ຈີນ ຈະສູ້ໃຫ້ເຖິງທີ່ສຸດ ກັບການກໍ່ກວນທາງເສດຖະກິດ

56

ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຈີນ ຕໍາໜິນະໂຍບາຍຂອງອາເມຣິກາຕໍ່ຫົວເຫວີ່ຍທີ່ເປັນ “ການກັ່ນແກ້ງທາງເສດຖະກິດ” ເພາະບໍ່ມີຫຼັກຖານສະໜັບສະໜຸນຢ່າງຊັດເຈນ ພ້ອມທັງກ່າວຫາລັດຖະບານວໍຊິງຕັນ ຍັງບໍ່ມີຈຸດຢືນຊັດເຈນເລື່ອງການຄ້າ ແລະ ຈີນ ຈະບໍ່ລົງນາມໃນຂໍ້ຕົກລົງ “ທີ່ບໍ່ເທົ່າທຽມກັນ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 23 ພຶດສະພາ ວ່າ ທ່ານຫວັງ ອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ ກ່າວເມື່ອວັນພຸດ ທີ່ຜ່ານມາວ່າ ມາດຕະການຕ່າງໆນານາຂອງສະຫະລັດທີ່ມີຕໍ່ຫົວເຫວີ່ຍ ຖືເປັນ “ການກັ່ນແກ້ງທາງເສດຖະກິດ” ຢ່າງຊັດເຈນ ເນື່ອງຈາກມີກຸ່ມຄົນບາງກຸ່ມບໍ່ຕ້ອງການໃຫ້ຈີນມີພັດທະນາການທາງເທັກໂນໂລຢີທີ່ເທົ່າທຽມກັບຂອງສະຫະລັດ ຈຶ່ງສັນຫາທຸກວິທີທາງເພື່ອສະກັດກັ້ນ ແລະ ຢັບຢັ້ງການພັດທະນາດັ່ງກ່າວຂອງຈີນ ທັງທີ່ດໍາເນີນການຢ່າງຖືກຕ້ອງ ແລະ ເປີດເຜີຍຕາມກົດໝາຍລະຫວ່າງປະເທດຕະຫຼອດ ພ້ອມທັງຢືນຢັນວ່າ ລັດຖະບານປັກກິ່ງຈະສູ້ກັບສົງຄາມຄັ້ງນີ້ຢ່າງສຸດຄວາມສາມາດ ແລະ ໃຫ້ເຖິງທີ່ສຸດ.

ในภาพอาจจะมี 2 คน, ผู้คนกำลังนั่ง และชุดสูท
ທ່ານຫວັງ ອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ

ເມື່ອຖືກນັກຂ່າວຖາມກ່ຽວກັບປະເດັນການເຈລະຈາການຄ້າທີ່ຜ່ານພົ້ນມາແລ້ວ 11 ຮອບ ໂດຍເກີດຂຶ້ນໃນທີ່ນະຄອນຫຼວງປັກກິ່ງ ແລະ ນະຄອນຫຼວງວໍຊິງຕັນ ແຕ່ບໍ່ມີຄວາມຄືບໜ້າຢ່າງຈິງຈັງ ທ່ານຫວັງ ກ່າວວ່າ ລັດຖະບານປັກກິ່ງຈະບໍ່ມີທາງຍອມລົງນາມໃນຂໍ້ຕົກລົງໃດໆກັບສະຫະລັດ “ທີ່ປາສະຈາກຄວາມເທົ່າທຽມກັນ”.

ไม่มีคำอธิบายรูปภาพ

ຂະນະທີ່ ທ່າຍກຸ້ຍ ທຽນໄຄ ເອກອັກຄະລາຖະທູດຈີນປະຈຳນະຄອນຫຼວງວໍຊິງຕັນ ກ່າວເຖິງຂໍ້ພິພາດກັບລັດຖະບານວໍຊິງຕັນ ວ່າ ລັດຖະບານປັກກິ່ງ “ບໍ່ເຄີຍປິດປະຕູ” ໃສ່ສະຫະລັດ ໃນເລື່ອງການເຈລະຈາການຄ້າ ແຕ່ລັດຖະບານວໍຊິງຕັນທີ່ເປັນຝ່າຍ “ເອົາແນ່ເອົານອນບໍ່ໄດ້” ໃນຫຼາຍເລື່ອງ ການເຈລະຈາຈຶ່ງຍັງໄປບໍ່ຮອດໃສ ພ້ອມທັງຕໍາໜິເຖິງຄວາມຮຸນແຮງທີ່ເພິ່ມຂຶ້ນອີກຂັ້ນ ເມື່ອມາດຕະການຂອງ ທຣໍາ ຕໍ່ຫົວເຫວີ່ຍ ວ່າ ເປັນຂໍ້ກ່າວຫາທີ່ “ທີ່ບໍ່ມີຫຼັກຖານຊັດເຈນ” ຫຼັງປະກາດ ສະຖານະການສຸກເສີນດ້ານເທັກໂນໂລຢີ ເມື່ອອາທິດ ຜ່ານມາ ທີ່ເຖິງວ່າຈະບໍ່ໄດ້ລະບຸຊື່ປະເທດ ຫຼື ຊື່ບໍລິສັດແຫ່ງໃດໃນຄໍາສັ່ງ ແຕ່ເປັນຄໍາສັ່ງທີ່ຊັດເຈນໃນຕົວມັນເອງ ວ່າໝາຍເຖິງ ຫົວເຫວີ່ຍ ໂດຍຫຼັງຈາກນັ້ນ ກະຊວງການຄ້າອາເມຣິກາ ອອກມາດຕະການຜ່ອນຜັນເປັນໄລຍະເວລາ 90 ວັນ ໃຫ້ກັບຫົວເຫວີ່ຍ ແລະ ຄູ່ຄ້າໃນສະຫະລັດ ໃຫ້ສະສາງຂໍ້ຕົກລົງ ຫຼື ຄວາມຮ່ວມມືໃດທີ່ຍັງຄ້າງຄາໃຫ້ແລ້ວສໍາເລັດພາຍໃນວັນທີ 19 ສິງຫາ ນີ້.