ອັດຕາເງິນເຟີ້ ມີທ່າອ່ຽງເພີ່ມຂຶ້ນ

74

ໃນປີ 2018 ຜ່ານມາ ອັດຕາເງິນເຟີ້ສະເລ່ຍຂອງລາວ ຢູ່ທີ່ 2,04% ສູງກວ່າປີ 2017 ເລັກໜ້ອຍ, ສະເພາະປີ 2019 ມີຄວາມເປັນໄປໄດ້ສູງທີ່ອັດຕາເງິນເຟີ້ມີທ່າອ່ຽງຈະເພີ່ມຂຶ້ນ ຈາກປັດໄຈລາຄາສິນຄ້າໝວດອາຫານ, ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ ແລະ ສິນຄ້າກະສິກຳປັບສູງຂຶ້ນ.

ສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ປັບໂຄງສ້າງເສດຖະກິດ ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາຍງານວ່າ: ອັດຕາເງິນເຟີ້ເລີ່ມກັບມາຢູ່ໃນທ່າອ່ຽງເພີ່ມຂຶ້ນ ຈາກທີ່ເຄີຍມີທ່າອ່ຽງຫຼຸດລົງໃນປີ 2013 ຮອດ 2017, ໃນປີ 2018 ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 2,04% ສູງກວ່າປີ 2017 ປະມານ 0,83%. ໃນນັ້ນ, ໝວດທີ່ເຮັດໃຫ້ອັດຕາເງິນເຟີ້ລວມເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ ໂດຍສະເພາະແມ່ນການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ ເຊັ່ນ: ເຂົ້າ ແລະ ພືດຜັກຕ່າງໆ ( ຍົກເວັ້ນລາຄາຊີ້ນ ) ເນື່ອງຈາກຫຼາຍແຂວງຂອງລາວປະສົບໄພນ້ຳຖ້ວມ; ຮອງມາແມ່ນໝວດຄົມມະນາຄົມ ແລະ ຂົນສົ່ງ ຍ້ອນລາຄານ້ຳມັນ ( ເຊິ່ງໄປຕາມທ່າອ່ຽງຂອງລາຄານ້ຳມັນໂລກ ), ຄ່າຂົນສົ່ງ ແລະ ລາຄາພາຫະນະທີ່ໄດ້ປັບໂຕເພີ່ມຂຶ້ນ ແລະ ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ທີ່ມາຈາກການເພີ່ມຂຶ້ນຂອງລາຄາແຜ່ນແພ ແລະ ຄ່າຕັດເຄື່ອງ. ໃນສະພາບດັ່ງກ່າວເຮັດໃຫ້ປີ 2019 ອັດຕາເງິນເຟີ້ຍັງຈະສືບຕໍ່ເພີ່ມຂຶ້ນໄດ້ອີກ.

ອັດຕາແລກປ່ຽນໃນປັດຈຸບັນຍັງສືບຕໍ່ອ່ອນຄ່າລົງເລື້ອຍໆນັບແຕ່ປີ 2013 ເປັນຕົ້ນມາ ໂດຍສະເພາະແມ່ນອັດຕາແລກປ່ຽນລະຫວ່າງເງິນກີບທຽບໃສ່ໂດລາສະຫະລັດ ແລະ ເງິນບາດຂອງໄທ ເຖິງແມ່ນວ່າການອ່ອນຄ່າຂອງເງິນເກີບເມື່ອທຽບກັບສະກຸນເງິນທີ່ກ່າວມາຈະເປັນຜົນດີຕໍ່ຂະແໜງສົ່ງອອກ ໂດຍສະເພາະແມ່ນການສົ່ງອອກທີ່ໄດ້ຮັບການຊຳລະສະສາງເປັນສະກຸນເງິນບາດ, ແຕ່ການອ່ອນຄ່າກໍມີຜົນຕໍ່ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ຍ້ອນສິນຄ້າສ່ວນໃຫຍ່ ( ກວມເອົາປະມານ 62% ຂອງມູນຄ່ານ້ຳເຂົ້າທັງໝົດ ແມ່ນນຳເຂົ້າຈາກປະເທດໄທ ).

ການປະເມີນຄັ້ງນີ້ຍັງຊີ້ໃຫ້ເຫັນວ່າ: ຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງຈາກ 1.016,05 ລ້ານໂດລາສະຫະລັດ ໃນທ້າຍປີ 2017 ມາເປັນ 948,27 ລ້ານໂດລາສະຫະລັດ ໃນໄຕມາດ 3 ຂອງປີ 2018 ຕົ້ນຕໍແມ່ນຍ້ອນດຸນຊຳລະກັບຕ່າງປະເທດຍັງສືບຕໍ່ຂາດດຸນມາແຕ່ໄຕມາດ 1 ປີ 2018. ລະດັບຄັງສຳຮອງດັ່ງກ່າວຖືວ່າບອບບາງຫຼາຍເມື່ອທຽບກັບການນຳເຂົ້າທັງໝົດ. ແນວໃດກໍດີ, ດ້ານນະໂຍບາຍເງິນຕາເຫັນວ່າປະລິມານເງິນ M2 ສືບຕໍ່ໄຫຼເຂົ້າສູ່ລະບົບເພີ່ມຂຶ້ນໃນຈັງຫວະການຂະຫຍາຍຕົວທີ່ຊ້າລົງ ຮອດທ້າຍປີ 2018 ເພີ່ມຂຶ້ນ 9,89% ທຽບໃສ່ໄລຍະດຽວກັນຢູ່ລະດັບ 12,45% ສາເຫດຍ້ອນການຂະຫຍາຍຕົວຂອງສິນເຊື່ອຊ້າລົງ.

ເຖິງຢ່າງໃດກໍຕາມ, ພາບລວມຂອງງົບປະມານເຫັນວ່າມີທ່າອ່ຽງດີຂຶ້ນເລັກໜ້ອຍເມື່ອທຽບກັບປີ 2017 ຕາມການສະຫຼຸບຂອງກະຊວງການເງິນ ລາຍຮັບທັງໝົດຂອງ 2018 ບໍ່ຫຼຸດ 95% ເປັນຄັ້ງທໍາອິດທີ່ລາຍຮັບປະຕິບັດໄດ້ລື່ນແຜນການ 100%  ( ແຜນການ 22.700 ຕື້ກີບ ) ລາຍຈ່າຍປະຕິບັດໄດ້ 97,11% ຂອງແຜນການ ( ແຜນການ 32.809 ຕື້ກີບ ) ເຮັດໃຫ້ໝົດປີຂາດດຸນຢູ່ໃນລະດັບ 4,96% ຂອງ GDP ສູງກວ່າສະພາແຫ່ງຊາດຮັບຮອງ 4,92%. ໃນໄລຍະຜ່ານມາລະດັບການຂາດດຸນທີ່ຊໍ້າເຮື້ອແກ່ຍາວມາຫຼາຍປີເຮັດໃຫ້ມີການສະສົມໜີ້ສິນຢູ່ລະດັບສູງ ປະມານ 60% ຂອງ GDP. ສະນັ້ນ, ໃນປີ 2019 ລັດຖະບານຈຶ່ງສຸມໃສ່ການແກ້ໄຂບັນຫາໜີ້ສິນພາກລັດ ໂດຍຈະສືບຕໍ່ຈຳກັດງົບປະມານຂອງລັດໃຫ້ເຄັ່ງຄັດ ເພື່ອສະກັດກັ້ນການຮົ່ວໄຫຼຂອງງົບປະມານ.

( ຂ່າວ: ສຸລິນ )