ຈັບໄດ້1 ຂະຫຍາຍຜົນຮວບຍົກແກ້ງ  ພ້ອມຂອງກາງຢາບ້າ 3 ພັນກວ່າເມັດ

126

ເມື່ອຕົ້ນເດືອນທີ່ຜ່ານມາ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງ ໄຊຍະບູລີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີກຳລັງເຄື່ອນໄຫວຄ້າ-ຂາຍ ຢາເສບຕິດ ຢູ່ໃນເທດສະບານເມືອງ ໄຊຍະບູລີ. ດັ່ງນັ້ນ, ຈຶ່ງໄດ້ນຳໜ່ວຍງານວິຊາສະເພາະລົງເຄື່ອນໄຫວຕິດຕາມຫາເປົ້າໝາຍ.

 

ຜ່ານການລົງສັງເກດການເຫັນວ່າມີການເຄື່ອນໄຫວຄ້າຂາຍຢາເສບຕິດແທ້ ເຈົ້າໜ້າທີ່ຈິ່ງກັກຕົວ ທ້າວກາໂມ ໄຊຍະສິດ ອາຍຸ 30 ປີ ແລະ ນາງ ນິດ ແກ້ວວິໄລ ອາຍຸ 26 ປີ, ທັງສອງຜົວ-ເມຍ ເປັນປະຊາຊົນ ຢູ່ບ້ານ ລ້ອງປໍ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ແລະ ຍຶດໄດ້ວັດຖຸຂອງກາງຢາບ້າ ຈຳນວນ 127 ເມັດ, ເງິນກີບ 190.000 ກີບ, ໂທລະສັບ 02 ເຄື່ອງ, ລົດຈັກ 01 ຄັນ ໝາຍເລກທະບຽນ ຈສ 9713 ໄຊຍະບູລີ. ຕໍ່ມາໄດ້ກັກຕົວ ທ້າວອາຫຼົງ ວົງໄພໂລດ ອາຍຸ 22 ປີ, ອາຊີບ ປະຊາຊົນ, ບ້ານລ້ອງປໍ ເມືອງ ໄຊຍະບູລີ ກວດຄົ້ນພົບເຫັນຂອງກາງຢາບ້າ 77 ເມັດ, ເງິນກີບ 161.000ກີບ ໂທລະສັບ 03 ເຄື່ອງ ແລະ ທ້າວບຸນມີ ສີດາລັກ ອາຍຸ 21 ປີ, ອາຊີບ ປະຊາຊົນ, ບ້ານລ້ອງປໍ ເມືອງໄຊຍະບູລີ ຍຶດໄດ້ຂອງກາງຢາບ້າຈຳນວນ 11 ເມັດ, ອຸປະກອນເສບຢາບ້າ ຈຳນວນ 06 ຊຸດ, ໂທລະສັບມືຖື 01 ເຄື່ອງ, ຖົງໃສ່ຢາບ້າເປົ່າ ຈຳນວນ 01 ຖົງ.

 

ในภาพอาจจะมี อาหาร

 

ຜ່ານການສືບສວນ-ສອບສວນ ກຸ່ມແກ້ງດັ່ງກ່າວ ຈຶ່ງສາມາດຂະຫຍາຍຜົນໄດ້ບຸກຄົນທີ່ຮ່ວມຂະບວນດຽວກັນຄື: ທ້າວຈູ່ເລຍ ຫວາ ອາຍຸ 35 ປີ, ປະຊາຊົນ, ບ້ານແກ້ງ ເມືອງ ໄຊຍະບູລີ, ພ້ອມຍຶດໄດ້ວັດຖຸຂອງກາງຢາບ້າ ຈຳນວນ 3.600 ເມັດ, ໂທລະສັບມືຖື 01 ເຄື່ອງ, ລົດຈັກ 01 ຄັນ, ບໍ່ມີໝາຍເລກທະບຽນ, ລົດໃຫຍ່ 01 ຄັນ, ໝາຍເລກທະບຽນ ກດ 1545 ກຳແພງນະຄອນ.

 

 

ຈາກນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຮິບໂຮມວັດຖຸຂອງກາງຢາບ້າທັງໝົດ ຈຳນວນ 3.815 ເມັດ ພ້ອມດ້ວຍວັດຖຸຂອງກາງທີ່ພົວພັນເຖິງການກະທຳຜິດ ແລະ ຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ