນໝູຄັ້ງນີ້ ກໍເພື່ອເປັນການປະຕິບັດຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງນ້ຳທາ ວ່າດ້ວຍການຫ້າມນຳເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ຈາກ ສປ ຈີນ ແລະ ສສ ຫວຽດນາມ. ກໍເພື່ອປ້ອງກັນເຝົ້າລະວັງພະຍາດອະຫິວາໝູອາຟຣິກກາ ແລະ ອະຫິວາໝູທົ່ວໄປ ລວມທັງພະຍາດທີ່ເກີດຈາກສັດທີ່ມີ ຄວາມສ່ຽງຕໍ່ສຸຂະພາບຂອງຜູ້ບໍລິໂພກ.

[ ຂ່າວ: ມຸນຕີ ]